spot_img
Home​ຂ່າວບັນເທິງຕ່າຍ ອໍລະໄທ ພ້ອມທີມງານມາໄຫວ້ພະທາດຫຼວງ ກ່ອນໄປຂຶ້ນຄອນເສີດທີ່ຕະຫຼາດໂພນໝີ

ຕ່າຍ ອໍລະໄທ ພ້ອມທີມງານມາໄຫວ້ພະທາດຫຼວງ ກ່ອນໄປຂຶ້ນຄອນເສີດທີ່ຕະຫຼາດໂພນໝີ

Published on

ບັນເທີງດາລາວັນນີ້ ເຮົາຈະມາເວົ້າເຖິງນັກຮ້ອງສາວເຈົ້າແມ່ລູກທົ່ງບ້ານນາຂອງທາງປະເທດເພື່ອນບ້ານ (ປະເທດໄທ) ສາວ ຕ່າຍ ອໍລະໄທ ເຊິ່ງເປັນຂັວນໃຈຂອງໃຜຫຼາຍຄົນບໍ່ວ່າຈະເປັນທາງບ້ານເຮົາ ຫຼື ຝັ່ງໄທຕ່າງກໍ່ພາກັນຊື່ນຊົມໃນຜົນງານຂອງນາງ ສາວຕ່າຍ ອໍລະໄທ ນອກຈາກຈະຮ້ອງເພງມ່ວນແລ້ວ ດ້ວຍນິໄສທີ່ອ່ອນໂຍນເປັນຄົນລຽບງ່າຍ ເປັນຄົນບໍ່ຖືຕົວ ເປັນຄົນມີມາລະຍາດ ຮູ້ຈັກກາລະເທສະ ສະເໝີຕົ້ນສະເໝີປາຍຕະຫຼອດມາ ຈິ່ງເຮັດໃຫ້ນາງສາມາດຄອງໃຈຂອງໃຜຫຼາຍໆຄົນມາຈົນເຖິງປັດຈຸບັນ

ສາວຕ່າຍ ອໍລະໄທ ກັບທີມງານໄດ້ເດີນທາງຂ້າມດ່ານຈາກຝັ່ງໄທມາຮອດນະຄອນຫຼວງວຽງຈັນ ໃນຕອນບ່າຍຂອງວັນທີ 4 ມີຖຸນາ 2016 ແລະ ເລືອກມາແວ່ຂໍພອນທີ່ ພະທາດຫຼວງ ສະຖານທີ່ສັກສິດຄູ່ບ້ານຄູ່ເມືອງຂອງຊາວນະຄອນຫຼວງວຽງຈັນ ເປັນສະຖານທີ່ທຳອິດ ກ່ອນຈະເດີນທາງໄປຕະຫຼາດໂພນໝີ ເມືອງວຽງຄຳ ແຂວງວຽງຈັນ ເພື່ອຂຶ້ນສະແດງຄອນເສີດ ໃນງານ ມະຫະກຳຄອນເສີດ ທ່ອງທ່ຽວລ້ານຊ້າງ ຮ່ວມກັບ M-150 ທີ່ຈະເລີ່ມຂຶ້ນໃນເວລາ 18:30 ໂມງ ຂອງ ວັນທີ 4 ມີຖຸນາ 2016

12.36

ເມື່ອອອກຈາກນະຄອນຫຼວງວຽງຈັນ ສາວຕ່າຍ ອໍລະໄທ ພ້ອມທີມງານກໍ່ເດີນທາງໄປທີ່ຕະຫຼາດໂພຍໝີ ເມືອງ ວຽງ ຄຳ ແຂວງ ວຽງຈັນ ເພື່ອກຽມຂຶ້ນສະແດງຄອນເສີດ ແຕ່ກ່ອນຈະຂຶ້ນສະແດງຄອນເສີດ ຕ່າຍ ອໍລະໄທ ພ້ອມທີມງານກໍ່ໄດ້ພາກັນຍ່າງທີ່ຕະຫຼາດໂພນໝີ ເຊິ່ງສາວຕ່າຍໄດ້ໃຫ້ຄວາມສົນໃຈຫັບຜ້າສິ້ນລາວຫຼາຍເປັນພິເສດ

81667

ງານສະແດງຄອນເສີດທີ່ຕະຫຼາດໂພນໝີ ວັນນີ້ຝົນຟ້າບໍ່ເປັນໃຈ ຝົນຕົກເກືອບໝົດມື້ ຈົນເກືອບເຮັດໃຫ້ສາວຕ່າຍ ແລະ ທີມງານດາວເຕັ້ນຂອງເພິ່ນເກືອບບໍ່ໄດ້ຂຶ້ນເວທີ ແຕ່ເຖິງຝົນຈະຕົກທັງສາວຕ່າຍ ແລະ ທີມງານ ພ້ອມດ້ວຍແຟນເພງກໍ່ບໍ່ທໍ້ ພາກັນມາມ່ວນມາມັນທີ່ໜ້າເວທີຄອນເສີດ ແລະ ຫຼັງຈາກຈົບງານຄອນເສີດແລ້ວ ສາວຕ່າຍໄດ້ອອກມາຂຽນໂພສທາງເຟສບຸກສ່ວນຕົວTai Orathai ວ່າ ຂອບໃຈພີ່ນ້ອງຊາວເມືອງວຽງຄຳ ແຂວງວຽງຈັນຫຼາຍໆເດີ້ ມື້ນີ້ຕ່າຍມາ ຝົນກະມານຳ ເຖິງສິຫຼິ້ນບໍ່ເຕັມໂຊ ເພາະຝົນບໍ່ເປັນໃຈແຕ່ກໍ່ພ້ອມເຕັມທີ່ ສິກັບມາເຕັມໆໂຊໃໝ່ເດີ້ພີ່ນ້ອງ ແລ້ວພົບກັນໃໝ່…

9986

ທີ່ມາ: ເຟສບຸກ Tai Orathai ແລະ Noy Lee

 

ບົດຄວາມຫຼ້າສຸດ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...