Homeຂ່າວພາຍ​ໃນຫົວເຫວີຍຟ້ອງ ຊຳຊຸງ ເລື່ອງລະເມີດສິດທິບັດ ໃນໂທລະສັບມືຖື ແລະ ເທັກໂນໂລຢີການສື່ສານເຄື່ອນທີ່.

ຫົວເຫວີຍຟ້ອງ ຊຳຊຸງ ເລື່ອງລະເມີດສິດທິບັດ ໃນໂທລະສັບມືຖື ແລະ ເທັກໂນໂລຢີການສື່ສານເຄື່ອນທີ່.

Published on

ຫົວເຫວີຍ ກຸ່ມທຸລະກິດເທັກໂນໂລຢີຍັກໃຫຍ່ຂອງຈີນ ຈະຟ້ອງ ບໍລິສັດ ຊຳຊຸງ ຂອງເກົາຫຼີໃຕ້ ທີ່ຖືກກ່າວຫາວ່າ ລະເມີດສິດທິບັດ ໃນໂທລະສັບມືຖື. ຄະດີນີ້ ໄດ້ມີການຍືນຄຳຟ້ອງ ໃນປະເທດອາເມລິກາ ແລະ ປະເທດຈີນ, ເພື່ອຈະຮຽກຮ້ອງຄ່າລະເມີດຊັບສິນທາງປັນຍາ, ລວມເຖິງສິດທິບັດທີ່ກ່ຽວຂ້ອງກັບເທັກໂນໂລຢີການສື່ສານເທີງໂທລະສັບມືຖື ແລະ ຊອບແວທີ່ໃຊ້ໃນຢູ່ໂທລະສັບມືຖື ຊຳຊຸງ.
huawei

ໃນຖານະທີ່ເປັນຜູ້ຖືກຳມະສິດລາຍໃຫຍ່ຂອງສິດທິບັດ ກ່ຽວກັບເຄືອຂ່າຍສັນຍານໂທລະສັບມືຖື, ຫົວເຫວີຍແມ່ນຈະອອກໃບອະນຸຍາດການນຳໃຊ້ນີ້ຢ່າງເປັນທຳ, ສົມເຫດສົມຜົນ ແລະ ບໍ່ເລືອກປະຕິບັດຕໍ່ບໍລິສັດທີ່ນຳໃຊ້ເທັກໂນໂລຢີນີ້. ທ່ານ ດິງ ຈຽນ ຊິງ ປະທານພະແນກ ຊັບສິນທາງປັນຍາ ຂອງຫົວເຫວີຍ ໄດ້ກ່າວວ່າ: ພວກເຮົາໄດ້ເຫັນສິດທິບັດຈຳນວນຫຼວງຫຼາຍໄດ້ມີການຮ່ວມຂໍ້ຕົກລົງໃນການນຳໃຊ້ຢ່າງຖືກກົດໝາຍເພື່ອຈະເອົາມາພັດທະນາໃນອຸດສະຫາກຳສະມາດໂຟນ. ເຊັ່ນດຽວກັນກັບຫົວເຫວີຍ, ພວກເຮົາກໍ່ໄດ້ເຈລະນາເພື່ອແລກປ່ຽນສິດທິບັດການນຳໃຊ້ກັບບໍລິສັດເຊັ່ນ: ອີລິກຊັນ, ຄໍຄອມ ໂນເກັຍ, ອາຄາເທວ ລູແຄນ, ແລະ ອີກຫຼາຍໆບໍລິສັດທີ່ຜະລິດອຸປະກອນເທັກໂນໂລຢີນີ້, ຕະຫຼອດມາຫຼາຍປີແລ້ວ ແລະ ເຮົາເອງກໍ່ຍັງໄດ້ມີການລົງນາມຂໍ້ຕົກລົງ ກັບຄູ່ແຂ່ງທາງທຸລະກິດເຊັ່ນກັນ. ສ່ວນໃນກໍລະນີນີ້ເຮົາກໍ່ຫວັງວ່າ ຊຳຊູງເອງຄວນຈະຢຸດລະເມີດການນຳໃຊ້ສິດທິບັດທີ່ບໍ່ຖືກຕ້ອງ, ຂໍໃບອະນຸຍາດທີ່ຈຳເປັນຈາກຫົວເຫວີຍ ຫຼື ຈະຮ່ວມມືກັນພັດທະນາ ແລະ ຜັກດັນອຸດສະຫາກຳໄປຂ້າງໜ້າພ້ອມກັນ.

ຫົວເຫວ່ີຍເປັນບໍລິສັດຢູ່ແຖວໜ້າທາງດ້ານ ໄອຊີທີ, ຜູ້ຜະລິດສະມາດໂຟນ ແລະ ເຈົ້າຂອງສິດທິບັດຕ່າງໆ. ຫົວເຫວີຍໄດ້ລົງທືນຢ່າງມະຫາສານໃນການຄົ້ນຄວ້າແລະພັດທະນາ ເທັກໂນໂລຢີ ແລະນະວັດຕະກຳໃໝ່ໆ, ເຊີ່ງພຽງແຕ່ປີ 2015 ປີດຽວ ຫົວເຫວີຍໄດ້ລົງທືນສູງເຖີງ 9 ຕື້ໂດລາສະຫະລັດ ເປັນຈຳນວນ 15 ສ່ວນຮ້ອຍຂອງກຳໄລສຸດທິ ເພື່ອຈະພັດທະນາ ເທັກໂນໂລຢີໃໝ່, ຜະລິດຕະພັນໃໝ່ ແລະ ມາດຕະຖານຂອງການສື່ສານແບບໄຮ້ສາຍ. ໃນທ້າຍປີ 2015, ຫົວເຫວີຍໄດ້ ຮັບການຈົດທະບຽນອະນຸມັດ ເຖີງ 50,377 ສິດທິບັດໃນທົ່ວໂລກ. ເຊີ່ງໄດ້ລວມເຖີງ LTE, ລະບົບປະຕິບັດການ, ໜ້າຈໍຂອງຜູ້ໃຊ້ ເຊີ່ງມີມູນຄ່າສູງຫຼາຍໃນສະມາດໂຟນ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...