spot_img
Homeຂ່າວພາຍ​ໃນເອັກ​ສ​ພີ ການ​ຄ້າລາວ-ຈີນ ຈະ​ສະໝອງຊີ້ນ​ສົດ​ຄຸນ​ນະ​ພາບ​ລະດັບ​ໂລກ

ເອັກ​ສ​ພີ ການ​ຄ້າລາວ-ຈີນ ຈະ​ສະໝອງຊີ້ນ​ສົດ​ຄຸນ​ນະ​ພາບ​ລະດັບ​ໂລກ

Published on

ດ້ວຍຄວາມມຸ່ງຫວັງຢາກຈະເປັນຜູ້ສະໜອງຊີ້ນສົດ ກໍຄືຊີ້ນຄຸນນະພາບລະ­ດັບໂລກ ທີ່ຈະນຳສົ່ງຈາກຟາມເຖິງພາເຂົ້າ­ຂອງຜູ້ບໍ­ລິ­ໂພກລາຍທຳອິດຂອງ ສປປ ລາວ, ບໍ­ລິ­ສັດ ເອັກສພີການຄ້າ ລາວ-ຈີນ ຈຳ­ກັດ ໄດ້ຮ່ວມມືກັບລັດ­ຖະ­ບານ ຮົງກາ­ລີ  ເປີດໂຮງ­ງານປຸງແຕ່ງຊີ້ນສົດລາວຂຶ້ນຢ່າງເປັນທາງການ ໃນວັນທີ 7 ມິ­ຖຸ­ນາ 2016 ທີ່ໂຮງ­ງານ ຂ້າສັດນ້ຳຊວງເຂດນ້ຳຊວງ ນະ­ຄອນ­ຫຼວງວຽງຈັນ.

ໃຫ້ກຽດເປັນປະ­ທານຕັດແຖບຜ້າເປີດໂຮງ­ງານດັ່ງ­ກ່າວຂອງທ່ານ ລຽນ ທິແກ້ວ ລັດ­ຖະ­ມົນ­ຕີກະ­ຊວງກະ­ສິ­ກຳ-ປ່າ­ໄມ້ ແລະ ທ່ານ ປີເຕີ ຊີຈາໂຕ ລັດ ຖະມົນ­ຕີກະ­ຊວງການຕ່າງ­ປະ­ເທດ ແລະການຄ້າຂອງປະ­ເທດສາ­ທາ­ລະ­ນະລັດຮົງກາຣີ, ມີທ່ານຮອງລັດ­ຖະ­ມົນ­ຕີກະຊວງກະ­ສິ­ກຳ-ປ່າ­ໄມ້ ແລະ ຄະ­ນະຜູ້ແທນຈາກປະ­ເທດຮົງກາຣີ ພ້ອມດ້ວຍພາກ ສ່ວນທີ່ກ່ຽວ­ຂ້ອງເຂົ້າຮ່ວມ.

ທ່ານ ໄຊພອນ ພຸດທະວົງ ປະ­ທານບໍ­ລິ­ສັດເອັກສພີການຄ້າລາວ-ຈີນ ຈຳ­ກັດ ໃຫ້ຮູ້ວ່າ: ໂຮງ­ງານຊີ້ນສົດລາວລິເລີ່ມຂຶ້ນຈາກຄວາມຕ້ອງ­ການທີ່ຈະສະ­ໜອງ ຜະ­ລິດຕະພັນຈາກຊີ້ນທີ່ໄດ້ຄຸນນະພາບ ລະ­ດັບໂລກ ແລະຜະ­ລິດຕະພັນຊີ້ນຈາກ ພາຍໃນປະ­ເທດສູ່ຜູ້ບໍ­ລິ­ໂພກໂດຍກຳມະ ວິ­ທີການຜະ­ລິດທີ່ທັນສະ­ໄໝຢູ່ພາຍໃນ ປະ­ເທດລາວ, ທີ່ສຳ­ຄັນຄືພວກເຮົາມຸ່ງຫວັງທີ່ຈະເປັນຜູ້ທຳອິດທີ່ສົ່ງຊີ້ນສົດຈາກຟາມເຖິງພາເຂົ້າ­ຂອງທ່ານ, ສຳ­ລັບສັດລ້ຽງໃນຟາມ ລວມທັງອາ­ຫານທີ່ໃຊ້ລ້ຽງສັດແມ່ນລ້ວນແຕ່ຜະ­ລິດພາຍໃນ ແລະ ເປັນວິສາຫະກິດທີ່ຜະ­ລິດ ແລະປຸງແຕ່ງ 100% ໃນລາວ.

ສ່ວນວຽກງານພວກເຮົາເລີ່ມຈາກໂຮງໃຫ້ອາ­ຫານສັດ, ໂຮງລ້ຽງໝູ ທີ່ໄດ້ມາດ­ຖານສາ­ກົນ, ສະ­ເພາະໂຮງຂ້າສັດ ແລະປຸ່ງແຕ່ງຊີ້ນແມ່ນນຳໃຊ້ເຄື່ອງ­ມືທີ່ລ້ຳໜ້າ­ທີ່ສຸດຂອງເອີຣົບທີ່ຕັ້ງຢູ່ບໍ່ໄກຈາກນະ­ຄອນ­ຫຼວງວຽງຈັນ, ນອກນີ້ພວກເຮົາຍັງມີບໍ­ລິ­ການບັນ­ຈຸສຳ­ລັບ ຂາຍສົ່ງ, ເຄືອຂ່າຍການຈັດສົ່ງ ແລະ ຮ້ານຄ້າທີ່ຂາຍສິນ­ຄ້າພວກເຮົາຢູ່ຕາມເມືອງໃຫຍ່ໆໃນລາວ, ຢ່າງ­ໃດກໍຕາມ ພວກເຮົາເຊື່ອວ່າຈະສາ­ມາດສ້າງຜະ­ລິດຕະພັນທີ່ຜະ­ລິດໃນ ສປປ ລາວ ອອກມາ ໄດ້ຢ່າງແທ້ຈິງ ແລະ ພ້ອມເພື່ອການສົ່ງອອກແກ່ປະ­ເທດເພື່ອນບ້ານ, ສາ­ມາດແຂ່ງ­ຂັນກັບຜູ້ຜະ­ລິດໃນພາກພື້ນ, ພວກເຮົາຍັງມີຄວາມໝັ້ນໃຈ ແລະ ກຽມ­ພ້ອມໃນການເປັນສ່ວນໜຶ່ງຂອງປະ­ຊາຄົມເສດ­ຖະ­ກິດອາຊຽນໃນປີ 2016 ນີ້.

ທ່ານລັດ­ຖະ­ມົນ­ຕີກະ­ຊວງກະ­ສິ­ກຳ-ປ່າ­ໄມ້ ໄດ້ຕີລາ­ຄາສູງວ່າ: ວຽກການຜະລິດອາ­ຫານ, ໂພ­ຊະນາການ ຫຼື ຄວາມປອດໄພຂອງອາ­ຫານ ແມ່ນວຽກທີ່ສອດ ຄ່ອງກັບແນວ­ທາງນະ­ໂຍ­ບາຍຂອງພັກ ແລະ ລັດເຮົາ, ຖືກຕາມແຜນພັດ­ທະ­ນາ ເສດ­ຖະ­ກິດ-ສັງ­ຄົມ ສະ­ບັບທີ VIII ຂອງລັດ­ຖະ­ບານ ແລະຖືກຕາມທິດການພັດທະນາກະ­ສິ­ກອນຄື: ກະ­ສິ­ກຳສະ­ອາດ, ສີຂຽວ  ແລະ ຍືນຍົງ,  ທັງແມ່ນການປະ­ກອບສ່ວນສຳ­ຄັນໃສ່ການ­ຈັດ­ຕັ້ງປະ­ຕິ­ບັດໂຄງ ການຄ້ຳ­ປະ­ກັນດ້ານສະ­ບຽງອາ­ຫານ ແລະ ຜະ­ລິດເປັນສິນ­ຄ້າຂອງລາວ.

ການຊ່ວຍ­ເຫຼືອ, ສະ­ໜັບ­ສະ­ໜູນຂອງປະ­ເທດເພື່ອນມິດແມ່ນຍັງມີຄວາມຈຳເປັນສຳ­ລັບ ສປປ ລາວ ແລະໄດ້ສະ­ແດງຄວາມຂອບ­ໃຈຕໍ່ລັດ­ຖະ­ບານ ແລະປະຊາຊົນຮົງກາຣີ ທີ່ໃຫ້­ການຊ່ວຍ­ເຫຼືອທາງດ້ານວິ­ຊາການ ກໍຄືການສະ­ໜັບ­ສະ­ໜູນເງິນກູ້ແບບມີເງື່ອນ­ໄຂ ໄລ­ຍະທີ 1 ເປັນມູນຄ່າ 8,6 ລ້ານໂດລາສະ­ຫະ­ລັດ ໃນການ­ຈັດ­ຕັ້ງປະ­ຕິ­ບັດໂຄງ­ການພັດ­ທະ­ນາດ້ານການລ້ຽງ­ສັດ, ການປະ­ມົງ ແລະ ເງິນກູ້ໄລ­ຍະ 2 ຈຳ­ນວນ 30 ລ້ານໂດລາ ເພື່ອຍົກສູງຄຸນນະພາບຄວາມປອດໄພຂອງຜະ­ລິດຕະພັນສັດໃຫ້ແກ່ ສປປ ລາວ.

ໂຄງ­ການໄລ­ຍະ 2 ແມ່ນຈະໄດ້ເລີ່ມ ຕົ້ນນັບແຕ່ປະ­ຈຸບັນຮອດປີ 2018 ໂດຍມີຈຸດ­ປະ­ສົງເປົ້າໝາຍເພື່ອສືບ­ຕໍ່ພັດ­ທະ­ນາການລ້ຽງ­ສັດ ແລະ ລ້ຽງປາເປັນສິນ­ຄ້າ ແນ­ໃສ່ການປັບ­ປຸງລະ­ບົບການຜະ­ລິດ ແລະ ປຸງແຕ່ງໃຫ້ໄດ້ມາດ­ຖານ, ມີຄວາມ ປອດໄພ, ເລັງໃສ່ໃຫ້ເປັນຕົວແບບ ແລະ ປະ­ກອບ­ສ່ວນເຂົ້າໃນການ­ຈັດ­ຕັ້ງປະ­ຕິ­ບັດໂຄງ­ການຄ້ຳ­ປະ­ກັນດ້ານສະ­ບຽງອາ­ຫານ ແລະ ຜະ­ລິດເປັນສິນ­ຄ້າແຫ່ງຊາດໃຫ້ເປັນຮູບປະທຳ.

ທີ່ມາ: logo

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...