spot_img
Homeeuro-2016ຝຣັ່ງຈັດເຕັມສູບເປີດສະໜາມຢູໂຣປະທະ “ຜີດິບ” ຄືນນີ້ ຂະນະທີ່ສະຖິຕິກາໄກ່ເໜືອ

ຝຣັ່ງຈັດເຕັມສູບເປີດສະໜາມຢູໂຣປະທະ “ຜີດິບ” ຄືນນີ້ ຂະນະທີ່ສະຖິຕິກາໄກ່ເໜືອ

Published on

ການແຂ່ງຂັນບານເຕະຊິງແຊ້ມແຫ່ງຊາດຢູໂຣບ ຫຼື ຢູໂຣ 2016 ທີ່ປະເທດຝຣັ່ງ ກຽມເປີດສາກຄູ່ທຳອິດກາງເດິກຄືນມື້ນີ້ (10 ມິຖຸນາ 2016) ເວລາ 2 ໂມງເຊົ້າ ຕາມເວລາບ້ານເຮົາ ສາມາດເບິ່ງໄດ້ຈາກຊ່ອງ 33 HD ຂອງໄທ ຖ່າຍທອດສົດ ເປັນການຟາດແຄ່ງກັນລະຫວ່າງທີມ ກາໄກ່ ຝຣັ່ງເຈົ້າພາບ ກັບ ຜີດິບ ໂຣມາເນຍ ໃນກຸ່ມ A ທີ່ເດິ່ນສະຕາດ ເດີ ຟຣ້ອງ ແຖວແຊ້ງ-ເດນີ ນະຄອນຫຼວງປາຣີສ.

ດິດິເຢ ເດສຊອງ ກຸນຊືໃຫຍ່ທີມກາໄກ່ ກຽມຈັດທີມໃນລະບົບ 4-3-3 ຜູ້ຮັກສາປະຕູອູໂກ້ ໂຟຣິສ ແນວຮັບບາກາຣີ່ ຊານຊ່າ, ຣາມີີ່, ໂລຣ້ອງ ກອສຊຽລນີ່ ແລະປາທຣິຊ ເອຟຣ່າ ມິດຟິລຊິສໂຊໂກ້ ກັບ ແບລສ ມາຕຸຍດີ້ ຄຸມຈັງຫວະເກມ ມີປອລ ປ໊ອກບາ ບັນຊາເກມບຸກຫຼັງ 3 ແດນໜ້າກຣີສມັນ, ໂອລິວິເຢ່ ຊິຣູດ໌ ແລະມາກຊິຢັລ.

ຝ່າຍ ຜີດິບ ໂຣມາເນຍ ພາຍໃຕ້ການກັບມາຄຸມທັບສະໄໝທີ 3 ຂອງອັງເຄລ ຢໍດາເນສຄູ ທີ່ເຄີຍພາທີມຜີດິບສ້າງປາກົດການເຂົ້າເຖິງຮອບ 8 ທີມໃນເສິກບານເຕະໂລກ 1994 ຈົນເປັນຜົນງານດີສຸດເທົ່າທີ່ໂຣມາເນຍເຄີຍຮ່ວມແຂ່ງໃນເກມລະດັບນານາຊາດ ລວມທັງຮອບ 16 ທີມ ບານໂລກຄັ້ງຖັດມາ ແຕ່ພັດມີຜົນງງານບໍ່ດີໃນເສິກຢູໂຣ ດ້ວຍການຈຕົກຮອບແບ່ງກຸ່ມ ໃນປີ 1996 ແລະບໍ່ຜ່ານຮອບຄັດເລືອກປີ 2004 ກ່ອນແກ້ໂຕຄຸມທີມບ້ານເກີດເປັນ 1 ໃນ 4 ຊາດທີ່ບໍ່ເສຍໃຫ້ໃຜໃນຮອບຄັດເລືອກຢູໂຣຄັ້ງນີ້ຮ່ວມກັບອັງກິດ, ອິຕາລີ່ ແລະອອສເຕຣຍ ແລະເສຍພຽງ 2 ປະຕູ ໜ້ອຍສຸດຈາກທັງໝົດ 53 ຊາດ ນັດນີ້ຫຼິ້ນໃນລະບົບ 4-2-3-1 ມີຊິປຣີອັນ ທາທາຣູຊານູ ເປັນນາຍປະຕູ ຄຣິສຕຽນ ຊາປູນາຣູ, ວລາດ ຄິຣິເຄຊ, ດຣາກອຊ ແລະຣັຊວານ ຣັຕ ຢືນ 4 ເກມຮັບ ມິໄຮ ປິນຕິລີ່ ກັບໂອວິດິອູ ໂອບານ ຮັບບົດບາດຕັດເກມ ອາດຣິອັນ ໂປປາ, ອະເລັກຊານດຣູ ຄິບຊີອູ ແລະນິໂຄເລ ສະແຕນຊິອູ ມີໜ້າທີ່ເຮັດເກມບຸກ ຟລໍຣິນ ອັນໂດເນ່ ຢືນໜ້າເປົ້າ.

ເອີໂຣ

ສຳລັບສະຖິຕິທີີ່ເຄີຍພົບກັນຂອງທັງ 2 ທີມ ໃນ 5 ນັດຫຼັງສຸດ ມີຄື:

ວັນທີ 9 ມິຖຸນາ 2008 ເສິກຢູໂຣ 2008 ຮອບສຸດທ້າຍ ສະເໝີກັນ 0-0

ວັນທີ 11 ຕຸລາ 2008 ບານໂລກ 2010 ຮອບຄັດເລືອກສະເໝີກັນ 2-2

ວັນທີ 5 ກັນຍາ 2009 ບານໂລກ 2010 ຮອບຄັດເລືອກສະເໝີ 1-1

ວັນທີ 9 ຕຸລາ 2010 ຢູໂຣ 2012 ຮອບຄັດເລືອກ ຝຣັ່ງຊະນະ 2-0

ວັນທີ 9 ກັນຍາ 2011 ຢູໂຣ 2012 ຮອບຄັດເລືອກ ສະເໝີກັນ 0-0

ຂ່າວຈາກ: ມະຕິຊົນອອນລາຍ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...