HomeBaby-ແມ່ແລະເດັກອາການແພ້ນົມງົວຂອງເດັກນ້ອຍ ເປັນແນວໃດ...ຕ້ອງອ່ານ

ອາການແພ້ນົມງົວຂອງເດັກນ້ອຍ ເປັນແນວໃດ…ຕ້ອງອ່ານ

Published on

ເກີດຈາກຮ່າງກາຍສ້າງພູມຕ້ານທານຕໍ່ໂປຣຕິນທີ່ມີໃນນົມງົວຂຶ້ນມາ ໂປຣຕີນທີ່ມັກເຮັດໃຫ້ເກີດການແພ້ຈະເປັນ ເຄຊີນ ເວຍ໌ ແລະ ເບຕ້າແລັກໂຕໂກລບູລິນ ເຊິ່ງມີຢູ່ໃນນົມງົວ ແຕ່ການແພ້ນົມງົວຈະຮຸນແຮງ ຫຼື ບໍ່ ນັ້ນ ຂຶ້ນຢູ່ກັບພາວະລະບົບພູມຕ້ານທານຂອງຮ່າງກາຍທີ່ກໍ່ໃຫ້ເກີດການແພ້ແມ່ນຊະນິດໃດ

ອາການຂອງເດັກທີ່ແພ້ນົມງົວຈະແບ່ງເປັນແບບຮຸນແຮງ ແລະ ບໍ່ຮຸນແຮງ

           ແບບຮຸນແຮງ : ເປັນອາການທີ່ມັກເກີດຂຶ້ນແບບກະທັນຫັນ ໂດຍເດັກທີ່ແພ້ນົມຈະໜ້າບວມ ທີ່ຊ່ອງປາກ ແລະ ຄໍບວມ ທາງເດີນຫາຍໃຈຕີບ ຫາຍໃຈລຳບາກ ເມື່ອຍ ຄວາມກັນເລືອດຕ່ຳ ອາດຈະມີຜື່ນແດງຕາມຕົວ ຖອກທ້ອງ ແລະ ຮາກຮ່ວມນຳ ໃນກໍລະນີທີ່ແພ້ຮຸນແຮງ ແລະ ບໍ່ໄດ້ຮັບການຮັກສາ ອາດຈະເຮັດໃຫ້ເດັກເກີດພາວະຂາດອາກາດຫາຍໃຈຕາມຫຼັງການບວມຂອງຫຼອດລົມ ຫຼື ຄວາມດັນເລືອດຕ່ຳຈົນພາວະລົ້ມເລວ ເສຍຊີວິດໄດ້ ການແພ້ນົມແບບຮຸນແຮງນີ້ອັນຕະລາຍຫຼາຍ

           ແບບບໍ່ຮຸນແຮງ : ອາການທີ່ເກີດຂຶ້ນມັກຈະຊ້າ ແລະ ສັງເກດຍາກ ອາການຈະເກີດຕາມຫຼັງການກິນນົມເຂົ້າໄປແຕ່ລະມື້ ໂດຍອາການທີ່ພົບຫຼາຍທີ່ສຸດຈະແບ່ງເປັນອາການທາງຜິວໜັງ ແລະ ທາງເດີນອາຫານ

           ອາຫານໃນລະບົບທາງເດີນອາຫານ : ເກີດໄດ້ຕັ້ງແຕ່ທາງເດີນອາຫານຄື ຫລອດອາຫານ ໄປຈົນເຖິງມີອາການຮາກອອກຫຼັງກີນນົມເຂົ້າໄປຈະມີອາການປວດທ້ອງ ທ້ອງອືດ ຖ່າຍເປັນເລືອດ ໃນບາງກໍລະນີການອັກເສບໃນທາງເດີນອາຫານຈະເຮັດໃຫ້ການດູດຊຶມຜິດປົກກະຕິ ເດັກນ້ອຍອາດມີນ້ຳໜັກຕ່ຳກວ່າເກນກຳນົດໄວ້ ເຖິງແມ່ນວ່າຈະກິນນົມປົກກະຕິກໍ່ຕາມ

           ອາການທີ່ຜິວໜັງ : ເກີດຜື່ນຜິວໜັງອັກເສບໄດ້ຫຼາຍຊະນິດ ມີຕັ້ງແຕ່ຜິວແດງຄັນ ຜິວຂຶ້ນເປັນຕຸ່ມມີນ້ຳຢູ່ໃນ ແຜຜິວໜັງອັກເສບເປັນເກັດ ຫຼື ເກີດພາວະຜິວແພ້ງ່າຍ

 

ທີ່ມາ: http://baby.kapook.com/view109447.html

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...