Homeນານາສາລະຢາກເຮັດທຸລະກິດສ່ວນຕົວຕ້ອງເລີ່ມຕົ້ນແນວໃດ ກວດເບິ່ງ 15ຂໍ້ນີ້ ຈະໄປຕໍ່ ຫຼື ລໍຖ້າໄປກ່ອນ

ຢາກເຮັດທຸລະກິດສ່ວນຕົວຕ້ອງເລີ່ມຕົ້ນແນວໃດ ກວດເບິ່ງ 15ຂໍ້ນີ້ ຈະໄປຕໍ່ ຫຼື ລໍຖ້າໄປກ່ອນ

Published on

ມະນຸດເງິນເດືອນຫຼາຍຄົນມີຄວາມຝັນຢາກມີທຸລະກິດເປັນຂອງຕົນເອງ ແຕ່ບາງຄົນພໍຄິດໄດ້ປຸບກໍ່ລາອອກຈາກວຽກປັບແລ້ວລົງມືເຮັດທຸລະກິດສ່ວນຕົວທັນທີໂດຍບໍ່ຄິດຢ່າງຖີ່ຖ້ວນ ຜົນທີ່ໄດ້ມາແມ່ນຂາດທຶນຈົນຕ້ອງປິດກິດຈະການໄປກໍ່ມີຫຼາຍຄົນ ວັນນີ້ເຮົາເລີຍມີ 15 ມາໃຫ້ທ່ານລອງກວດເບິ່ງຄືນວ່າຕອນນີ້ທ່ານພ້ອມຈະອອກຈາກວຽກເພື່ອໄປເຮັດທຸລະກິດສ່ວນຕົວແລ້ວ ຫຼື ຕ້ອງລໍຖ້າໄປກ່ອນດີກວ່າ

  1. ຮູ້ຄວາມຝັນຂອງຕົວເອງກ່ອນວ່າທ່ານມີຄວາມຝັນຢາກເຮັດຫຍັງແທ້
  2. ເລີ່ມວາງແຜນວຽກຢ່າງເປັນລະບົບ
  3. ງົບປະມານມີເທົ່າໃດ ແລະ ຈະຫາໄດ້ຈາກບ່ອນໃດແນ່
  4. ທ່ານຕ້ອງແນ່ໃຈວ່າສິ່ງທີ່ທ່ານຈະເຮັດມັນຖືກກັບຄວາມຕ້ອງການຂອງລູກຄ້າ
  5. ທ່ານຕ້ອງມີຄວາມຮູ້ພື້ນຖານດ້ານການຕະຫຼາດ
  6. ຕ້ອງລາອອກຈາກວຽກໃນເວລາທີ່ເໝາະສົມ
  7. ທ່ານຕ້ອງມີເຄືອຂ່າຍ ແລະ ຮູ້ຈັກຊອກເຄືອຄ່າຍທາງທຸລະກິດ ເຊິ່ງໝາຍເຖິງທ່ານຕ້ອງມີກຸ່ມເຄື່ອຂ່າຍລູກຄ້າ ແລະ ກຸ່ມເຄືອຂ່າຍສະໜອງວັດຖຸດີບໃນການຜະລິດສິນຄ້າໃຫ້ທ່ານ
  8. ສິນຄ້າທີ່ທ່ານເຮັດລົງໄປບໍ່ວ່າຈະເປັນກ່ຽວກັບຫຍັງກໍ່ຕາມທ່ານຕ້ອງເໜັ້ນຄຸນນະພາບ
  9. ບໍ່ວ່າຈະເປັນການຜະລິດສິນຄ້າ ຫຼື ການບໍລິການຂອງທຸລະກິດທ່ານຕ້ອງມີຄວາມແຕກຕ່າງຢ່າງສ້າງສັນ
  10. ມີສິນລະປະໃນການອອກແບບເພື່ອໃຫ້ສິນຄ້າອອກມາໂດດເດັ່ນ
  11. ຕ້ອງງ່າຍ ແລະ ບໍ່ຊັບຊ້ອນ
  12. ຫາຊ່ອງທາງໂປຣໂມດສີນຄ້າຂອງທ່ານ
  13. ພັດທະນາຕົວເອງ ແລະ ສິນຄ້າໄປຕະຫຼອດ
  14. ສ້າງສິ່ງໃໝ່ໆໃຫ້ກັບຜູ້ຊົມໃຊ້
  15. ມີຄວາມຊື່ສັດ, ຕົງເວລກັບລູກຄ້າຢູ່ສະເໝີ

ເມື່ອອ່ານຈົບແລ້ວທ່ານລອງໃຫ້ຄຳຕອບຕົວເອງເບິ່ງວ່າ ຕອນນີ້ທ່ານພ້ອມທີ່ຈະລາອອກຈາກວຽກແລ້ວໄປເຮັດທຸລະກິດສ່ວນຕົວແທ້ໆ ຫຼື ບໍ່!

ທີ່ມາ:​http://money.kapook.com/view142013.html

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...