spot_img
Home​ຂ່າວບັນເທິງລູກນ້ຳ ລັດທິດາ ວົງສິລິ ດາລາສາວທີ່ກຳລັງມາແຮງອີກຄົນໜຶ່ງໃນວົງການບັນເທີງບ້ານເຮົາ

ລູກນ້ຳ ລັດທິດາ ວົງສິລິ ດາລາສາວທີ່ກຳລັງມາແຮງອີກຄົນໜຶ່ງໃນວົງການບັນເທີງບ້ານເຮົາ

Published on

ບັນເທີງ-ດາລາ ກັບ ລາວໂພສຕ໌ ວັນນີ້ຫາກກ່າວເທິງວົງການບັນເທີງບ້ານເຮົາໃນຕອນນີ້ດາລາທີ່ກຳລັງມາແຮງອີກຄົນໜຶ່ງ ຄົງຈະເປັນໃຜໄປບໍ່ໄດ້ນອກຈາກ ສາວລູກນ້ຳ ລັດທິດາ ວົງສິລິ ເຈົ້າຂອງມົງກຸດ Miss Laos 2011 

ຕ້ອງຍອມຮັບກັນເລີຍວ່າປີນີ້ເປັນປີໂຊກຂອງນາງ ເພາະພາຍໃນຕົ້ນປີມານີ້ນາງໄດ້ມີຫຼາຍຜົນງານຫຼາຍໆຢ່າງທີ່ໂດດເດັ່ນອອກສູ່ສາຍຕາສັງຄົມ ເຊິ່ງບໍ່ວ່າຈະເປັນ ງານຖ່າຍແບບ, ເດີນແບບ, ການເປັນພຣີເຊັນເຕີສິນຄ້າດັງໆ, ໄດ້ໄປຮ່ວມງານ LAOS FESTIVAL in JAPAN 2016 ເພື່ອເຜີຍແຜ່ວັດທະນະທຳລາວຮ່ວມກັບດາລາຊື່ດັງຂອງລາວຫຼາຍຄົນ ແລະ ມີອີກງານໜຶ່ງທີ່ເຮັດໃຫ້ນາງເປັນທີ່ຮືຮາຂອງວົງການບັນເທີງສອງຝັ່ງໂຂງ ແມ່ນນາງໄດ້ຮັບເລືອກສະແດງ MV ເພງ “ເວລາດຽວກັນ” New Single ຂອງໜຸ່ມ ຟືມ ລັດທະພູມ ຊຸບເປີ້ສະຕາຊື່ດັງຂອງເມືອງໄທ ແລະ ຄາດວ່າສາວຄົນນີ້ຈະມີຜົນງານອອກມາໃຫ້ເຫັນຢູ່ເລື່ອຍໆ

1000

GC1Gci

1454

ສາວລູກນ້ຳນອກຈາກຈະມີຄວາມງາມເປັນອາວຸດສຳຄັນແລ້ວ ນາງຍັງມີນິໄສທີ່ໜ້າຮັກ, ຍິ້ມງ່າຍ, ເປັນຄົນນິໄສດີ, ມີມະນຸດສຳພັດທີ່ດີ ແລະ ເປັນຄົນທີ່ລຽບງ່າຍ ຈິ່ງເຮັດໃຫ້ນາງເປັນທີ່ຮັກຂອງຫຼາຍໆຄົນ

28111 154..

ວັນນີ້ເຮົາເລີຍບໍ່ພາດທີ່ຈະເກັບພາບງາມໆຂອງສາວລູກນ້ຳ ມາຝາກບັນດາແຟນໆ ບອກໄດ້ຄຳດຽວເລີຍວ່າ ຫົວໃຈບັນດາໜຸ່ມໆຫຼາຍຄົນຕ້ອງສັ່ນແນ່ນອນເມື່ອພົບຄວາມງາມ ຄວາມໜ້າຮັກສົດໃສຂອງສາວຄົນນີ້

118617248 974614

1-12

262416-534652c5cc7b0

wBp1Wb 11-4

 

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...