Homeຂ່າວທ້ອງຖິ່ນອີກ 120 ວັນ ພົບກັບການພິມຄຳເຕືອນໃສ່ຊອງຢາສູບ

ອີກ 120 ວັນ ພົບກັບການພິມຄຳເຕືອນໃສ່ຊອງຢາສູບ

Published on

ອີງ​ຕາມ​ຂໍ້​ຕົກລົງ​ກ່ຽວ​ກັບການ​ພິມ​ຄຳເຕືອນ​ສຸຂະພາບ ​ທີ່ເປັນ​ຮູບ​ພາບ​ໃສ່​ຊອງ ແລະ ຕຸດຢາສູບ ຂອງ​ກະຊວງ​ສາ​ທາ​ລະນະ​ສຸກ​ ໄດ້​ອອກ​ຂໍ້​ຕົກລົງ​ໃຫ້​ຜະລິດ​ຕະ​ພັນ​ຢາສູບ​ ທີ່​ຜະລິດ​ຢູ່​ພາຍໃນ​ປະເທດ ນຳ​ເຂົ້າ​ມາ​ຈາກ​ຕ່າງປະເທດ​ ເພື່ອ​ຈຳໜ່າຍ​ໃນ ​ສປປ ລາວ ລວມ​ທັງ​ຮ້ານ​ຄ້າ​ປອດ​ພາສີ ​ຕ້ອງ​ໄດ້​ພິມ​ຄຳເຕືອນ​ສຸຂະພາບ ທີ່​ເປັນ​ຮູບ​ພາບ ພ້ອມ​ຂໍ້ຄວາມ​ໃສ່ຂອບ​ເທິງ​ສຸດ​ຂອງ​ຊອງ ແລະ ຕຸດຢາສູບ ໂດຍ​ໃຫ້​ກວມ​ເອົາ​ຢ່າງໜ້ອຍ​ດ້ານ​ລະ 75% ພ້ອມ​ນັ້ນ ໃນ​ການ​ຈັດ​ພິມ​ຄຳເຕືອນ​ສຸ​ຂະພາບ ຕ້ອງ​ມີ​ການ​ສັບ​ປ່ຽນ​ໝູນວຽນ​ທັງ 6 ຮູບ​ພາບ ແລະ ຂໍ້ຄວາມ​ໃນ​ທຸກໆ 50 ພັນ​ຊອງ ແລະ 5 ພັນ​ຕຸດ ເຊິ່ງ​ໃນ​ນັ້ນ ຕ້ອງພິມ​ຮູບ​ພາບ ແລະ ຂໍ້ຄວາມ​ຄຳເຕືອນ​ຕາມ​ຕົ້ນ​ສະບັບ​ທີ່​ອະນຸມັດຈາກ​ກົມ​ອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງ​ສາທາລະນະສຸກ​ເທົ່າ​ນັ້ນ ​ເພື່ອ​ໃຫ້​ຄ່າ​ຄວາມເຂັ້ມ​ຂອງ​ສີ ນ້ຳໜັກ​ສີ ຂະໜາດ ແລະ ຕຳແໜ່ງ​ຂອງ​ໂຕ​ອັກສອນ ຮູບ​ພາບ ແລະ ຂໍ້ຄວາມ​ຄຳເຕືອນ ລວມ​ທັງ​ຄວາມ​ຊັດ​ເຈນ​ຂອງ​ຮູບ ຕ້ອງ​ພິມ​ຕາມ​ຕົ້ນ​ສະບັບ​ຄຳເຕືອນສຸຂະພາບ ພ້ອມ​ທັງ​ຕ້ອງ​ພິມ​ສະຫຼາກ​ກ່ຽວ​ກັບສານພິດ ແລະ ສານ​ກໍ່​ມະ​ເຮັງ​ໃນ​ຄວັນ​ຢາສູບ​ໃສ່ທັງ​ສອງ​ດ້ານ​ຂ້າງ ຫຼື ດ້ານ​ເທິງ ແລະ ດ້ານ​ລຸ່ມ​ຂອງ​ຊອງ ແລະ ຕຸດ​ຢາສູບ.

ສຳລັບ​ຕູ້​ວາງ​ຂາຍ​ຢາສູບ ຈະ​ຕ້ອງ​ເປັນ​ປະເພດ​ໃສ ສາມາດສ່ອງ​ເຫັນ​ຊອງຢາ​ສູບ​ທີ່ແທ້​ຈິງ​ຢູ່ໃນ​ຕູ້​ໄດ້​ຢ່າງ​ຊັດ​ເຈນ ເຊິ່ງ​ຊອງຢາສູບ​ດັ່ງກ່າວ​ ຕ້ອງ​ມີ​ຮູບ​ພາບຂໍ້ຄວາມ​ຄຳເຕືອນ ແລະ ສະຫຼາກ ຕາມ​ກຳນົດ​ຂອງ​ກະຊວງ​ສາ​ທາລະນະ​ສຸກ ແລະ ສຳລັບ​ການ​ພິມຄຳເຕືອນ​ສຸຂະພາບ​ເປັນ​ຮູບ​ພາບ ແລະ ສະຫຼາກ​ແມ່ນ​ມີ​ຜົນ​ບັງຄັບໃຊ້​ພາຍ​ໃນ​ໜຶ່ງ​ຮ້ອຍ​ຊາວ​ວັນ ນັບແຕ່​ມື້​ລົງ​ໃນ​ຈົດໝາຍເຫດ​ທາງລັດ​ຖະ​ການ ຫຼື ຈະ​ເລີ່ມ​ຕົ້ນ​ຈັດຕັ້ງ​ປະຕິບັດ​ໃນ​ເດືອນ​ຕຸລາ​ນີ້.

ການ​ພິມ​ຄຳເຕືອນ​ສຸຂະພາບໃສ່​ຊອງຢາ​ສູບ​ນີ້ ​ແມ່ນ​ມີ​ຄຸນ​ປະໂຫຍດ​ຫຼາຍ​ຢ່າງ ໂດຍ​ເປັນ​ການ​ສື່ໃຫ້​ທຸກ​ຄົນ​ຮັບ​ຮູ້ ແລະ ເຂົ້າໃຈ ໂດຍ​ສະເພາະກຸ່ມ​ຄົນ​ທີ່​ມີ​ລະດັບການ​ສຶກ​ສາ​ຕ່ຳ​ ແມ່ນ​ມີ​ປະ​ສິດທິພາບ​ສູງ​ສຸດ ແລະ ເປັນ​ສິ່ງ​ທີ່ເຕືອນ​ໄດ້​ດີ​ທີ່​ສຸດ ​ໃຫ້​ຄົນ​ສູບຢາ​ຄິດເຖິງ​ຜົນ​ຮ້າຍ​ທຸກ​ຄັ້ງ​ທີ່​ຈົກ​ກອກຢາ​ອອກ​ມາ​ສູບ ຊ່ວຍ​ກະ​ຕຸ້ນ​ໃຫ້ຄົນ​ເຮົາ​ສົນໃຈ​ຮູບ​ພາບ​ຄຳເຕືອນນັ້ນ ​ຫຼາຍ​ກວ່າ​ສ່ວນ​ອື່ນ​ຂອງ​ຢາສູບ ເຊິ່ງ​ຜ່ານ​ການ​ສຶກ​ສາ​ຂໍ້​ມູນ ໄດ້​ຢືນຢັນ​ວ່າ​ຄົນ​ສູບຢາ​ໄດ້​ຍອມຮັບ​ວ່າ​ຄຳເຕືອນ ​ໄດ້​ເຮັດ​ໃຫ້​ເຂົາຄິດ​ຫາ​ຜົນ​ຮ້າຍ​ຂອງ​ການ​ສູບຢາຫຼາຍ​ຂຶ້ນ ແລະ ຄິດ​ທີ່​ຈະ​ອອກ​ຢາສູບ.

ທີ່ມາ: http://www.vientianemai.net/khao/15977.html

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...