spot_img
HomeມູມໄອທີລາວHuawei ສົ່ງບັດເຊີນເຂົ້າຮ່ວມງານເປີດໂຕສິນຄ້າໃໝ່ໃນວັນທີ 20 ມິຖຸນາ ທີ່ຍຸໂຣບ

Huawei ສົ່ງບັດເຊີນເຂົ້າຮ່ວມງານເປີດໂຕສິນຄ້າໃໝ່ໃນວັນທີ 20 ມິຖຸນາ ທີ່ຍຸໂຣບ

Published on

ຫຼັງຈາກທີ່ກ່ອນໜ້ານີ້ມີຂ່າວລືກ່ຽວກັບສະມາດໂຟນໃໝ່ຈາກບໍລິສັດລູກຂອງ Huawei ນັ້ນກໍຄື Honor ອອກມາໄດ້ບໍ່ດົນ, ໃນມື້ນີ້ເອງເຮົາກໍມີຂ່າວດີມາບອກຄື Huawei ໄດ້ສົ່ງບັດເຊີນເຂົ້າຮ່ວມງານເປີດໂຕຜະລິດຕະພັນໃໝ່ ພາຍໃຕ້ແບຣນ Honor ອອກມາ, ເຊິ່ງຈະຈັດຂຶ້ນໃນວັນທີ 20 ມິຖຸນາ ຢູ່ທີ່ຍຸໂຣບ ພາຍໃຕ້ສະໂລແກນທີ່ວ່າ “fast, robust and affordable, all in one” ຫຼື “ວ່ອງໄວ, ທົນທານ ແລະ ລາຄາບໍ່ແພງ ໃນໜຶ່ງດຽວ”

image

ໂດຍມີການຄາດກັນວ່າອາດຈະເປັນສະມາດໂຟນ Honor 8 ແລະ ອຸປະກອນສວມໃສ່ VR ກໍເປັນໄດ້ ,ແຕ່ເຖິງຢ່າງໃດກໍຕາມຍັງບໍ່ມີສິ່ງໃດຢືນຢັນໄດ້ວ່າຈະມີຫຍັງເປີດໂຕໃນງານ ເຮົາຄົງຕ້ອງໄດ້ຕິດຕາມກັນແລ້ວວ່າຈະມີຫຍັງພິເສດອອກມາໃຫ້ເຮົາໄດ້ເຫັນກັນຫຼືບໍ່?

ທີ່ມາ:talkandroid

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...