Homeມູມໄອທີລາວ5 ເຕັກນິກ ເລືອກ ແລະ ໃຊ້ Power Bank ແນວໃດບໍ່ໃຫ້ລະເບີດ

5 ເຕັກນິກ ເລືອກ ແລະ ໃຊ້ Power Bank ແນວໃດບໍ່ໃຫ້ລະເບີດ

Published on

Power Bank ຫຼື ແບັດເຕີລີສຳຮອງກາຍເປັນອຸປະກອນຈຳເປັນທີ່ຂາດບໍ່ໄດ້ຂອງຄົນຍຸກນີ້ ແຕ່ບັນໜຶ່ງທີ່ເຫັຍຕາມ Webboard ຫຼື ສື່ອອນລາຍເລື່ອງໆເລື່ອງ Power Bank ໄໝ້ ຫຼື ລະເບີດ ເພື່ອບໍ່ໃຫ້ເກີດບັນນີ້ ຫຼື ເກີດໜ້ອຍທີ່ສຸດວັນນີ້ເຮົາມີເຕັກນິກການໃຊ້ Power Bank ແນວໃດບໍ່ໃຫ້ລະເບີດມາຝາກກັນ

  1. ເລືອກ Power Bank ທີ່ມີຄຸນນະພາບສູງ ຈາກຮ້ານທີ່ເຊື່ອຖືໄດ້ ແລະ ມີສູນຈຳໜ່າຍທົ່ວໄປເທດ

Power Bank ທ່ານບໍ່ຄວນຊື້ທົ່ວໄປຖ້າບໍ່ໄວ້ໃຈຫ້າມຊື້ ເຖິງລາຄາຈະຖືກກໍ່ບໍ່ຄວນຊື້ ເພາະທ່ານອາດຈະໄດ້ຂອງປອມເຄື່ອງທີ່ໃຊ້ກັບໄຟຟ້າບໍ່ວ່າຈະເປັນຫຍັງກໍ່ຕາມທ່ານຕ້ອງເລືອກສິ່ງທີ່ມີຄຸນນະພາບທີ່ສຸດມາໃຊ້ ເພາະຈະເຮັດໃຫ້ທ່ານໄດ້ຮັບອັນຕະລາຍໜ້ອຍລົງ

2.ຢ່າສາກມືຖືຜ່ານ Power Bank ທີ່ກຳລັງສາກຢູ່ 

ບາງຄົນມັກສາກໂທລະສັບຜ່ານ Power Bank ທີ່ກຳລັງສາກຢູ່ ເຊິ່ງເປັນການກະທຳທີ່ຜິດ ເພາະຈະເຮັດໃຫ້ Power Bankເຮັດວຽກໜັກຂຶ້ນອາຍຸການໃຊ້ງານສັ້ນລົງ ແລະ ຖ່້າເປັນ Power Bank ອາດຈະເຮັດໃຫ້ໄໝ້ ຫຼື ລະເບີດໄດ້

3.ຢ່າໃຫ້ Power Bank ຮ້ອນເກີນໄປ

ບໍ່ຄວນວາງ Power Bank ເທິງບ່ອນຮ້ອນໃນເວລາສາກເຊັ່ນ: ເທິງເຄສຄອມພິວເຕີ້, ຫຼັງໂທລະທັດ ເພາະຄວາມຮ້ອນຈະເປັນສັດຕູຂອງແບັດເຕີລີທຸກປະເພດ ເຊິ່ງຈະເຮັດໃຫ້ ແບັດເຕີລີຮ້ອນຂຶ້ນໄດ້ງ່າຍ ແລະ ເຮັດໃຫ້ເສື່ອມຄຸນນະພາບໄວ ແລະ ອາດໄໝ້ ຫຼື ລະເບີດໄດ້59.22

4. ເວລາຊື້ມາໃໝ່ຄວນເບິ່ງໃນເວລາສາກ

ຫາກທ່ານບໍ່ໝັ້ນໃຈວ່າຂອງທີ່ຊື້ມາໃໝ່ເປັນຂອງທີ່ມີຄຸນນະພາບທ່ານຄວນສາກເບິ່ງອາການກ່ອນຈິ່ງຄ່ອຍໃຊ້ ເພື່ອຄວາມໝັ້ນໃຈວ່າເຮົາໄດ້ຂອງຄຸນນະພາບມາໃຊ້

5.ຖ້າຫາກ Power Bank ເກີດໄໝ້ ຫຼື ລະເບີດຂຶ້ນມາແທ້

ການດັບໄຟໄໝ້ໃນອຸປະກອນເອເລັກໂທນິກຮວມໄປເຖິງ Power Bank ຄວນໃຊ້ຖັງດັບເພີງດັບໄຟດີກ່ວາການໃຊ້ນ້ຳດັບ ເພາະນ້ຳເປັນສື່ນຳໄຟຟ້າ ແລະ ອາດເຮັດໃຫ້ແບັດເຕີລີອີກກ້ອນຂອງ Power Bank ເກີດໄຟຟ້າລັດວົງຈອນ ແລະ ລະເບີດຄູນ 2 ເຊິ່ງເປັນອັນຕະລາຍຫຼາຍ

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...