Homeນານາສາລະສູດນ້ຳຢາກຳຈັດປວກແບບທຳມະຊາດແຕ່ໄດ້ຜົນເກີນຄາດ

ສູດນ້ຳຢາກຳຈັດປວກແບບທຳມະຊາດແຕ່ໄດ້ຜົນເກີນຄາດ

Published on

ປວກຂຶ້ນເຮືອນເປັນບັນຫາໃຫຍ່ຂອງໃຜຫຼາຍຄົນ ເຊິ່ງປວກຈະເປັນຕົວທີ່ມາກັດກິນເຮືອນໃຫ້ເປ້ເພເສຍຫາຍ ແລະ ວັນນີ້ພວກເຮົາມີສູດນ້ຳຢາກຳຈັດປວກແບບທຳມະຊາດແຕ່ໄດ້ຜົນເກີນຄາດ ເຊິ່ງຈະເຮັດແນວໃດນັ້ນເຮົາມາເບິ່ງກັນເລີຍ

ວິທີກຳຈັດປວກດ້ວຍໃບຂີ້ເຫຼັກ (ໃບຂີ້ເຫຼັກກິນ)

ໃບຂີ້ດຫຼັກພົບວ່າມີສານກຸ່ມໂຄຣໂມນ ເຊິ່ງມີສັບພະຄຸນຊ່ວຍໃຫ້ຄາຍຄຽດ ແລະ ຊ່ວຍໃຫ້ນອນລັບດີ ແລະ ກຸ່ມ anthraquinones ເຊິ່ງຊ່ວຍໃຫ້ລະບົບຂັບຖ່າຍດີຂຶ້ນ ແລະ ຍັງສາມາດນຳມາໃຊ້ກຳຈັດປວກໄດ້ອີກດ້ວຍ

ຜົນຈາກການທົດລອງນຳໃບຂີ້ເຫຼັກມາມາຕຳຄັ້ນເອົາແຕ່ນ້ຳປະມານ 1 ບ່ວງແກງ ມາປະສົມກັບນ້ຳ 1 ລິດ ແລະ ນຳໄປສີດໃສ່ປວກປະກົດວ່າ ພາຍໃນ 1 ຊົ່ວໂມງປວດຕາຍໝົດ

ຖ້າປວກມີຈຳນວຍຫຼາຍ ວິທີນຳໃຊ້ໃບຂີ້ເຫຼັກມາຕຳລະອຽດຕື່ມນ້ຳໃຫ້ພໍຖ້ວມ ຄັ້ນເອົາແຕ່ນ້ຳໃຫ້ໄດ້ 1 ລິດ ແລ້ວນຳມາປະສົມນ້ຳລ້າປະມານ 20 ລິດ ນຳໄປສີດໃສ່ປວກ

ອີກວິທີໜຶ່ງແມ່ນນຳໃບຂີ້ເຫຼັກທີ່ຕຳລະອຽດມາປະສົມກັບດິນສໍພອງແລ້ວປັ້ນໃຫ້ເປັນກ້ອນ ນຳໄປຕາກແດດໃຫ້ແຫ້ງ ເວລາຈະໃຊ້ແມ່ນທຸບເປັນຜົງແລ້ວນຳໄປໂຮຍທີ່ບໍລິເວນຮັງປວກ

Tamarind8

ຕິດຕາມເບິ່ງຜົນພາຍໃນ 30 ວັນ ປະກົດວ່າປວກໄດ້ຍ້າຍຮັງໜີ ສະແດງວ່າສູດໃບຂີ້ດຫຼັກສາມາດໄລ່ປວກໄດ້ ແລະ ບໍ່ກັບມາເຮັດຮັງປວກອີກ

ຫາກຕອນນີ້ເຮືອນໃດກຳລັງມີປວກຂຶ້ນກໍ່ລອງເອົາວິທີດັ່ງກ່າວນີ້ໄປທົດລອງໃຊ້ໄດ້ເດີ້

ທີ່ມາ: http://www.rak-sukapap.com/2016/06/blog-post_32.html

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...