spot_img
Homeວັນນະກຳເລື່ອງສັ້ນເພື່ອນ...ຮັກນີ້ທີ່ 6/1 (ຕອນ 16)

ເພື່ອນ…ຮັກນີ້ທີ່ 6/1 (ຕອນ 16)

Published on

ອ່ານຕໍ່ຈາກສະບັບກ່ອນ

ນັບແຕ່ວັນທີ່ໂຕ້ໄດ້ປະຕິເສດຮັກຈາກຕຸ່ນໄປແລ້ວຕຸ່ນກໍ່ຕົກຢູ່ໃນພາວະຄວາມຊຶມເສົ້າບໍ່ວ່າຈະເປັນເວລານັ່ງ, ເວລາກິນ, ເວລານອນ, ເວລາຕື່ນທຸກຄັ້ງຕຸ່ນກໍ່ຈະເຫັນແຕ່ພາບຂອງໂຕ້ໃນຄວາມຊົງຈຳ ເວລາຜ່ານໄປແຖວສະຖານທີ່ເກົ່າທີ່ເຄີຍໄປທ່ຽວຕອນທີ່ຍັງມີໂຕ້ຢູ່ກໍ່ມັນໄດ້ເຮັດໃຫ້ຕຸ່ນຮູ້ສຶກເສົ້າ ແລະ ຄິດຮອດໂຕ້ທຸກຄັ້ງ ຍາກທີ່ຈະທຳໃຈລືມເລື່ອງລາວໃນອະດີດໄດ້ງ່າຍໆ ເຖິງແມ່ນວ່າໂຕ້ຈະບໍ່ແມ່ນຜູ້ຊາຍຄົນທຳອິດທີ່ເຂົາມາໃນຊີວິດຕຸ່ນ ແຕ່ໂຕ້ເປັນຜູ້ຊາຍຄົນທຳອິດທີ່ເຮັດໃຫ້ຕຸ່ນຮູ້ສຶກຮັກທີ່ທສຸດ, ຮູ້ສຶກເຈັບທີ່ສຸດ, ເມື່ອຄິດເລື່ອງນີ້ມາເທື່ອໃດຕຸ່ນກໍ່ໄດ້ແຕ່ໂທດຕົວເອງທີ່ຮູ້ໃຈຕົວເອງຊ້າເກີນໄປຈົນເຮັດໃຫ້ເສຍຄົນທີ່ຕົນຮັກໄປ ແລະໃນເວລາທີ່ພວກເຂົາພົບກັນບໍ່ວ່າຈະເປັນຕອນຮຽນເພີ່ມເພື່ອກຽມສອບເສັງເຂົ້າ ມຊ ຫຼື ຈະພົບຕາມຕະຫຼາດ ຫຼື ສະຖານທີ່ອື່ນໆໂດຍຕັ້ງໃຈ ຫຼື ບັງເອີນກໍ່ຕາມ ຕຸ່ນກໍ່ຈະພະຍາຍາມລົບໜ້າໂຕ້ທຸກຄັ້ງ ເຖິງຈະຍ່າງສວນທາງກັນຕຸ່ນກໍ່ຈະເຮັດຄືບໍ່ເຫັນໂຕ້ເລີຍ ເຖິງມັນຈະເຈັບປວດແຕ່ຕຸ່ນກໍ່ອົດທົນ ຫຼັງຈາກວັນທີ່ຜິດຫວັງເລື່ອງຄວາມຮັກຈາກໂຕ້ແລ້ວ ຕຸ່ນກໍ່ເລີກຄົບກັບສົມຈິດທັນທີ ໃນແຕ່ລະວັນຕຸ່ນຕັ້ງໃຈເຮັດວຽກເຮືອນໂດຍການຖາງຫຍ້າເດີ່ນບ້ານ, ປູກດອກໄມ້, ເຮັດສວນຜັກ, ເຊັດຖູເຮືອນຊານໃຫ້ສະອາດ ແລະ ຕັ້ງໃຈອ່ານໜັງສືເພື່ອກຽມເສັງເຮັດທຸກວັນບໍ່ໃຫ້ວ່າງເພື່ອຈະບໍ່ມີເວລາໄປຄິດຫາໂຕ້ ແລະ ຄິດຫຍຸ້ງວຸ້ນວາຍກັບເລື່ອງຄວາມຮັກອີກ ແລະ ໃນທີ່ສຸດຕຸ່ນກໍ່ສາມາດເສັງເຂົ້າ ມຊ ໄດ້ຄືກັບໝູ່ຄົນອື່ນໆ ຕຸ່ນເລືອກຮຽນສາຍຄູພາສາອັງກິດ ແລະ ຍັງຮຽນເພີ່ມພາສາຈີນອີກດ້ວຍ, ສ່ວນໂຕ້ ແລະ ກະຕ່າຍແມ່ນເລືອກຮຽນສາຍບໍລິຫານ ນັບຕັ້ງແຕ່ວັນນັ້ນມາຕຸ່ນກັບໂຕ້ກໍ່ບໍ່ໄດ້ເຫັນໜ້າກັນເລີຍເນື່ອງຈາກເວລາ ແລະ ຫຼາຍສິ່ງຫຼາຍຢ່າງ

ສົກປີ 2007-2008 ພວກເຂົາກໍ່ໄດ້ຈົບການສຶກສາທີ່ມະຫາວິທະຍາໄລແຫ່ງຊາດ ແລະ ໄດ້ແຍກກັນໄປເຮັດວຽກໃຜມັນຕຸ່ນໄດ້ເຮັດວຽກເປັນໄກ້ນຳທ່ຽວທີ່ບໍລິສັດທ່ອງທ່ຽວແຫ່ງໜຶ່ງ ສ່ວນໂຕ້ແມ່ນໄດ້ເຮັດວຽກນຳອົງການ UNDP ເຖິງເວລາຈະຜ່ານໄປດົນພຽງໃດກໍ່ຕາມພວກເຂົາທັງສອງກໍ່ບໍ່ເຄີຍລືມກັນໃນວັນເກີດຂອງກັນ ແລະ ກັນໃນແຕ່ລະປີ ທັງໂຕ້ ແລະ ຕຸ່ນກໍ່ຈະມັກໂທອວຍພອນວັນເກີດໃຫ້ກັນຜ່ານທາງວິທະຍຸ ພວກເຂົາຍັງຄົງຄິດຮອດກັນສະເໝີ ເຖິງຈະບໍ່ແມ່ນການຄິດຮອດແບບຮຸນແຮງແຕ່ໃນສ່ວນເລິກຂອງຄວາມຮູ້ສຶກກໍ່ຍັງມີກັນ ແລະ ກັນ ແຕ່ພວກເຂົາທັງສອງບໍ່ກ້າທີ່ຈະກັບມາຄົບກັນຄືເກົ່າເພາະຕຸ່ນກໍ່ຄິດວ່າໂຕ້ຄົງຈະມີຄວາມສຸກກັບຄົນຮັກຂອງລາວ ທາງໂຕ້ເອງກໍ່ຄິດວ່າຕຸ່ນຄົງຈະມີຄວາມສຸກກັບຊາຍທີ່ລາວຮັກ

ທ້າຍເດືອນທັນວາ ປີ 2013 ເປັນຊ່ວງວັນຄຣິດສະມາດ ແລະ ໃກ້ຈະຮອດປີໃໝ່ສາກົນເຊິ່ງເປັນຊ່ວງພັກປະຈຳປີ ແລະ ໂຕ້ເອງກໍ່ໄດ້ລາພັກປະຈຳປີ 15 ວັນ ເພື່ອໄປທ່ຽວແຕ່ລາວກໍ່ບໍ່ຮູ້ວ່າຈະໄປທ່ຽວໃສດີ ໃນຂະນະທີ່ລາວກຳລັງນອນຢຽດໂຕທີ່ບ່ອນນອນສາຍຕາລາວໄດ້ແນມໄປເບິ່ງກອບຮູບຂະໜາດໃຫຍ່ທີ່ຫ້ອຍໄວ້ຝາຫ້ອງນອນ ໂຕ້ໄດ້ແນມເຫັນຮູບພາບເກົ່າໆສະໄໝຕອນເປັນນັກຮຽນ ແລະ ລາວກໍ່ໄດ້ລຸກຈາກບ່ອນນອນແລ້ວຍ່າງໄປທີ່ກອບຮູບ ສາຍຕາຂອງລາວໄດ້ຈັບຈ້ອງໄປໃນຮູບໃບໜື່ງທີ່ລາວເຄີຍຖ່າຍກັບຕຸ່ນຕອນໄປຫຼິ້ນທີ່ນ້ຳຕົກຕາດຜາສ້ວມ ແລ້ວພາບໃນຕອນນັ້ນກໍ່ແລ່ນເຂົ້າມາທີ່ຫົວຂອງໂຕ້ທັນທີ ສະໝອງຂອງລາວສຳນຶກເຖິງຄຳເວົ້າຂອງຕຸ່ນທີ່ວ່າ:​ ເຂົາຂີດໝາຍຊື່ເຂົາໄວ້ເພາະເຂົາເຊື່ອວ່າອະນາຄົດເຂົາຈະໄດ້ກັບມາທ່ຽວສະຖານທີ່ນີ້ອີກຄັ້ງ ພາບຄວາມຊົງຈຳທີ່ເປັນຊ່ວງເວລາອັນແສນສຸກເຫຼົ່ານັ້ນໄດ້ແລ່ນເຂົ້າມາໃນສະໝອງຂອງໂຕ້ ທັນໃດນັ້ນໂຕ້ກໍ່ຕັດສິນໃຈທັນທີຈະໄປທ່ຽວນ້ຳຕົກຜາສ້ວມອີກຄັ້ງ ໃນຂະນະທີ່ລາວກຳລັງນັ່ງຫຼິ້ນເຟສບຸກຢູ່ນັ້ນ ລາວກໍ່ໄດ້ນັ່ງຄິດຄົນດຽວກ່ຽວກັບການເດີນທາງຈະຂັບລົດສ່ວນຕົວໄປພັດຄ້ານຂັບ, ໂທຊວນໝູ່ໄປນຳກໍ່ບໍ່ມີໃຜໄປ ຫຼືວ່າຈະໄປແບບນັກທ່ອງທ່ຽວຕ່າງປະເທດດີບໍ່ນໍ້ ລາວທັງຄິດ ແລະ ເລື່ອນເບິ່ງເຟສບຸກໃນຈໍໂນ໊ດບຸກໄປພ້ອມ ແລ້ວລາວກໍ່ເຫັນໂຄສະນາທ່ອງທ່ຽວປາກເຊ 5 ວັນເຕັມໃນລາຄາສຸດພິເສດຕ້ອນຮັບປີໃໝ່ ຂອງບໍລິສັດທ່ອງທ່ຽວແຫ່ງໜຶ່ງປະກາດລົງເຟສບຸກ ໂຕ້ເບິ່ງແລ້ວກໍ່ຄິດທົບທວນໄປມາຫຼາຍຮອບແລ້ວໃນທີ່ສຸດລາວກໍ່ຕັດສິນໃຈຈອງທົວທັນທີ ເຊິ່ງກຳນົດວັນເດີນທາງແມ່ນວັນທີ 25/12/2013

ຕຸ່ນກັບມາຈາກບ່ອນເຮັດວຽກລາວກໍ່ຟ້າວຍ່າງເຂົ້າໄປໃນຫ້ອງນອນເພື່ອປ່ຽນເຄື່ອງອອກມາເຮັດກິນແລງຊ່ວຍແມ່ທັນທີ ທີ່ໂຕະອາຫານມີພໍ່ແມ່ ແລະ ນ້ອງ ກັບຕຸ່ນນັ່ງກິນເຂົ້າຮ່ວມກັນ ແມ່ຂອງຕຸ່ນໄດ້ເວົ້າກັບຕຸ່ນວ່າ: ເອີ້ລູກ! ມືນີ້ນາງມີນາໝູ່ເຈົ້າລາວເອົາບັດເຊີນແຕ່ງດອງມາໃຫ້ໃດ໋ ລູກບໍ່ຢູ່ລາວເລີຍຝາກໄວ້ກັບແມ່ ແມ່ເອົາໄວ້ຢູ່ຫຼັງຕູ້ໂທລະທັດຫັນເດີ້! ຕຸ່ນກໍ່ຖອນຫາຍໃຈແລະເວົ້າກັບແມ່ໄປວ່າ: ຂອບໃຈແມ່! ເດືອນນີ້ເປັນຊອງທີ 5 ແລ້ວ ມີແຕ່ຊອງດອງຈົນສິບໍ່ມີເງິນໃສ່ຊອງລະເຮົາ! ອື້! ແລ້ວລາວບອກແມ່ບໍ່ວ່າດອງລາວມື້ໃດ ແມ່ກໍ່ຕອບໄປວ່າ: ໄດ້ຍິນລາວວ່າວັນທີ 25 ນີ້ໃດ, ຕຸ່ນເວົ້າຕໍ່: ວັນທີ 25 ຫວະ! ຄືສິບໍ່ໄດ້ໄປເພາະລູກຄາລົງໄປປາກເຊ ບໍລິສັດເພິ່ນໃຫ້ລູກພາລູກທົວໄປທ່ຽວປາກເຊ ສົງໃສບັດດອງນີ້ເຮົາຕ້ອງໄດ້ສົ່ງຕາມຫຼັງ, ພໍ່ຕຸ່ນໄດ້ເວົ້າໄປວ່າ: ໄປດອງເພິ່ນແລ້ວຍາມໃດສິຮອດດອງລູກສາວຂ້ອຍນໍ້, ນ້ອງລາວຕຸ່ນກໍ່ເວົ້າສັອຍພໍ່ອີກວ່າ: ກະວ່າຫັ້ນແຫລະ! ເຫັນແຕ່ເຂົາແຫ່ເຂີຍກາຍໜ້າບ້ານນິກະຫຼາຍປີລະໃດ໋ ແລ້ວຍາມໃດນໍ້ເຮົາສິມີອ້າຍເຂີຍນນຳເຂົາ, ຕຸ່ນກໍ່ຕອບໄປແບບອາຍໆວ່າ: ກະສິເຮັດແນວໃດນໍ້… ໄວ້ອອກພັນສາເດີ້ ແຕ່ບໍ່ຮູ້ວ່າອອກພັນສາປີໃດ ທີ່ຈິງເຮົາກໍ່ຢາກມີຄືເຂົາຢູ່ແຕ່ຍັງບໍ່ມີຄົນຖືກໃຈ ໄວ້ແມ່ນຄົນໃດກະຄົນນັ້ນລະ

ແລ້ວກໍ່ຮອດວັນເດີນທາງ ຕຸ່ນໄດ້ມາທີ່ຫ້ອງການແຕ່ເຊົ້າເພື່ອມາກຽມຕົວ ແລະ ຕ້ອນຮັບນັກທ່ອງທ່ຽວທີ່ຈະມາຂຶ້ນລົດ 6:00ໂມງເຊົ້າ ເພາະລົດຈະເລີ່ມອອກເດີນທາງຈາກນະຄອນຫຼວງວຽງຈັນໃນເວລາ 7:00ໂມງເຊົ້າ ນັກທ່ອງທ່ຽວກໍ່ພາກັນທະຍອຍມາຂຶ້ນລົດພາຍໃນຈົນເຕັມລົດ ເຊິ່ງນັກທ່ອງທ່ຽວທີ່ຈະເດີນທາງໄປໃນການທົວຄັ້ງນີ້ມີທັງໝົດ 45 ຄົນ ເມື່ອຕຸ່ນເຫັນນັກທ່ອງທ່ຽວຂຶ້ນເຕັມລົດແລ້ວລາວກໍ່ຂຶ່ນມາກວດເບິ່ງລາຍຊື່ ປະກົດວ່າມີລູກທົວບໍ່ຄົບຄົນໜຶ່ງ ຕຸ່ນໄດ້ແນມເບິ່ງຊື່ແລ້ວຮູ້ສຶກຕົກໃຈເລັກໜ້ອຍເພາະຊື່ລູກທົວຄົນນີ້ຄ້າຍໆຊື່ຄົນທີ່ລາວຮູ້ຈັກ ຍັງເຫຼືອເວລາພຽງ 10 ນາທີກໍ່ຈະຮອດໂມງອອກລົດ ຕຸ່ນຮູ້ສຶກກັງວົນໃຈ ນາງ ໝີນ້ອຍໝູ່ທີ່ເປັນໄກ້ນຳທ່ຽວອີກຄົນໜຶ່ງທີ່ໄປປະຕິບັດໜ້າທີ່ນຳກັນກັບຕຸ່ນໄດ້ຍ່າງມາຫາຕຸ່ນ ແລ້ວ ຖາມຕຸ່ນວ່າ: ທຸກຢ່າງຮຽບຮ້ອຍດີບໍ່, ຕຸ່ນກໍ່ຕອບໄປວ່າ: ຍັງລູກທົວຄົນໜຶ່ງບໍ່ທັນມາ, ນາງໝີນ້ອຍເຮັດທ່າຕົກໃຈເລັກໜ້ອຍ: ຫະ! ແລ້ວເພິ່ນໂທນຳລະ, ຕຸ່ນ: ກຳລັງຈະໂທນິລະ! ເມື່ອເວົ້າສຸດຄວາມຕຸ່ນກໍ່ຍ່າງລົງ ຈາກລົດ ແລະ ກົດເບີໂທລະສັບແລ້ວເອົາມາໃສ່ທີ່ຫູ ສຽງໂທລະສັບດັງຕື໊ດ…!ຕື໊ດ…!ຕື໊ດ… ແລະ ໂຕ້ກໍ່ມາຮອດ ເຊິ່ງອ້າຍຂອງລາວໄດຂັບລົດມາສົ່ງທີ່ໜ້າບໍລິສັດ ໂຕ້ໄດ້ກ່າວຂອບໃຈ ແລະ ກ່າວລາອ້າຍຕ້ອມ ຈາກນັ້ນກໍ່ຟ້າວຍ່າງເຂົ້າມາຫາລົດ ສຽງໂທລະສັບໃນດັງຂຶ້ນໃນຖົງໂສ້ງ ໂຕ້ໄດ້ຈົກອອກມາຮັບສາຍ: ຮາໂຫຼ! ຮາໂຫຼ! ແລ້ວທັງສອງກໍ່ໄດ້ພົບກັນ ການພົບກັນຄັ້ງນີ້ຖືວ່າເປັນຄັ້ງທຳອິດໃນຕະຫຼອດເວລາ 9 ປີ ທີ່ພວກເຂົາຈາກກັນ ພວກເຂົາໄດ້ແນມເບິ່ງໜ້າກັນດ້ວຍຫົວໃຈທີ່ເຕັ້ມແຮງ ບຶດໜຶ່ງໝີນ້ອຍກໍ່ອອກມາຮ້ອງ: ຕຸ່ນວ່າຈັ່ງໃດລູກຕິດຕໍ່ລູກທົວໄດ້ບໍ່! ທັງຕຸ່ນ ແລະ ໂຕ້ທີ່ກຳລັງຈ້ອງເບິ່ງໜ້າກັນກໍ່ສະເດີດຕື່ນ ແລ້ວຕຸ່ນກໍ່ຕອບໝີນ້ອຍດ້ວຍສຽງກະອຶກກະອັກໄປວ່າ: ມະ! ມາ ແລ້ວ, ຈາກນັ້ນຕຸ່ນກໍ່ເຊີນໂຕ້ຂຶ້ນໄປນັ່ງເທິງລົດ ແລ້ວກໍ່ພໍດີຮອດໂມງລົດອອກ ເສັ້ນທາງຈາກນະຄອນຫຼວງວຽງຈັນ – ສະຫວັນແມ່ນໝີນ້ອຍຮັບໜ້າທີ່ບັນລະຍາຍ ແລະ ສ້າງຄວາມບັນເທີງໃນລົດ ພໍຮອດແຂວງສະຫວັນນະເຂດ-ປາກເຊແມ່ນຕຸ່ນຮັບຜິດຊອບເປັນຄົນບັນລະຍາຍ ແລະ ສ້າງຄວາມບັນເທີງໃກ້ກັບລູກທົວ ເຊິ່ງວັນນີ້ຕຸ່ນຮູ້ສຶກອາຍໆ ຕິດໆຂັດໆແບບບໍ່ເຕັມຮ້ອຍຍ້ອນມີໂຕ້ເດີນທາງຮ່ວມ ໂດຍສະເພາະເວລາທີ່ເຫັນໂຕ້ຈ້ອງເບິ່ງໜ້າ ແລະ ສົ່ງຍີ້ມໃຫ້ເບົາໆ ຕຸ່ນແຮງຕື່ນເຕັ້ນ ແລະ ກໍ່ຟ້າວຫຼຽວໜ້າໜີລົບສາຍຕາໂຕ້ທັນທີ

ອ່ານຕໍ່ສະບັບໜ້າ (ຕອນຈົບ)

ແຕ່ງໂດຍ: ປັອກເລັກ ລາວໂພສຕ໌

 

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...