spot_img
HomeມູມໄອທີລາວMoto Mod ອຸປະກອນເສີມສຳລັບ Moto Z ແລະ Moto Z Force ໃຊ້ເປັນລຳໂພງ ຫຼື ໂປຣເຈັກເຕີກໍໄດ້

Moto Mod ອຸປະກອນເສີມສຳລັບ Moto Z ແລະ Moto Z Force ໃຊ້ເປັນລຳໂພງ ຫຼື ໂປຣເຈັກເຕີກໍໄດ້

Published on

ອີກໜຶ່ງຄຸນສົມບັດທີ່ໜ້າສົນໃຈສຳລັບມືຖື Moto Z ແລະ Moto Z Force ກໍຄື: Moto Mod ທີ່ເປັນອຸປະກອນເສີມສຳລັບໂທລະສັບທັງສອງລຸ້ນ ແລະຍັງມີຄວາມສາມາດຫຼາກຫຼາຍ ບໍ່ວ່າຈະເປັນໃຊ້ເປັນລຳໂພງ, ເຄື່ອງສາຍໂປຣເຈັກເຕີ ຫຼືເປັນແບັດສຳຮອງກໍໄດ້ເຊັ່ນດຽວກັນ. ສ່ວນການນຳໃຊ້ນັ້ນກໍພຽງແຕ່ເອົາມາປະກອບເຂົ້າດ້ານຫຼັງໂຕເຄື່ອງ (ມີວີດີໂອທ້າຍຂ່າວ)

ສຳລັບໂມດູນ Moto Mod ຫຼື ອຸປະກອນເສີມນັ້ນມີທັງໝົດ 4 ຢ່າງດັ່ງນີ້:

image

JBL Sound Boost: ໂມດູນນີ້ ໃຊ້ສຳລັບໄວ້ເປັນລຳໂພງຟັງ ຫຼືຈະເວົ້າວ່າເອົາລຳໂພງດີດີໜ່ວຍໜຶ່ງມາປະກອບເຂົ້າກັບໂທລະສັບກະເວົ້າໄດ້, ດ້ວຍໂມດູນນີ້ນະເຮັດໃຫ້ສາມາດເພີ່ມພະລັງ ແລະເພີ່ມປະສິດຕິພາບໃຫ້ກັບສຽງເພງໄດ້ເປັນຢ່າງດີ, ແຕ່ຂໍ້ເສຍກໍຄືມັນມີຂະໜາດໃຫຍ່ຫຼາຍ ແຕ່ກໍບໍ່ເປັນບັນຫາສຳລັບຄົນທີ່ມັກໃນການຟັງເພງ (ເຊິ່ງໂມດູນນີ້ຄາດວ່າຈະມີແບັດເຕີຣີໃນໂຕນຳ)

image

InstaShare projecto: ໂມດູນນີ້ ກໍຕາມຊື່ເລີຍນັ້ນກໍຄືໃຊ້ສຳລັບໄວ້ ເປັນໂຕສາຍໂປຣເຈັກເຕີດ້ວຍພາບຂະໜາດ 70″ (1:1), ບໍ່ວ່າຈະເປັນການສາຍໜັງ, ຄລິບວີດີໂອ ຫຼື ແບ່ງປັນຮູບພາບກັບໝູ່ເພື່ອນກໍເຮັດໄດ້ເຊັ່ນດຽວກັນ ແຖມຍັງມີແບັດເຕີຣີໃນໂຕພ້ອມອີກ. ເວົ້າໄດ້ວ່າເປັນອີກໜຶ່ງດູນທີ່ໜ້າສົນໃຈເລີຍ

image

Power Pack: ດ້ວຍໂມດູນນີ້ບໍ່ຈຳເປັນມີພາວເວີແບັງ ອີກຕໍ່ໄປເພາະມັນຈະຊ່ວຍຂະຫຍາຍເວລາການໃຊ້ງານໄດ້ເຖິງ 22 ຊົ່ວໂມງ ແລະຍັງມີຫຼາຍສີໃຫ້ເລືອກອີກນຳ

image

Style Shells: ສຳລັບໂມດູນນີ້ຖືວ່າເຮົາເຫັນກັນປະຈຳຢູ່ແລ້ວ (ຫຼືຈະເອີ້ນວ່າເຄສໂທລະສັບດີບໍ່ 55) ເຊິ່ງໄວ້ສຳລັບປ່ຽນຝາຫຼັງຂອງໂທລະສັບ ເພື່ອເພີ່ມສີສັນ ແລະຄວາມສວຍງາມໃຫ້ແກ່ໂຕເຄື່ອງ.

ສ່ວນລາຄາແລະມື້ວາງຈຳໜ່າຍຂອງອຸປະກອນເສີມນັ້ນຍັງບໍ່ມີປະກາດອອກມາໃດໆ

ວີດີໂອຕົວຢ່າງ:
https://youtu.be/-2L1zQkJ8UA

https://youtu.be/Pl2Tr5i41rQ

ທີ່ມາ:1,2,3

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...