spot_img
HomeມູມໄອທີລາວMoto Z ເປີດໂຕຢ່າງເປັນທາງການແລ້ວ ໃນງານ LTW

Moto Z ເປີດໂຕຢ່າງເປັນທາງການແລ້ວ ໃນງານ LTW

Published on

ໃນງານ Lenovo Tech World ໄດ້ມີການເປີດໂຕສະມາດໂຟນລຸ້ນໃໝ່ 2 ລຸ້ນຄື: Moto Z ແລະ Moto Z Force. ເຊິ່ງຂ່າວນີ້ເຮົາຈະມາເວົ້າເຖິງ Moto Z ກັນກ່ອນວ່າຈະໜ້າສົນໃຈຫຼືບໍ່? ໂດຍໃນງານນັ້ນໄດ້ກ່າວວ່າ ສະມາດໂຟນ Moto Z ນັ້ນເປັນມືຖື “ພຣີມ້ຽມທີ່ບາງທີ່ສຸດໃນໂລກ” ໂດຍມີຄວາມບາງພຽງ 5.19 ມມ, ຮູສຽບຫູຟັງ 3.5 ມມ ກໍຖືກຕັດອອກໄປສຳລັບລຸ້ນນີ້ ເຊິ່ງຈະໃຊ້ລວມກັນກັບພອຣ໌ດ USB Type-C.

image

ໃນດ້ານສະເປັກຂອງໂຕເຄື່ອງກໍມີ ໜ້າຈໍຂະໜາດ 5.5 ນິ້ວ, ຄວາມລະອຽດ QHD (2560 x 1440 ພິກເຊວ) 535 ppi ແລະໃຊ້ຈໍ AMOLED. ໃຊ້ງານຊິບປະມວນຜົນ Snapdragon 820, RAM 4 GB, ພື້ນທີ່ຈັດເກັບ 32/64 GB. ໃຊ້ງານລະບົບ Andorid 6.0.1 Marshmallow, ແບັດເຕີຣີໃຫ້ມາພຽງ 2,600 mAh ແຕ່ວ່າມີລະບົບສາກໄວມາພ້ອມ ສາມາດຫຼິ້ນໄດ້ 8 ຊົ່ວໂມງ ກັບການສາກພຽງ 15 ນາທີ.

image

ກ້ອງຫຼັງໃຫ້ຄວາມລະອຽດມາ 13 ລ້ານພິກເຊວ ແລະ 1.12um ພິກເຊວ ມາພ້ອມກັບລະບົບ OIS, ລະບົບເລເຊີຊ່ວຍໃນການໂຟກັດ, ຄ່າຮູຮັບແສງ ƒ/1.8 , ແຟລັດຄູ່ໂທນ LED ແລະຮອງຮັບການຖ່າຍວີດີໂອ 4K. ສ່ວນກ້ອງໜ້ານັ້ນມີຄວາມລະອຽດ 5 ລ້ານພິກເຊວ ພ້ອມກັບແຟລັດ LED ເຊິ່ງຈະຊ່ວຍໃນເລື່ອງການຖ່າຍເຊວຟີໃນບ່ອນທີ່ມີແສງໜ້ອຍໄດ້ດີ.

ທີ່ມາ: phonearena

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...