spot_img
HomeມູມໄອທີລາວiBall ເປີດໂຕແທັບເລັດ Slide Bio-Mate ໜ້າຈໍ 8 ນິ້ວ ຄວາມລະອຽດ HD ແລະມາພ້ອມສະແກນນິ້ວມື

iBall ເປີດໂຕແທັບເລັດ Slide Bio-Mate ໜ້າຈໍ 8 ນິ້ວ ຄວາມລະອຽດ HD ແລະມາພ້ອມສະແກນນິ້ວມື

Published on

iBall ຜູ້ຜະລິດສະມາດໂຟນຈາກປະເທດອິນເດຍ ເປີດໂຕແທັບເລັດລຸ້ນໃໝ່ຂອງບໍລິສັດຊື່ວ່າ: Slide Bio-Mate. ສຳລັບໂຕເຄື່ອງນັ້ນມີໜ້າຈໍ 8 ນິ້ວ ຄວາມລະອຽດ HD (1280 x 800 ພິກເຊວ), ໃຊ້ງານຊິບປະມວນຜົນຄອດຄໍ ຄວາມແຮງທີ່ 1.3GHz , ໃຊ້ງານລະບົບ Android 5.1 (Lollipop), ກ້ອງຫຼັງໃຫ້ມາ 5 ລ້ານພິກເຊວ ພ້ອມກັບໂຟກັດອັດຕະໂນມັດແລະແຟລັດ LED, ສ່ວນກ້ອງໜ້າມີຄວາມລະອຽດພຽງ 2 ລ້ານພິກເຊວ.

ສ່ວນຄຸນສົມບັດອື່ນໆຂອງໂຕເຄື່ອງກໍມີ ພື້ນທີ່ຈັດເກັບ 8GB (ສາມາດເພີ່ມ MicroSD ສູງສຸດ 32GB), RAM 1GB ແລະຮອງຮັບການໃຊ້ງານ 2 ຊິມ. ໃນດ້ານຄຸນສົມບັດການເຊື່ອມຕໍ່ແມ່ນຮອງຮັບ 3G HSPA+, WiFi 802.11 b/g/n , Bluetooth 4.0, GPS, USB OTG. ແບັດເຕີຣີໃຫ້ມາ 4300mAh ແລະຮອງຮັບລະບົບສະແກນລາຍນິ້ວມື.

image

ພາຍໃນຊ໋ອບແວຣ໌ຂອງໂຕເຄື່ອງຈະມີແອັບທີ່ຕິດຕັ້ງມາຈາກໂຮງງານໃຫ້ເລີຍເຊັ່ນພວກເກມຈາກ GameLoft ຄື: Asphalt Nitro, Danger Dash ແລະ Spider-Ultimate Power, ແອັບທົ່ວໆໄປກໍມີ Facebook, WhatsApp, Hungama, Hungama Play, TOI ແລະອື່ນໆອີກຫຼາຍຢ່າງ. ສຳລັບຄີບອຣ໌ດແມ່ນຮອງຮັບທັງໝົດ 21 ພາສາ ແລະ ພາສາຂອງເຄື່ອງຮອງຮັບ 9 ພາສາ.

ສຳລັບໂຕເຄື່ອງ iBall Slide Bio-Mate ມີພຽງສີດຽວເທົ່ານັ້ນຄື: Cobalt Brown Matte ຫຼືສີນ້ຳຕານ, ສ່ວນລາຄາແມ່ນ 7,999 ຣູປີ (970.000 ກີບ) ຄາດວ່າຈະຂາຍສະເພາະປະເທດອິນເດຍເທົ່ານັ້ນ

ທີ່ມາ:fonearena

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...