spot_img
Homeຂ່າວຕ່າງປະເທດລົດ​​ໂຮງ​ຮຽນ​​ໃນ​ຕວັກກີ​ເສຍ​ຫຼັກ​ຕົກ​ຄອງ​ນໍ້າ ​ເສຍ​ຊີວິດ 14 ຄົນ

ລົດ​​ໂຮງ​ຮຽນ​​ໃນ​ຕວັກກີ​ເສຍ​ຫຼັກ​ຕົກ​ຄອງ​ນໍ້າ ​ເສຍ​ຊີວິດ 14 ຄົນ

Published on

​ເກີ​ດ​ເຫດ​ລົດ​ເມ​ເສຍ​ຫຼັກ​ຕົກລົງ​ໄປ​ໃນ​ຄອງ​ທາງ​ຕອນ​ໃຕ້​ຂອງ​ຕວັກ​ກີ​ເມື່ອ​ວັນ​ອາທິດ​ຂະນະ​ທີ່​ນຳ​ນັກຮຽນ​ກັບຈາກ​ທັດສະນະ​ສຶກສາ ​ເຮັດ​ໃຫ້ນັກ​ຮຽນ​ເສຍ​ຊີວິດ 6 ຄົນ ຜູ້​ໃຫຍ່​ທີ່​ເດີນທາງ​ໄປ​ນຳ​ເສຍ​ຊີວິດ​ 8 ຄົນ.

ສຳນັກ​ຂ່າວ​ໂດ​ອານ​ລາຍ​ງານ​ວ່າ ​ເຫດ​​ເກີດ​ຂະ​ນະ​ທີ່​ລົດ​ບັສນຳ​ນັກ​ຮຽນ​ກັບຈາກ​ທັດສະນະ​ສຶກສາ​ທີ່​​ບູຮານ​ສະຖານ​ຄາ​ລາ​ເຕ​ເປ​ນອກ​ເມືອງ​ອອສມານິ​ເຢ ຄົນ​ຂັບ​​ເສຍ​ການ​ຄວບ​ຄຸມ​ລົດ ​ເຈົ້າ​ໜ້າ​ທີ່​ກຳລັງ​ສອບ​ສວນ​ສາ​ເຫດ​ຢູ່ ​ເຫດ​ດັ່ງກ່າວ​ເຮັດ​ໃຫ້​ນັກຮຽນ​ເສຍ​ຊີວິດ 6 ຄົນ ​ເປັນ​ຊາຍ 3 ຄົນ ​ແລະ ຍິງ 3 ຄົນ ມີ​ຜູ້​ໃຫຍ່​ທີ່​ເດີນທາງ​ໄປ​ນຳ​ເສຍ​ຊີວິດ 8 ຄົນ ສ່ວນ​ຜູ້​ບາດ​ເຈັບ 24 ຄົນ​ຖືກ​ນຳ​ຕົວ​ສົ່ງ​ໂຮງໝໍ ພາບ​ຂ່າວ​ເປັນ​ພາບ​ລົດ​ຍົກ​ລົດ​ເມ​ຂຶ້ນ​ຈາກ​ຄອງ​ນໍ້າ ​ໂດຍ​ມີ​ຜູ້​ມີ​ຄົນ​ມາ​ເບິ່ງ​ດ້ວຍ​ທ່າ​ທາງ​ຕົກ​ໃຈ​ກັບ​ພາ​ບ​ທີ່​ເຫັນ.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...