spot_img
HomeມູມໄອທີລາວMoto Z Force ສະມາດໂຟນມືຖືເຮືອທຸງລຸ້ນໃໝ່

Moto Z Force ສະມາດໂຟນມືຖືເຮືອທຸງລຸ້ນໃໝ່

Published on

ຈາກຂ່າວກ່ອນໜ້ານີ້ທີ່ເວົ້າກ່ຽວກັບການ ເປີດໂຕ Moto Z ໄປແລ້ວ, ເຮົາມາຕໍ່ກັນກັບ Moto Z Force ເຮືອທຸງຫຼ້າສຸດຈາກ Lenovo ນຳກັນເລີຍ, ໂດຍໂຕເຄື່ອງຂອງລຸ້ນນີ້ຈະມີຄວາມໜາກວ່າ Moto Z ຫຼາຍເພາະໃຫ້ແບັດເຕີຣີມາຫຼາຍກວ່າ, ສັດສ່ວນໂຕເຄື່ອງຢູ່ທີ່ 6.13 x 2.98 x 0.27 ນິ້ວ (155.9 x 75.8 x 6.99 ມມ), ສ່ວນໜ້າຈໍນັ້ນກວມເນື້ອທີ່ເຄື່ອງປະມານ 70.76%, ເຖິງວ່າໂຕເຄື່ອງຈະໜາກວ່າ Moto Z ແຕ່ວ່າ Moto Z Force ການອອກແບບນັ້ນຍັງງາມຄືເກົ່າ ແລະບາງກວ່າ iPhone 6s ຢູ່ທີ່ 0.28 ນິ້ວ.

image

image

ໃນດ້ານສະເປັກແມ່ນມີມີໜ້າຈໍຂະໜາດ 5.5 ນິ້ວ, ຄວາມລະອຽດ QHD (1440 x 2560 ພິກເຊວ) 534 ppi ແລະໃຊ້ຈໍ AMOLED. ນອກນີ້ຍັງມາພ້ອມກັບເທັກໂນໂລຢີ ShatterShield ທີ່ສາມາດທົນທານເລື່ອງຂອງຈໍໂທລະສັບແຕກງ່າຍ (ແຕ່ບໍ່ໄດ້ໝາຍເຖິງວ່າມັນຈະບໍ່ແຕກ). ໃຊ້ງານຊິບປະມວນຜົນ Qualcomm Snapdragon 820, RAM 4 LPDDR4, ພື້ນທີ່ຈັດເກັບ 32/64 GB ( ຮອງຮັບ MicroSD ພ້ອມ)

image

image

ກ້ອງຫຼັງຕິດຕັ້ງມາ 21 ລ້ານພິກເຊວ ພ້ອມກັບ 1.12um ພິກເຊວ, ລະບົບເລຊ່ວຍເຊີໂຟກັດ, ລະບົບໂຟກັດອັດຕະໂນມັດ ແລະ ຄ່າຮູຮັບແສງ f1.8. ສ່ວນກ້ອງໜ້າຍັງບໍ່ມີຂໍ້ມູນໃດໆ. ແບັດເຕີຣີໃຫ້ມາ 3,500 mAh ຮອງຮັບລະບົບສາກໄວ, ມີລະບົບສະແກນລາຍນິ້ວມືຢູ່ດ້ານໜ້າໂຕເຄື່ອງ ແລະ ສິ່ງທີ່ຂາດໄປກໍຄືຊ່ອງສຽບຫູຟັງ 3.5 ມມ ເຊິ່ງຈະແທນທີ່ດ້ວຍພອຣ໌ດ USB Type-C ສຳລັບໃຊ້ຮ່ວມກັນ.

ສຳລັບລາຄາ ແລະມື້ວາງຈຳໜ່າຍຢ່າງເປັນທາງການຍັງບໍ່ມີປະກາດອອກມາ

ທີ່ມາ: phonearena

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...