spot_img
Homeຂ່າວພາຍ​ໃນໂຮມຊຸມນຸມ ພາຍຫລັງສໍາເລັດກອງປະຊຸມໃຫຍ່ຄັ້ງທີ X ຂອງແນວລາວສ້າງຊາດ

ໂຮມຊຸມນຸມ ພາຍຫລັງສໍາເລັດກອງປະຊຸມໃຫຍ່ຄັ້ງທີ X ຂອງແນວລາວສ້າງຊາດ

Published on

ໂຮມຊຸມນຸມຊົມເຊີຍຜົນສໍາເລັດຂອງກອງປະຊຸມໃຫຍ່ຄັ້ງທີ X ຂອງແນວລາວສ້າງຊາດໄດ້ຈັດຂຶ້ນໃນວັນທີ 10 ມິຖຸນາ 2016 ນີ້ທີ່ນະຄອນຫລວງວຽງຈັນ ໂດຍມີສະຫາຍ ໄຊສົມພອນ ພົມວິຫານ ປະທານສູນກາງແນວລາວສ້າງຊາດ, ສະຫາຍ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫລວງວຽງຈັນ, ມີບັນດາຄະນະປະທານ, ຜູ້ແທນສູນກາງແນວລາວສ້າງຊາດ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ 600 ກວ່າທ່ານເຂົ້າຮ່ວມ.

ສະຫາຍ ອານຸພາບ ຕຸລາລົມ ປະທານສະພາປະຊາຊົນນະຄອນຫລວງວຽງຈັນ ໄດ້ກ່າວໃນໂອກາດພິທີໂຮມຊຸມນຸມວ່າ: ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ X ຂອງແນວລາວສ້າງຊາດ ແມ່ນເຫດການການເມືອງທີ່ສໍາຄັນຍິ່ງໃນຂະບວນວິວັດແຫ່ງການກໍາເນີດເຕີບໃຫຍ່ ແລະ ຂະຫຍາຍຕົວຂອງພັກເຮົາຕະຫລອດໄລຍະ 66 ປີ ເປັນບາດລ້ຽວສໍາຄັນແຫ່ງການກ້າວເດີນຂອງປະເທດຊາດ ແລະ ປະຊາຊົນເຮົາໃນໄລຍະໃໝ່ ເຊິ່ງຕະ ຫລອດໄລຍະ 5 ປີ ຜ່ານມາສາມາດຍາດໄດ້ຜົນສໍາເລັດຫລາຍດ້ານ: ອັນສໍາຄັນທີ່ເປັນພື້ນຖານແມ່ນຄວາມເປັນເອກະລາດ, ອໍານາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດໄດ້ຮັບການປົກປັກຮັກສາໄວ້ຢ່າງໝັ້ນຄົງ, ລະ ບອບປະຊາທິປະໄຕປະ ຊາຊົນມີສະຖຽນລະພາບອັນໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພ ແລະ ເປັນລະບຽບຮຽບຮ້ອຍ, ເສດ ຖະກິດຂະຫຍາຍຕົວດ້ວຍຈັງຫວະໄວ, ຕໍ່ ເນື່ອງ ແລະ ໝັ້ນທ່ຽງ ສະເລ່ຍໃນ 5 ປີບັນລຸ 7,9% ລາຍໄດ້ສະເລ່ຍຕໍ່ຫົວຄົນບັນລຸ 1.970 ໂດລາ, ການແກ້ໄຂຄວາມທຸກຍາກຂອງປະຊາຊົນໃຫ້ຫລຸດລົງຢ່າງຈະແຈ້ງຍັງເຫລືອ 5% ກວ່າ ພ້ອມນີ້ກອງປະຊຸມໄດ້ເປັນເອກະພາບໃນລະດັບສູງຮັບຮອງເອົາການສະຫລຸບບົດຮຽນ 6 ປະການທີ່ຜ່ານມາຂະບວນ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງຜູ້ແທນທົ່ວປະເທດໃນໄລຍະ 5 ປີຜ່ານມາ ກໍຄື 30 ປີແຫ່ງການປ່ຽນແປງໃໝ່ເພື່ອເປັນພື້ນຖານການສືບຕໍ່ເພີ່ມເຕີມເສີມຂະຫຍາຍຢ່າງກ້າຫານປະດິດສ້າງເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ນອກນີ້ບັນດາຜູ້ແທນກອງປະຊຸມໄດ້ເປັນເອກະພາບຢືນຢັນທີ່ຈະສືບຕໍ່ນໍາພາປະເທດຊາດກ້າວຂຶ້ນສູ່ຄວາມຈະເລີນວັດທະນະທໍາພາຍໃຕ້ຄໍາຂັວນ“ຍົກສູງຄວາມສາມາດນໍາພາ ແລະ ລັກສະນະນໍາໜ້າຂອງພັກ, ເພີ່ມທະວີມະຫາສາມັກຄີທົ່ວປວງຊົນທັງຊາດ; ຍຶດໝັ້ນແນວທາງປ່ຽນ ແປງໃໝ່ຮອບດ້ານທີ່ມີຫລັກການ, ປົກປັກຮັກສາ ແລະ ພັດທະນາປະເທດຊາດຕາມທິດຍືນຍົງສູ່ຈຸດໝາຍສັງຄົມນິຍົມຢ່າງໜັກແໜ້ນ”ໂດຍໄດ້ກໍານົດວິໄສທັດ ແລະ ຍຸດທະສາດພັດທະນາປະເທດຊາດຮອດປີ 2030, 2025 ແລະ ວາງຄາດໝາຍສູ່ຊົນ ສໍາລັບແຕ່ປີ 2016 ຮອດປີ 2020.

ຂ່າວຈາກ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...