spot_img
Homeຂ່າວຕ່າງປະເທດຍີ່ປຸ່ນ​ປັບ​ເພີ່ມ​ຈີ​ດີ​ພີ ​ໄຕ​ມາດ​ທຳ​ອິດ​ປີ​ນີ້ ຂະຫຍາຍຕົວ​ 0,5%

ຍີ່ປຸ່ນ​ປັບ​ເພີ່ມ​ຈີ​ດີ​ພີ ​ໄຕ​ມາດ​ທຳ​ອິດ​ປີ​ນີ້ ຂະຫຍາຍຕົວ​ 0,5%

Published on

ສຳນັກ​ນາຍົກ​ລັດຖະມົນຕີ​ຍີ່ປຸ່ນ​ປັບ​ແກ້​ໄຂ​ຕົວ​ເລກ​ລວມຍອດ​ຜະລິດ​ຕະພັນ​ພາຍ​ໃນ​ປະ​ເທດ (ຈີ​ດີ​ພີ) ​ໄຕ​ມາດ​ທຳ​ອິດ​ຂອງ​ປີ​ນີ້ວ່າ ຂະຫຍາຍຕົວ​ 0,5% ຈາກ​ທີ່​ແຈ້ງ​ເບື້ອງ​ຕົ້ນ​ເມື່ອ​ເດືອນ​ກ່ອນ​ວ່າຂະຫຍາຍຕົວ 0,4% ຫຼັງ​ຈາກ​ຫົດ​ຕົວ​ໃນຊ່ວງ​​ໄຕ​ມາດ​ສຸດ​ທ້າຍ​ຂອງ​ປີ​ກ່ອນ.

ການ​ປັບ​ແກ້​ຕົວ​ເລກ​ດັ່ງກ່າວ​​ເຮັດ​ໃຫ້​ໄຕ​ມາດ​ທຳ​ອິດ​ຂອງ​ປີ​ນີ້​ຈີ​ດີ​ພີ​ຍີ່ປຸ່ນ​ຂະຫຍາຍຕົວ 1,9%ຕໍ່​ປີ ຈາກ​ທີ່​ແຈ້ງ​ເບື້ອງ​ຕົ້ນ​ວ່າ​ຂະຫຍາຍຕົວ 1,7%ຕໍ່​ປີ ​ເປັນ​ການ​ປະກາດ​ຕົວ​ເລກ​ຫຼັງ​ຈາກ​ທີ່​ນາຍົກ​ລັດຖະມົນຕີ​ຊິນ​ໂຊ ອາ​ເບະ​ຂອງ​ຍີ່ປຸ່ນ​ຕັດສິນ​ໃຈ​ເລື່ອນ​ການ​ຂຶ້ນ​ພາສີ​ຂາຍ​ຈາກ​ 8% ​ເປັນ 10% ຈາກ​ເດີມ​ທີ່​ຈະ​ມີ​ຜົນ​ຕັ້ງ​ແຕ່​ເດືອນ​ເມສາ​ປີໜ້າ ​ໄປ​ເປັນ​ເດືອນ​ຕຸລາ 2019 ຫຼັງ​ຈາກ​ທີ່​ເຄີຍ​ເລື່ອນ​ມາ​ແລ້ວ​​ຄັ້ງ​ໜຶ່ງຈາກ​ທີ່​ຕ້ອງ​ຂຶ້ນ​ໃນ​ເດືອນ​ຕຸລາ​ປີກ່ອນ ​ເພາະ​ກະທົບ​ຕໍ່​ການ​ຟື້ນ​ຕົວ​ທາງ​ເສດຖະກິດ​ທີ່​ຍັງ​ບໍ່​ແຂງ​ແຮງ ຂະນະ​ທີ່​ຟິດ ​ເຣດຕິ້ງ​ເຕືອນ​ວ່າ ການ​ຕັດສິນ​ໃຈ​ດັ່ງກ່າວ​ຈະ​ທຳລາຍ​ຄວາມ​ໜ້າ​ເຊື່ອ​ຖື​ຂອງ​ຍີ່ປຸ່ນ​ໃນ​ການ​ເຮັດ​ຕາມ​ພັນທະກໍລະນີ​ເລື່ອງ​ຫຼຸດ​ຍອດ​ໜີ້​ສາທາລະນະ​ຈຳນວນ​ມະຫາສານ.

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...