spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມມີຜູ້ເສຍຊີວິດແລ້ວ 7 ຄົນ ຍ້ອນພະຍາດໄຂ້ເລືອກອອກ

ມີຜູ້ເສຍຊີວິດແລ້ວ 7 ຄົນ ຍ້ອນພະຍາດໄຂ້ເລືອກອອກ

Published on

ຕາມການລາຍງານຂອງໜ່ວຍເຝົ້າລະວັງພະຍາດລະບາດ, ກະຊວງສາທາລະນະສຸກຕໍ່ນັກຂ່າວພວກເຮົາໃນວັນທີ 7 ມິຖຸນານີ້ໃຫ້ຮູ້ວ່າ: ປັດຈຸບັນສະພາບການລະບາດຂອງພະຍາດໄຂ້ເລືອດອອກ ຫຼື ໄຂ້ຍຸງລາຍຢູ່ຫຼາຍແຂວງໄດ້ມີແນວໂນ້ມເພີ່ມຂຶ້ນ,ໂດຍສະເພາະຢູ່ບັນດາແຂວງພາກໃຕ້ເຊັ່ນ: ແຂວງຈຳປາສັກມີຜູ້ຕິດເຊື້ອແລ້ວຫຼາຍກວ່າ 480 ກໍລະນີ ແລະ ໃນນັ້ນມີຜູ້ເສຍຊີວິດແລ້ວ 6 ຄົນ, ແຂວງສາລະວັນມີ 23 ກໍລະນີ , ເສຍຊີວິດ 1 ຄົນ, ແຂວງອັດຕະປືມີຫຼາຍກວ່າ 50 ກໍລະນີ, ແຂວງວຽງຈັນມີຫຼາຍກວ່າ 70 ກໍລະນີ, ບໍລິຄຳໄຊຫຼາຍກວ່າ 60 ກໍລະນີ, ເຊກອງ 45 ກໍລະນີ, ຫຼວງພະບາງ 46 ກໍລະນີ, ສະຫວັນນະເຂດ 27 ກໍລະນີ, ຄຳມ່ວນ 23 ກໍລະນີ, ຫຼວງນ້ຳທາ 16 ກໍລະນີ, ຂະນະທີ່ນະ ຄອນຫຼວງວຽງຈັນກໍມີຜູ້ຕິດເຊື້ອແລ້ວຫຼາຍກວ່າ 70 ກໍລະນີ, ສຳລັບແຂວງອື່ນໆກໍເລີ່ມມີ ຜູ້ຕິດເຊື້ອໄຂເລືອດອອກແລ້ວຈຳນວນໜຶ່ງ, ຊຶ່ງຕໍ່ສະພາບການດັ່ງກ່າວປັດຈຸບັນກະຊວງສາທາລະນະສຸກພວມຮີບຮ້ອນສົມທົບກັບທ້ອງຖິ່ນສະກັດກັ້ນການລະບາດຂອງພະຍາດດັ່ງກ່າວເພື່ອໃຫ້ຫຼຸດໜ້ອຍຖອຍລົງໂດຍໄວ້, ໂດຍສະເພາະແມ່ນໄດ້ເລັ່ງໃຫ້ຄວາມຮູ້ໃນການປ້ອງກັນຕົວເອງ ແລະ ການທຳລາຍແຫຼ່ງເພາະພັນຂອງຍຸງລາຍຢູ່ຕາມບ້ານ ແລະ ເມືອງທີ່ມີການລະບາດ ແລະ ເຂດທີ່ມີຄວາມສ່ຽງຕ່າງໆ, ພ້ອມທັງແນະນຳໃຫ້ໂຮງໝໍໃຫ້ເອົາໃຈໃສ່ບໍລິການປິ່ນປົວຄົນຕິດເຊື້ອພະຍາດໄຂ້ເລືອດອອກໃຫ້ດີເພື່ອບໍ່ໃຫ້ແຜ່ຂະຫຍາຍໄປສູ່ບ່ອນອື່ນ, ພ້ອມທັງເຕືອນໃຫ້ປະຊາຊົນເປັນເຈົ້າການເອົາໃຈໃສ່ທຳລາຍແຫຼ່ງເພາະພັນຂອງຍຸງລາຍຕາມຄຳຂັວນ 5 ປ ທີ່ກະຊວງສາທາລະນະສຸກວາງອອກຢ່າງເຂັ້ມງວດຄື: 1 ປິດຝາພາຊະນະທີ່ເກັບນ້ຳໃນເຮືອນ ແລະ ນອກເຮືອນເພື່ອບໍ່ໃຫ້ຍຸງມາໄຂ່ໃສ່, 2 ປ່ຽນນ້ຳໃນພາຊະນະເຊັ່ນ: ເຕົ້າດອກໄມ້ , ນ້ຳຮອງຕີນຕູ້ , ຖ້ານຮອງຈອກນ້ຳ, 3 ປ່ອຍປາຫາງນົກຍູງເພື່ອກິນໜອນນ້ຳ, 4 ປັບ ປຸງການອະນາໄມສິ່ງແວດລ້ອມອ້ອມເຮືອນບໍ່ໃຫ້ມີກະໂປະ, ກະປ່ອງ, ຢາງຕີນລົດເກົ່າທີ່ມີນ້ຳຂັງ, 5 ປະຕິບັດໃຫ້ເປັນນິໃສປະຈຳທຸກໆອາທິດ ແລະ ຖ້າຫາກເປັນໄຂ້ໃຫ້ໄປພົບແພດໝໍດ່ວນ ພຽງເທົ່ານີ້ກໍຈະສາມາດຫຼຸດຜ່ອນໄຂ້ເລືອດອອກໄດ້.

ຂ່າວຈາກ: ລາວພັດທະນາ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...