spot_img
Homeນານາສາລະຜູ້ຊາຍລ້ຽງລູກແລ້ວອາຍຸຍືນ

ຜູ້ຊາຍລ້ຽງລູກແລ້ວອາຍຸຍືນ

Published on

 

ໃຜທີ່ເປັນຜູ້ຊາຍ ຖ້າຢາກມີອາຍຸຍືນຍາວ ເຄັດລັບສັ້ນໆນັ້ນກໍຄື ມາຊ່ວຍເມຍລ້ຽງລູກ.

ເລື່ອງມີຢູ່ວ່າ ທ່ານຈອນ ອອລແມນ ນັກວິໄຈຈາກສະຖາບັນເຕັກໂນໂລຊີ ແຫ່ງຄາລິຟໍເນຍ ພົບວ່າ ການລ້ຽງດູລູກຈະຊ່ວຍໃຫ້ເພດພໍ່ໃນກຸ່ມສັດຕະກູນລີງມີອາຍຸຍືນຍາວ.

“ສັດທີ່ມີການແບ່ງໜ້າທີ່ເບິ່ງແຍງລູກໃນຄອບຄົວເທົ່າໆກັນ ທັງໂຕຜູ້ແລະໂຕແມ່ຈະມີຊີວິດຍືນຍາວ” ທ່ານອອລແມນວ່າ

“ແຕ່ກໍບໍ່ໄດ້ໝາຍຄວາມວ່າ ຜູ້ເປັນພໍ່ຈະມີອາຍຸຍືນໄດ້ດ້ວຍການເບິ່ງແຍງລູກໃນທັນທີທັນໃດ”

ທ່ານອອລແມນ ແລະເພື່ອນຮ່ວມງານໄດ້ເຮັດການວິເຄາະເພດພໍ່ເພດແມ່ໃນກຸ່ມມະນຸດ ແລະສັດຕະກູນລີງອີກເກົ້າຊະນິດ ວ່າມີການແບ່ງໜ້າທີ່ໃນຄອບຄົວຢ່າງໃດ ຫລັງຈາກນັ້ນກໍນຳຂໍ້ມູນທີ່ໄດ້ມາປຽບ ທຽບຊ່ວງຊີວິດຂອງກຸ່ມໂຕຢ່າງທັງໝົດວ່າ ລະຫວ່າງເພດຜູ້ແລະເພດແມ່ ໃຜຊິມີອາຍຸຍືນຍາວກວ່າກັນ ໂດຍໃຊ້ຂໍ້ມູນຈາກສຳມະໂນປະຊາກອນຊາວສະວີເດັນ ຢ້ອນຫລັງໄປເຖິງປີ ຄ.ສ 1780 ແລະເຮັດການກວດສອບປະຫວັດຊີວິດຂອງສັດຕະກູນລີງເຖິງ 1,500 ໂຕໃນແຕ່ລະຊະນິດ.

“ຮູບແບບທີ່ເກີດຂຶ້ນນີ້ມີວິວັດທະນາການມາຍາວນານ ພວກເຂົາມີໂຄງສ້າງທາງສັງຄົມທີ່ແຕກຕ່າງກັນໄປຕາມເຜົ່າພັນ” ທ່ານອອລແມນກ່າວ

ຄະນະຂອງອອລແມນພົບວ່າ ກຸ່ມລີງທີ່ໂຕພໍ່ແລະໂຕແມ່ ຊ່ວຍກັນລ້ຽງລູກ ໂຕຜູ້ແລະໂຕແມ່ຈະມີອາຍຸສະເລ່ຍໃກ້ຄຽງກັນ ແຕ່ໃນກຸ່ມທີ່ລີງທີ່ໂຕພໍ່ບໍ່ຍອມລ້ຽງລູກ ປະເພດປະສົມພັນແລ້ວໆຖິ້ມ ປ່ອຍໃຫ້ໂຕແມ່ລ້ຽງລູກເອງ ພົບວ່າໂຕເມຍຈະມີອາຍຸຍືນຍາວກວ່າໂຕຜູ້ ຍົກໂຕຢ່າງເຊັ່ນກຸ່ມຂອງລີງຊິມແປນຊີ ເຊິ່ງໂຕຜູ້ແມ່ນບໍ່ມີບົດບາດໃນການລ້ຽງດູລູກພົບວ່າ ປະຊາກອນຂອງລີງຊິມແປນຊີ ທີ່ໂຕເຕັມທີ່ຈະເປັນໂຕແມ່ຫລາຍກວ່າໂຕຜູ້ເຖິງສາມເທົ່າ.

ສ່ວນກຸ່ມຂອງລີງກໍຣິລລາທີ່ອາໄສຢູ່ແຖວພູເຂົາ ຜູ້ເປັນພໍ່ຈະມີໜ້າທີ່ປົກປ້ອງ ແລະຫລິ້ນກັບລູກໆສະເໝີ ເຮົາຈະພົບວ່າປະຊາກອນລີງກໍຣິລລາທີ່ໂຕເຕັມທີ່ ຈະມີໂຕແມ່ຫລາຍກວ່າໂຕຜູ້ພຽງໜ້ອຍດຽວ.

ແຕ່ສຳລັບມະນຸດນັ້ນ ອອລແມນກ່າວວ່າ ຕາມສະຖິຕິຂອງຊາວສະວີເດັນຢ້ອນກັບໄປ 200 ປີ ມີແນວໂນ້ມວ່າ ເພດຍິງຈະມີອາຍຸຫລາຍກວ່າເພດຊາຍປະມານຮ້ອຍລະ 5-8. ກຸ່ມລີງນົກຫູກກັບກຸ່ມລີງຕິຕິ ເຊິ່ງຜູ້ເປັນພໍ່ຈະໃຊ້ເວລາອຸ້ມລູກລ້ຽງລູກຕັ້ງແຕ່ແຮກເກີດ ແລະຍັງຊ່ອຍໂຕແມ່ເບິ່ງແຍງລູກ ເວລາທີ່ລູກບໍ່ສະບາຍນັ້ນ ປາກົດວ່າລີງຕິຕິໂຕຜູ້ ມີແນວໂນ້ມວ່າຈະມີອາຍຸຫລາຍກວ່າໂຕແມ່ອີກ ສ່ວນກຸ່ມລີງນົກຫູກນັ້ນທັງໂຕຜູ້ ແລະໂຕແມ່ມີອາຍຸສະເລ່ຍໃກ້ຄຽງກັນ.

ສ່ວນກຸ່ມລີງມາໂມເສັດ ລີງຂະໜາດນ້ອຍທີ່ສຸດທີ່ອາໄສຢູ່ໃນທະວີບອາເມຣິກາໃຕ້ນັ້ນ ພົບວ່າບາງຄັ້ງມີໂຕຜູ້ສີ່ໂຕຊ່ອຍກັນລ້ຽງລູກລີງໂຕດຽວ. ບາງຄັ້ງລີງໂຕຜູ້ເຫລົ່ານີ້ ຍັງລັກລູກໆຂອງໂຕອື່ນມາລ້ຽງອີກດ້ວຍ.

ເມື່ອຮູ້ດັ່ງນີ້ແລ້ວ ພວກເຮົາທີ່ເປັນຜູ້ຊາຍທັງຫລາຍທີ່ມີຄອບຄົວແລ້ວ ຄວນຈະຫາເວລາໄປລ້ຽງເບິ່ງແຍງລູກໆຊ່ອຍເມຍ ເພື່ອຈະໄດ້ມີອາຍຸຍືນຍາວ ແລະເຮັດໃຫ້ຄອບຄົວມີຄວາມສຸກ.

ບົດຄວາມຫຼ້າສຸດ

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...