spot_img
Homeວັນນະກຳເລື່ອງສັ້ນເພື່ອນ...ຮັກນີ້ທີ່ 6/1 (ຕອນ 18) ຕອນຈົບ

ເພື່ອນ…ຮັກນີ້ທີ່ 6/1 (ຕອນ 18) ຕອນຈົບ

Published on

ຮອດຕອນຄ່ຳຫຼັງຈາກທີ່ພວກເຂົາກັບມາຈາກການໄປທ່ຽວທີ່ວັດພູຈຳປາສັກ ຕ່າງຝ່າຍກໍ່ແຍກຍ້າຍກັນໄປທີ່ຫ້ອງບາງກຸ່ມກໍ່ອາບນ້ຳປ່ຽນເຄືື່ອງໄປເລາະທ່ຽວຊົມວິວທິວທັດເມືອງປາກເຊໃນຍາມຄ່ຳຄືນ ເຊິ່ງໝີນ້ອຍກໍ່ໄປທ່ຽວສະຖານບັນເທີງກັບລູກທົວຈຳນວນໜຶ່ງ ແຕ່ຕຸ່ນບໍ່ຂໍໄປນຳເພາະລາວຮູ້ສຶກເມື່ອຍ ຕອນປະມານ 20:00ໂມງ ໃນຂະນະທີ່ຕຸ່ນກຳລັງນອນອ່ານເບິ່ງດວງຄວາມຮັກໃນໂນ໊ດບຸກ ເຊິ່ງດວງຄວາມຮັກປະຈຳອາທິດ ເຊິ່ງມັນໄດ້ບອກໄວ້ວ່າ: “ດວງຄວາມຮັກຂອງຄົນເກີດວັນພຸດ ໃນອາທິດນີ້ ທ່ານຈະໄດ້ພົບເພື່ອນເກົ່າ ຫຼື ຄົນຮັກເກົ່າ ອີກຄັ້ງ ເຊິ່ງເຂົາຄົນນີ້ອາດຈະແມ່ນຮັກແທ້ທີ່ທ່ານຕາມຫາຢູ່” ແລ້ວສຽງເໝືອນມີຄົນກຳລັງເຄາະປະຕູໜ້າຫ້ອງຂອງລາວ ກັອກ!!! ສຽງລົວຫຼາຍບາດຕິດໆກັນ ຕຸ່ນກໍ່ຟ້າວລຸກມາໄຂປະຕູຫ້ອງອອກ ປະກົດວ່າຄົນທີ່ມາເຄາະປະຕູຫ້ອງແມ່ນໂຕ້ ມັນໄດ້ເຮັດໃຫ້ຕຸ່ນຕົກໃຈທັນທີ ຕຸ່ນຟ້າວເອົາມືໄປຈັບທີ່ໄລປະຕູແລ້ວດຶງປະຕູເຂົ້າເພື່ອຈະປິດປະຕູ ແຕ່ໂຕ້ກໍ່ຕັດໄວ້ໂຕ້ໄດ້ໃຊ້ທັງມື ແລະ ຮ່າງກາຍຕັນປະຕູໄວ້ ຕຸ່ນສູ້ແຮງຜູ້ຊາຍບໍ່ໄຫວກໍ່ເລີຍຍອມບໍ່ຝືນອັດປະຕູຕໍ່ໄປ ຕຸ່ນໄດ້ອອກມາຢືນທີ່ໜ້າຫ້ອງແລ້ວທັງສອງແນມເບິ່ງໜ້າກັນແລ້ວຕຸ່ນໄດ້ຖາມໂຕ້ໄປວ່າ: ທ້າວ ຈິດຕະກອນ ເຈົ້າຮູ້ຫ້ອງຂ້ອຍໄດ້ແນວໃດ ແລ້ວເຈົ້າມີວຽກຫຍັງກັບຂ້ອຍ, ໂຕ້ກໍ່ຕອບຕຸ່ນໄປວ່າ: ຮູ້ຫ້ອງໄດ້ແນວໃດບໍ່ສຳຄັນ ແຕ່ເລື່ອງສຳຄັນຄືຕອນນີ້ຂ້ອຍຫິວເຂົ້າ ໄປກິນເຂົ້າເປັນເພື່ອນຂ້ອຍແນ່, ຕຸ່ນເຮັດສີໜ້າງົງໆແລ້ວເວົ້າກັບໂຕ້ໄປວ່າ: ເຮິ! ຫິວເຂົ້າກໍ່ໄປກິນເຂົ້າຕັວະທ້າວ! ຂ້ອຍບໍ່ໄດ້ຫິວ, ໂຕ້ໄດ້ເວົ້າກັບຕຸ່ນດ້ວຍສາຍຕາ ແລະ ນ້ຳສຽງອອດອ້ອນ: ແຕ່ຂ້ອຍຢາກໃຫ້ເຈົ້າໄປກິນເປັນເພື່ອນ! ເນາະໆໆໆໄປເປັນເພື່ອນຂ້ອຍແນ່, ຕຸ່ນແນມເບິ່ງໜ້າໂຕ້ດ້ວຍສີໜ້າແປກໃຈຄັກກວ່າເກົ່າອີກແລ້ວຕຸ່ນກໍ່ເວົ້າໄປວ່າ:​ ເຮິ! ເລື່ອງຫຍັງທີ່ຈະຕ້ອງເຮັດຕາມທີ່ເຈົ້າຂໍ ຈ້າງກໍ່ບໍ່ໄປນຳດອກ ແລ້ຕຸ່ນຈະຍ່າງກັບເຂົ້າທີ່ຫ້ອງແຕ່ໂຕ້ບໍ່ຍອມໃຫ້ຕຸ່ນເຂົ້າຫ້ອງໂຕ້ໄປໃຊ້ຮ່າງກາຍຢືນຕັນປະຕູໄວ້ ທຳອິດຕຸ່ນກໍ່ບໍ່ຢາກໄປຊອກກິນເຂົ້າທາງນອກກັບໂຕ້ ແຕ່ໂຕ້ໄດ້ຂູ່ວ່າຈະບອກທາງບໍລິສັດທົວທີ່ຕຸ່ນເຮັດວຽກນຳວ່າຕຸ່ນບໍລິການບໍ່ໄດ້ເລື່ອງ ເຊິ່ງຕຸ່ນກໍ່ຢ້ານເສຍພາບພົດ ກໍ່ເລີຍຍອມຕາມໃຈໄປກິນເຂົ້າເປັນເພື່ອນໂຕ້

ແລ້ວທັງສອງກໍ່ພາກັນຍ່າງເລາະທາງເພື່ອໄປຫາຂອງກິນເຂົ້າປຽກທ່າມກາງອາກາດທີ່ໜາວເຢັນບວກກັບຄວາມສວຍງາມຂອງເມືອງປາກເຊ ເຖິງການຍ່າງໄປຕາມທາງພວກເຂົາບໍ່ໄດ້ລົມຫຍັງກັນຕ່າງຄົນຕ່າງຍ່າງແຕ່ທັງສອງຄົນກໍ່ລັກຍິ້ມດ້ວຍຫົວໃຈທີ່ເບີກບານເໝືອນໄດ້ຍ້ອນເວລາກັບໄປເມື່ອຕອນສະໄໝຮຽນ ຕຸ່ນທັງຍ່າງໄປແລະເຜີ້ຝັນໃນໃຈວ່າ: ບັນຍາກາດແບບນີ້ມັນເໝືອນກັບໃນຊີຣີ້ເກົາຫຼີທີ່ເຮົາມັກເບິ່ງເລີຍ ຖ້າຕອນນີ້ປ່ຽນຈາກຍ່າງໃຜຍ່າງມັນມາເປັນຍ່າງຈູງມືກັນແທນ ມັນຄົງຈະໂຣແມນຕິກສຸດໆເລີຍ ຕຸ່ນທັງຄິດແລ້ວຍິ້ມຄົນດຽວຕາກໍ່ບໍ່ເບິ່ງຮອທາງ ຕຸ່ນເກືອບຍ່າງໄປຕຳເອົາຂາປ້າຍບອກທາງທີ່ເຂົາຕິດຕັ່ງໄວ້ແຄມທາງແຕ່ໂຕ້ເຫັນກ່ອນເລີຍດຶງຕຸ່ນເຂົ້າມາຕິດກັບຕົວເອງຕຸ່ນກໍ່ສະເດີດຕື່ນແລ້ວເງີຍໜ້າເບິ່ງໜ້າໂຕ້ແລ້ວໂຕ້ກໍ່ເວົ້າກັບຕຸ່ນໄປວ່າ ດຽວກໍ່ຕຳເສົາຕາຍແຫຼະ! ບໍ່ຕ້ອງໃຈລອຍຄິດເລື່ອງຂ້ອຍຫຼາຍກໍ່ໄດ້ ເມື່ອເວົ້າຈົບໂຕ້ກໍ່ຍິ້ມໃຫ້ຕຸ່ນແບບເບົາໆ ຈົນເຮັດໃຫ້ຕຸ່ນຮູ້ສຶກເຂີນໂຕ້ຂຶ້ນມາທັນທີ ຕຸ່ນໄດ້ຢູ້ໂຕ້ອອກຈາກຕົວເອງ ແລ້ວຟ້າວຍ່າງໄປທີ່ຮ້ານເຂົ້າປຽກ ທີ່ຮ້ານເຂົ້າປຽກພວກເຂົາໄດ້ສັ່ງເຂົ້າປຽກໝູກອບມາກິນຄົນລະຖ້ວຍ ໃນຂະນະທີ່ນັ່ງຖ້າຖ້ວຍເຂົ້າປຽກມາຕຸ່ນກໍ່ເງີຍໜ້າຂຶ້ນໄປເບິ່ງດວງດາວທີ່ທ້ອງຟ້າຕຸ່ນຮູ້ສຶກມີຄວາມສຸກທຸກຄັ້ງທີ່ໄດ້ແນມເບິ່ງດາວເຖິງຈະມີຄວາມທຸກໃຈພຽງໃດມັນກໍ່ເຮັດໃຫ້ລາວອາລົມດີຂຶ້ນມາໄດ້ ໃນຂະນະທີ່ຕຸ່ນກຳລັງມີຄວາມສຸກກັບການເບິ່ງດາວທີ່ຟ້າ ໂຕ້ກໍ່ນັ່ງຄ້ຳແກ້ມເບິ່ງໜ້າຕຸ່ນແລ້ວຍິ້ມດ້ວຍສີໜ້າແວວຕາທີ່ມີຄວາມສຸກໃຈ ຄວາມໜ້າຮັກສົດໃສເປັນທຳມະຊາດທີ່ມີໃນຕົວຂອງຕຸ່ນມັນໄດ້ສາດເຂົ້າມາໃນຫົວໃຈຈົນເຮັດໃຫ້ໂຕ້ປະທັບພາບນີ້ບໍ່ຮູ້ລືມ, ໂຕ້ເລີຍເວົ້າອອກໄປວ່າ: ງາມ! ງາມແທ້ໆ, ຕຸ່ນທີ່ເງີຍໜ້າເບິ່ງດາວລາວກໍ່ເຂົ້າເຈົ້າຜິດຄິດວ່າໂຕ້ຍ້ອງດາວເທິງຟ້າຕຸ່ນກໍ່ເລີຍຕອບໂຕ້ໄປວ່າ: ອື້! ດາວຄືນນີ້ງາມອີ່ຫຼີ! ແຕ່ໂຕ້ກໍ່ຕອບໄປວ່າ:​ ທີ່ວ່າງາມຂ້ອຍໝາຍເຖິງສາວທີ່ກຳລັງນັ່ງຢູ່ເຊິ່ງໜ້າຂ້ອຍຕ່າງຫາກ, ເມື່ອຕຸ່ນໄດ້ຍິນໂຕ້ເວົ້າແບບນີ້ຕຸ່ນກໍ່ເຊົາເງີຍເບິ່ງດາວແລ້ວປ່ຽນມາເບິ່ງໜ້າໂຕ້ແທນທັງຄິດສົງໃສໃຈວ່າລາວຍ້ອງສາວຄົນໃດ ຫຼື ວ່າແມ່ນສາວທີ່ນັ່ງໂຕະຫຼັງບໍ້ ຕຸ່ນເລີຍຫັນໄປເບິ່ງທີ່ໂຕະຫຼັງປະກົດວ່າກໍ່ມີໃຜ ໂຕ້ກໍ່ຢາກຫົວເລັກໜ້ອຍແລະເວົ້າອອກໄປວ່າ: ທີ່ວ່າງາມຂ້ອຍໝາຍເຖິງເຈົ້າຫັ້ນແຫຼະນາງໄພລິນ ເມື່ອໄດ້ຍິນໂຕ້ເວົ້າອອກໄປແບບນີ້ຕຸ່ນກໍ່ຮູ້ສຶກເຂີນແຕ່ກົບເກື່ອນດ້ວຍການຫົວຂຶ້ນພ້ອມເວົ່າວ່າ: 555 ມາອາລົມໃດນໍ້ມື້ນີ້ ບໍ່ມີຄ່າຍ້ອງໃຫ້ດອກເດີ້ ແຖມເຂົ້າປຽກຖ້ວຍຂອງຂ້ອຍເຈົ້າກໍ່ຕ້ອງໄດ້ຈ່າຍ ໃຜບອກເຈົ້າເປັນຄົນຊວນມາ ເຈົ້າຕ້ອງລ້ຽງ, ພໍດີແມ່ຄ້າກໍ່ມາເສີບຖ້ວຍເຂົ້າປຽກ ໂຕ້ກໍ່ຈ້ອງໜ້າຕຸ່ນແລ້ວເວົ້າໄປອອກວ່າ: ໃຫ້ຂ້ອຍລ້ຽງເຈົ້າຕະຫຼອດໄປໄດ້ບໍ່, ຕຸ່ນແຮງຮູ້ສຶກເຂີຍອາຍແຕ່ກໍ່ເຮັດກົບເກືອ່ນປົກປິດຄວາມອາຍດ້ວຍການຄີບເອົາລູກຊີ້ນໃນຖ້ວຍລຸກໜຶ່ງໄປຍັດເຂົ້າປາກໂຕ້ແລ້ວເວົ້າວ່າ ກິນສະ ປາກຈຶ່ງໄດ້ບໍ່ວ່າງ, ລູກຊີ້ນຮ້ອນໆທີ່ຢູ່ໃນປາກໂຕ້ມັນໄດ້ເຮັດໃຫ້ລາວທຸລົນທຸລາຍແຕ່ບໍ່ກ້າຄາຍອອກເພາະເຫັນຕຸ່ນກຶ້ງຕາໃສ່ ເຖິງລູກຊີ້ນຈະຮ້ອນແຕ່ໂຕ້ກໍ່ອົດຢ້ຳຈົນໄດ້ ກ່ອນຈະເລີ່ມກີນໂຕ້ກໍ່ຄີບຕ່ອນເລືອດຈາກຖ້ວຍຂອງລາວໄປທີ່ຖ້ວຍຂອງຕຸ່ນຈົນໝົດ ພາບເກົ່າໆໃນສະໄໝຮຽນມັນໄດ້ໄຫລເຂົ້າມາທີ່ຫົວຂອງພວກເຂົາທັນທີ ຫຼັງຈາກກັບຈາກກິນເຂົ້າປຽກພວກເຂົາກໍ່ພາກັນນອນຄິດທົບທວນທັງຄືນ

ວັນທີສີ່ ພວກເຂົາໄດ້ໄປທ່ຽວທີ່ນ້ຳຕົກຜາສ້ວມສະຖານທີ່ໃນອະດີດຂອງຕຸ່ນ ແລະ ໂຕ້ໃນຂະນະທີ່ນັກທ່ອງທ່ຽວຄົນອື່ນເລາະຊົມສະຖານທີ່ ພວກເຂົາທັງສອງໄດ້ມາຢືນຢູ່ຈຸດຖ່າຍຮູບ ບ່ອນປ້າຍນ້ຳຕົກຜາສ້ວມຕຸ່ນໄດ້ເອົາມືໄປລູບໂຕອັກສອນ T T ທີ່ເຄີຍສະລັກໄວ້ເມື່ອຕອນມາທັດສະນະສຶກສາຂອງໂຮງຮຽນໃນປີ 2004 ແລ້ວໂຕ້ກໍ່ໄດ້ເວົ້າກັບຕຸ່ນວ່າ: ແລ້ວເຮົາກໍ່ໄດ້ກັບມາບ່ອນນີ້ອີກຄັ້ງຕາມທີ່ເພິ່ນເຄີຍເວົ້າໄວ້, ຕຸ່ນໄດ້ແນມເບິ່ງນ້ຳຕົກແລ້ວເວົ້າໄປວ່າ ຈາກເວລານັ້ນຈົນເຖິງເວລານີ້ຄວາມງາມຂອງບ່ອນນີ້ບໍ່ເຄີຍປ່ຽນໄປເລີຍ, ໂຕ້ທີ່ຫຼຽວເບິ່ງນ້ຳຕົກເຊັ່ນກັນກໍ່ເວົ້າໄປວ່າ: ຄວາມງາມຂອງບ່ອນນີ້ບໍ່ເຄີຍປ່ຽນມີແຕ່ໃຈຄົນທີ່ເຄີຍມາບ່ອນນີ້ມັນປ່ຽນ, ເມື່ອໂຕ້ເວົ້າສຸດທັງສອງກໍ່ໄດ້ແນມມາເບິ່ງໜ້າກັນແລ້ວຕຸ່ນກໍ່ເວົ້າໄປວ່າ: ເຮົາປ່ຽນເລື່ອງເວົ້າດີກວ່າ, ແລ້ວເປັນຫຍັງເພິ່ນຈິ່ງຊື້ທົວພາຍໃນປົກກະຕິຄົນລາວຈະບໍ່ມັກຊື້ທົວພາຍໃນ ຖ້າຈະມາທ່ຽວກໍ່ຂັບລົດມາເອງ, ໂຕ້ຕອບ: ເຫດຜົນງ່າຍໆຄືຄ້ານຂັບລົດ ແຕ່ເຫດຜົນຫຼັກໆແມ່ນຫົວໃຈສັ່ງມາບ່ອນນີ້ ເພາະເມື່ອ 9 ປີກ່ອນເຄີຍມີສາວຄົນໜຶ່ງບອກວ່າຖ້າສະລັກຊື່ໃສ່ບ່ອນນີ້ແລ້ວຈະໄດ້ກັບມາອີກຄັ້ງ ຂ້ອຍຫວັງຈະໄດ້ພົບກັບລາວບ່ອນນີ້ອີກຄັ້ງຂ້ອຍເລີຍມາ, ຕອນນັ້ນເວລາທີ່ໂຕ້ເວົ້າດ້ວຍນ້ຳສຽງທີ່ໜັກແໜ້ນ ແລະ ແວວຕາທີ່ຫວງຫາມັນໄດ້ເຮັດໃຫ້ສະທ້ານເຂົ້າໄປໃນໃຈຕຸ່ນສຸດໆຢູ່ດີໆຕຸ່ນກໍ່ຮູ້ສຶກຕື້ນຕັນໃຈຢາກຮ້ອງໄຫ້ອອກມາແຕ່ກໍ່ເຮັດບໍ່ໄດ້ເພາະອາຍຜູ້ຄົນສິ່ງທີ່ເຮັດໄດ້ໃນຕອນນັ້ນພຽງແຕ່ເກັບງຳໄວ້ໃນໃຈ ຈາກນ້ຳຕົກຕາດຜາສ້ວມກໍ່ມາທີ່ໝູ່ບ້ານຊົນເຜົ່າ ແລະ ນ້ຳຕົກແກ້ງສົ້ມ

ວັນທີຫ້າຂອງການທ່ອງທ່ຽວເຊິ່ງວັນນີ້ເປັນວັນພິເສດເພາະເປັນວັນເຄົ້າດາວສົ່ງທ້າຍປີ 2013 ໂປຣແກຣມທ່ຽງແມ່ນມາທີ່ນ້ຳຕົກຕາດຟານ ເຊິ່ງເປັນນ້ຳຕົກທີ່ສູງທີ່ສຸດໃນແຂວງຈຳປາສັກ ພວກເຂົາໄດ້ຍ້າຍທີ່ພັກຈາກໂຮງແຮມໃນຕົວເມືອງປາກເຊມາພັກທີ່ຣີສອດຕາດຟານ ເຊິ່ງຖືກໃຈຂອງນັກທ່ອງທ່ຽວຫຼາຍ ໃນຕອນກາງເວັນແມ່ນພວກເຂົາໄດ້ທ່ຽວຊົມທຳມະຊາດຄວາມງາມຂອງນ້ຳຕົກຕາດຟານແລ້ວນັກທ່ອງທ່ຽວຍັງໄດ້ໄປທ່ຽວສວນຊາ ແລະ ສວນໝາກໄມ້ ໃຊ້ຊີວິດຕິດທຳມະຊາດສູດດົມອາກາດທີ່ບໍລິສຸດໄດ້ກິນໝາກໄມ້ສົດໆ ໄດ້ດື່ມນ້ຳຊາຫອມໆຈາກສວນ ພໍຮອດຕອນກາງຄືນໄດ້ມີການຈັດງານລ້ຽງສະຫຼອງກ່ອນກັບວຽງຈັນ ແລະ ສະຫຼອງວັນເຄົ້າດາວອີກດ້ວຍ ພວກເຂົາໄດ້ພາກັນຈັດກອງໄຟ ມີດົນຕີເສບງັນມ່ວນຊື່ນ ມີທັງອາຫານລາວຄາວຫວານຫຼາກຫຼາຍແນວໃຫ້ເລືອກກິນ ເຊິ່ງທາງຣີສອດຕາດຟານບໍລິການອາຫານເຄື່ອງດື່ມເຕັມທີ່ ໃນຂະນະທີ່ຕຸ່ນກຳລັງຢືນເບິ່ງດາວສວຍງາມທີ່ຄືນນີ້ມີເຕັມທ້ອງຟ້າທ່າມກາງຜູ້ຄົນທີ່ກຳລັງມ່ວນຊື່ນຢູ່ນັ້ນຫົວໃຈຕຸ່ນກໍ່ຮູ້ສຶກເຫງົາໆອ້າງວ້າງຂຶ້ນມາທັນທີ

ໃນຕອນນັ້ນກໍ່ມີນັກທ່ອງທ່ຽວຊາຍຊາວໄທຄົນໜຶ່ງຢ່າງມາຢືນລົມກັບຕຸ່ນກ່ອນ ທີ່ໂຕ້ຈະຍ່າງມາຮອດຕົວຕຸ່ນ ເຊິ່ງໂຕ້ຮູ້ສຶກວ່າບໍ່ຖືກສະຕາກັບຊາຍຄົນດັ່ງກ່າວພໍປານໃດ ເພາະຊາຍຄົນນີ້ກຳລັງມາຫຍຸ້ງກັບຜູ້ຍິງຂອງລາວ ໂຕ້ໄປຍ່າງໄປຫາຕຸ່ນດ້ວຍຄວາມຫຶງຫວງມືເບື້ອງໜຶ່ງຂອງໂຕ້ໄດ້ຈັບທີ່ແຂນຕຸ່ນໄວ້ແໜ້ນ ແລະ ອີກເບື້ອງໜຶ່ງໄດ້ໂອບກອດບ່າຕຸ່ນໄວ້ແໜ້ນ ຕຸ່ນໄດ້ແນມເບິ່ງໜ້າໂຕ້ດ້ວຍຄວາມແປກໃຈ ແລະ ຕົກໃຈເລັກໜ້ອຍ ແລ້ວໂຕ້ກໍ່ເວົ້າກັບຊາຍຄົນນັ້ນໄປວ່າ ຂໍຕົວແຟນຂ້ອຍກ່ອນເດີ້ ເມື່ອເວົ້າຈົບໂຕ້ກໍ່ພາຕຸ່ນຍ່າງໄປບ່ອນອື່ນທີ່ຫຼັບສາຍຕາຜູ້ຄົນ ເຊິ່ງຄຳເວົ້ານີ້ມັນໄດ້ເຮັດໃຫ້ທັງຕຸ່ນ ແລະ ຊາຍຄົນນັ້ນຮູ້ສຶກອຶ້ງໄປເລີຍ

ໂຕ້ໄດ້ພາຕຸ່ນຍ່າງໄປບ່ອນປອດຄົນ ເມື່ອພວກເຂົາຢຸດຍ່າງ ຕຸ່ນກໍ່ສະບັດມືໂຕ້ອອກຈາກໂຕເອງແລ້ວແນມເບິ່ງໜ້າໂຕ້ດ້ວຍສາຍຕາຢາກຮ້າຍເລັກໜ້ອຍພ້ອມເວົ້າອອກໄປວ່າ: ນີ້! ທ້າວ ຈິດຕະກອນ ເຈົ້າເປັນບ້າອີ່ຫຍັງຈິ່ງໄປບອກກັບເຂົາວ່າເຮົາເປັນ ຕຸ່ນຍັງເວົ້າບໍ່ສຸດຄວາມຊ້ຳໂຕ້ກໍ່ໃຊ້ມືທັງສອງເບື້ອງຂອງລາວຈັບທີ່ບ່າຂອງຕຸ່ນທັງສອງແລ້ວດຶງຕົວເຂົ້າມາຈູບທັນທີຕຸ່ນຮູ້ສຶກອຶ້ງທັນທີຈົນເກືອບລືມຫາຍໃຈຂາທັງສອງຂອງຕຸ່ນສັ່ນທົດໆແທບຈະຢືນບໍ່ຢູ່ ມືທັງສອງເບື້ອງໄດ້ກຳໄວ້ແໜ້ນ ນີ້ເປັນຈູບທຳອິດທີ່ຕຸ່ນມີ ໂຕ້ໃຊ້ເວລາຈູບຕຸ່ນປະມານ ເກືອບ 10 ວິນາທີ ເມື່ອຈູບແລ້ວໂຕ້ກັບຕຸ່ນກໍ່ສົບຕາກັນຕອນນັ້ນຫົວໃຈທັງສອງເຕັ້ນແຮງບໍ່ເປັນຈັງຫວະ ຕຸ່ນມິດງຽບເວົ້າບໍ່ອອກໄລຍະໜຶ່ງ ແລ້ວໂຕ້ໄດ້ເປັນຝ່າຍທີ່ເວົ້າອອກໄປກ່ອນວ່າ: ຂ້ອຍຈະບ້າກວ່ານີ້ອີກຖ້າເຈົ້າໄປມີຊາຍອື່ນ!, ຕຸ່ນຕອບໄປດ້ວຍນ້ຳສຽງສັ່ນໆວ່າ: ຄົນບ້າ! ແລ້ວວັນນັ້ນເຈົ້າຄືປະຕິເສດຮັກຈາກຂ້ອຍ, ແລ້ວກະຕ່າຍເດະຊັ່ນເພິ່ນເອົາໄວ້ ໃສ, ໂຕ້ຕອບ: ເລື່ອງຂ້ອຍກັບກະຕ່າຍຈົບກັນໄປດົນແລ້ວ, ຂ້ອຍບໍ່ເຄີຍປະຕິເສດຮັກຈາກເຈົ້າພຽງແຕ່ຕອນນັ້ນຂ້ອຍບໍ່ໄດ້ປະຕິບັດຕາມທີ່ເຈົ້າຂໍ! ທີ່ຜ່ານມາຕະຫຼອດ 9ປີ ຂ້ອຍເຄີຍລົມສາວມາກໍ່ຫຼາຍຄົນແລ້ວແຕ່ກໍ່ຍັງເລີກຄິດຮອດເຈົ້າບໍ່ໄດ້ ໃນໃຈຂ້ອຍຍັງມີເຈົ້າຢູ່ຄືເກົ່າ,ແບບນີ້ເຂົາເອີ່ນວ່າຮັກຫຼືບໍ່ ຕຸ່ນຟັງທີ່ໂຕ້ເວົ້າດ້ວຍຄວາມດີໃຈ, ພູມໃຈ, ຕື້ນຕັນໃຈຈົນນ້ຳຕາແຫ່ງຄວາມສຸກໄຫລນອງໜ້າເມື່ອໂຕ້ເວົ້າສຸດຄວາມຕຸ່ນກໍ່ຟ້າວເອົາມືທັງສອງເບື້ອງຂອງນາງສອດເຂົ້າໄປກອດທີ່ແອວຂອງໂຕ້ໄວ້ແໜ້ນແລ້ວເອົາໜ້າແນບກັບເອິກໂຕ້ ຕຸ່ນມີຄຳເວົ້າເປັນຮ້ອຍເປັນພັນຄຳທີ່ອຶດອັດຢູ່ໃນໃຈຕະຫຼອດ 9 ປີ ທີ່ຜ່ານມາ ນັບຕັ້ງແຕ່ວັນທີ່ພວກເຂົາຈາກກັນຢາກບອກໃຫ້ໂຕ້ຮັບຮູ້ແຕ່ກໍ່ເວົ້າບໍ່ອອກ ແລະ ສິ່ງທີ່ຕຸ່ນເວົ້າໄດ້ສະຫຼຸບສັ້ນໆກໍ່ຄື: ຂອບໃຈທີ່ເຈົ້າກັບມາ, ແລ້ວໂຕ້ກໍ່ໃຊ້ສອງມືສອງລາວຍົກຂຶ້ນມາກອດຕຸ່ນໄວ້ແໜ້ນດ້ວຍຄວາມຮັກທີ່ອົບອຸ່ນ

ການລໍຄອຍທີ່ແສນດົນນານຂອງທັງຄູ່ກໍ່ໄດ້ສິ້ນສຸດລົງແລ້ວເມື່ອທັງສອງໄດ້ກັບມາພົບກັນອີກຄັ້ງ ຄວາມຮັກແຕ່ສະໄໝຮຽນທີ່ຫ້ອງ 6/1 ໄດ້ຈົບລົງດ້ວຍຄວາມສຸກສົມຫວັງຕຸ່ນກັບໂຕ້ໄດ້ໃຊ້ຊີວິດຄູ່ຜົວເມຍດ້ວຍຄວາມສຸກ ແລະ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ

ຈົບບໍລິບູນ

ແຕ່ງໂດຍ: ປັອກເລັກ ລາວໂພສຕ໌

 

 

ບົດຄວາມຫຼ້າສຸດ

ເມືອງສິງ ເລັ່ງຟື້ນຟູຫລັງນໍ້າຖ້ວມເປັນຄັ້ງທີ 2

ທ່ານ ຈັນພິພັກ ກອງຈໍາປາ, ເຈົ້າເມືອງໆ ສິງ ແຂວງຫລວງນໍ້າທາ ໃນວັນທີ 3 ຕຸລາ 2024 ວ່າ: ເນື່ອງຈາກຝົນຕົກໜັກເປັນເວລາຫລາຍຊົ່ວໂມງນັບແຕ່ຕອນ ເຊົ້າວັນທີ 1...

ພະຍາກອນອາກາດ ປະຈໍາວັນທີ 04 ຕຸລາ 2024

ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມ ຕາເວັນອອກສ່ຽງເໜືອພັດປົກຄຸມ. ເຊິ່ງຈະເຮັດໃຫ້ອາກາດຈະເຢັນ ໃນຕອນເຊົ້າຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງ ບລະເວນ...

ຈະລາຈອນນະຄອນຫຼວງວຽງຈັນ ມີຄວາມພ້ອມ 100% ອຳນວຍຄວາມສະດວກໃນໄລຍະກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44,45

ພັທ ສັງຄົມ ພົມມະລາດ ຫົວໜ້າພະແນກຕໍາຫຼວດຈາລະຈອນ ນະຄອນຫລວງວຽງຈັນ ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 3 ຕຸລາ 2024 ວ່າ: ມາຮອດປັດຈຸບັນ, ເຈົ້າໜ້າທີ່ຕໍາຫລວດຈະລາຈອນ ນະຄອນຫລວງວຽງຈັນ ພ້ອມແລ້ວຈະອໍານວຍຄວາມສະດວກໃນການສັນຈອນຕາມທ້ອງຖະໜົນໃນໄລຍະທີ່...

ແຈ້ງພັກການຮຽນ-ການສອນ! 497 ແຫ່ງ ໃນນະຄອນຫຼວງວຽງຈັນ ວັນທີ 8-11 ຕຸລາ 2024

ອີງຕາມແຈ້ງການຂອງພະແນກສຶກສາທິການ-ກິລາ ນະຄອນຫຼວງວຽງຈັນ ລົງເມື່ອວັນທີ 3 ຕຸລາ 2024 ກ່ຽວກັບພັກການຮຽນ-ການສອນ ໃນໄລຍະກອງປະຊຸມສຸດຍອດອາຊຽນວັນທີ 8-11 ຕຸລາ 2024 (ອ່ານເພິ່ມລຸ່ມນີ້)