spot_img
Homeຂ່າວການສຶກສາຮົງກາລີ ເພີ່ມທຶນການສຶກສາແກ່ລາວຂຶ້ນເປັນ 50 ຄົນຕໍ່ປີແຕ່ 2017-2019

ຮົງກາລີ ເພີ່ມທຶນການສຶກສາແກ່ລາວຂຶ້ນເປັນ 50 ຄົນຕໍ່ປີແຕ່ 2017-2019

Published on

ພິທີລົງນາມເພີ່ມທຶນການສຶກສາຂອງລັດຖະບານຮົງກາລີໃຫ້ແກ່ ສປປ ລາວ ຂຶ້ນເປັນ 50 ຄົນຕໍ່ປີ, ໃນສົກປີ 2017-2019 ໄດ້ມີຂຶ້ນໃນວັນທີ 7 ມີຖຸນານນີ້ ທີ່ນະຄອນຫລວງວຽງຈັນ, ລະຫວ່າງທ່ານ ປີເຕີ ຊີຈາໂຕ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າ ຮົງກາລີ ແລະ ທ່ານ ສະ ເຫລີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ໃນໂອກາດທີ່ທ່ານ ປີເຕີ ຊີຈາໂຕ ພ້ອມຄະນະເດີນທາງມາຢ້ຽມຢາມ ສປປລາວ ໃນລະຫວ່າງວັນທີ 6-7 ມີຖຸນານີ້.

ໃນລະຫວ່າງການພົບປະສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນຮ່ວມມືໃນຂອບສອງຝ່າຍ ແລະ ຫລາຍຝ່າຍໃນໄລຍະຜ່ານມາ ແລະ ໄດ້ປຶກສາຫາລືທິດທາງການເສີມຂະຫຍາຍການຮ່ວມມືດ້ານຕ່າງໆໃນຕໍ່ໜ້າເປັນຕົ້ນ: ຂົງເຂດກະສິກຳ, ລ້ຽງສັດ, ການສຶກສາ, ເສດຖະກິດ-ການຄ້າ, ການລົງທຶນ, ການເງິນ ແລະ ອື່ນໆ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນທີ່ມີມາແຕ່ດົນນານລະຫວ່າງ ລາວ ແລະ ຮົງກາລີ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ.

ໃນໂອກາດຢ້ຽມຢາມ ສປປ ລາວ ຂອງທ່ານລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າ ຮົງກາລີ ຄັ້ງນີ້, ທ່ານໄດ້ເຂົ້າຢ້ຽມຂ່ຳນັບທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ, ທ່ານປະທານສະພາແຫ່ງຊາດ ນາງ ປານີ ຢາທໍ່ຕູ້, ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ນາງ ເຂັມມະນີ ພົນເສນາ ແລະ ເຂົ້າຮ່ວມພິທີໂຮງງານຂ້າສັດທັນສະໄມ ແລະ ຜະລິດຊີ້ນເປັນສິນຄ້າ, ຢູ່ເມືອງນາຊາຍທອງ ນະຄອນຫລວງວຽງຈັນ, ເຊິ່ງເປັນໂຄງການຮ່ວມມືລະຫວ່າງລາວ-ຮົງກາລີ.

 

ຂ່າວຈາກ: ລາວພັດທະນາ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...