Homeຂ່າວການພັດທະນາໄທນຳສິນຄ້າໂອດັອບ ມາວາງສະແດງຢູ່ລາວ ຫວັງເຈາະຕະຫຼາດອາຊຽນ

ໄທນຳສິນຄ້າໂອດັອບ ມາວາງສະແດງຢູ່ລາວ ຫວັງເຈາະຕະຫຼາດອາຊຽນ

Published on

ເພື່ອ​ເປັນ​ການ​ແລກ­ປ່ຽນ​ບົດ­ຮຽນຮ່ວມ​ກັນ​ລະ­ຫວ່າງ​ປະ­ຊາ­ຊົນ​ສອງ​ປະເທດ​ລາວ-ໄທ, ທັງ​ເປັນ​ການ​ຂະ­ຫຍາຍ​ຕະ­ຫຼາດ​ການ​ເຊື່ອມ​ໂຍງ​ສິນ­ຄ້າ​ຂອງ​ຊຸມ​ຊົນ​ສູ່​ຕະ­ຫຼາດ​ພາຍ​ໃນແລະ​ຕ່າງ­ປະ­ເທດ,ສົ່ງ­ເສີມ​ການ​ພັດ­ທະ­ນາ​ຜະ­ລິດ​ຕະ​ພັນ​ຮອງຮັບ​ການ​ເປີດ​ປະ­ຕູ​ສູ່​ປະ­ຊາ​ຄົມ​ເສດ­ຖະ­ກິດອາ​ຊຽນ ແລະ​ຍັງ​ເປັນ​ການ​ສ້າງ​ຄວາມສຳ­ພັນ​ອັນ​ດີ­ງາມ​ລະ­ຫວ່າງ​ປະ­ເທດ, ທາງພັດ­ທະ­ນາ​ການ​ແຂວງ​ອຳ­ນາດ​ຈະ­ເລີນຈິ່ງ​ໄດ້​ມາ​ເປີດ​ງານ​ວາງ­ສະ­ແດງ​ສິນ­ຄ້າ ໂອ​ດັອບໄທ​ແລນແຟຣຂຶ້ນ​ຢ່າງ​ເປັນ​ທາງ​ການ​ໃນ​ຕອນ​ແລງຂອງ​ມື້­ວານ​ນີ້, ທີ່​ສູນ​ການ​ຄ້າ​ວຽງ​ຈັນເຊັນ​ເຕີ ສປປ ລາວ.

ໃຫ້​ກຽດ​ເຂົ້າ​ຮ່ວມ ແລະ​ຕັດ​ແຖບ​ຜ້າຂອງ​ທ່ານ ທະ​ນົງ​ສິນ ກັນ­ລະ­ຍາ ຮອງ​ປະທານ​ສະ­ພາ​ອຸດ­ສາ­ຫະ­ກຳ ແລະ​ການ​ຄ້າລາວ, ທ່ານ​ນາງ ພິ­ມົນ ປົງ​ກອງ​ແກ້ວ ອັກ ຄະ​ລາ­ຊະ­ທູດ​ທີ່​ປຶກ­ສາ​ຝ່າຍ​ການ​ພາ­ນິດ ສະ­ຖານ­ທູດ​ເອກ​ອັກ­ຄະ­ລາ­ຊະ­ທູດ​ແຫ່ງ ລາ­ຊະ​ອາ­ນາ­ຈັກ​ໄທ, ທ່ານ ຍິ່ງ​ຍົດ ທະ­ນະຈັນ ເຈົ້າ­ແຂວງ​ອຳ­ນາດ​ຈະ­ເລີນ, ທ່ານ ສົມ­ບັດ ສິ​ຣິ​ພົນ​ວິ­ທະ­ຍາ ຜູ້­ອຳ­ນວຍ­ການສູນ​ການ​ຄ້າ​ວຽງ​ຈັນ​ເຊັນ​ເຕີພ້ອມ​ດ້ວຍແຂກ​ຖືກ​ເຊີນ​ເຂົ້າ​ຮ່ວມ.

ທ່ານ ນາງ ການ­ຈະ­ນາ ທະ­ວີ​ວັດ ພັດທະ​ນາ​ການ​ແຂວງ​ອຳ­ນາດ​ຈະ­ເລີນ​ໃນນາມ​ຄະ­ນະ​ກຳ­ມະ­ການ​ໂຄງ­ການ​ພັດ​ທະນາ​ພູມ​ປັນ­ຍາ​ໂອ​ດັອບ​ສູ່​ເສດ­ຖະ­ກິດ​ສ້າງສັນ​ກິດ­ຈະ­ກຳ​ທີ 3 ສົ່ງ­ເສີມ​ຕະ­ຫຼາດ​ອາຊຽນ ພາຍ​ໃຕ້​ໂອ​ດັອບ ໄທ​ແລນ ແຟຣ 2016 ກ່າວ​ວ່າ: ໂຄງ­ການ​ພັດ­ທະ­ນາ​ພູມ ປັນ­ຍາ​ໂອ​ດັອບ​ສູ່​ເສດ­ຖະ­ກິດ​ສ້າງ­ສັນ​ກິດຈະ​ກຳ​ທີ 3 ສົ່ງ­ເສີມ​ຕະ­ຫຼາດ​ອາ​ຊຽນ ພາຍ​ໃຕ້​ໂອ​ດັອບ ໄທ​ແລນ ແຟຣ 2016 ແມ່ນ ໂຄງ­ການ​ໜຶ່ງ​ເພື່ອ​ເປັນ​ການ​ແລກປ່ຽນ​ຮຽນ​ຮູ້​ຮ່ວມ​ກັນ​ຂອງ​ປະ­ຊາ­ຊົນ​ສອງປະ­ເທດ​ລາວ-ໄທ ທີ່​ເນັ້ນ​ໃສ່​ການ​ພັດ​ທະນາ​ດ້ານ​ການ​ຂະ­ຫຍາຍ​ຕະ­ຫຼາດ​ເຊື່ອມ ໂຍງ​ສິນ­ຄ້າ​ຂອງ​ຊຸມ​ຊົນ​ສູ່​ຕະ­ຫຼາດ​ພາຍໃນ ແລະ​ຕ່າງ­ປະ­ເທດ, ສົ່ງ­ເສີມ​ການ​ພັດທະ​ນາ​ຜະ­ລິດ​ຕະ​ພັນ​ຮອງ​ຮັບ​ການ​ເປີດ ປະ­ຕູ​ສູ່​ປະ­ຊາ​ຄົມ​ເສດ­ຖະ­ກິດ​ອາ​ຊຽນ, ພ້ອມ​ທັງ​ພັດ­ທະ­ນາ​ຄຸນ​ນະ​ພາບ ແລະ​ມາດຕະ​ຖານ​ຜະ­ລິດ​ຕະ​ພັນ​ໂອ​ດັອບ​ໃຫ້​ເປັນ​ທີ່ຍອມ­ຮັບ​ໃນ​ລະ­ດັບ​ສາ­ກົນ, ການ​ເພີ່ມຊ່ອງ​ທາງ​ຈຳ­ໜ່າຍ​ສິນ­ຄ້າ, ສົ່ງ­ເສີມ ແລະ ສະ­ໜັບ­ສະ­ໜູນ​ໃຫ້​ຜູ້​ປະ­ກອບ​ການ​ໂອດັອບ​ໄດ້​ຮຽນ​ຮູ້​ດ້ານ​ການ​ພັດ­ທະ­ນາ​ຄຸນນະ​ພາບ, ມາດ­ຕະ­ຖານ​ຂອງ​ຜະ­ລິດ​ຕະພັນ​ລວມ​ໄປ​ເຖິງ​ດ້ານ​ການ​ບໍ­ລິ­ຫານ​ຈັດການ​ຕະ­ຫຼາດ​ກັບ​ປະ­ເທດ​ເພື່ອນ​ບ້ານ ແລະ ເປັນ​ການ​ສົ່ງ­ເສີມ​ຄວາມ​ສຳ­ພັນ​ດ້ານ​ການຄ້າ ແລະ​ຄວາມ​ຮ່ວມ​ມື​ລະ­ຫວ່າງ​ປະ­ເທດ.

ສຳ­ລັບ​ການ​ຈັດ​ງານ​ວາງ­ສະ­ແດງສິນ­ຄ້າ​ຄັ້ງ​ນີ້​ຖື​ເປັນ​ຄັ້ງ​ທຳ​ອິດ​ຂອງ​ແຂວງອຳ­ນາດ​ຈະ­ເລີນ ໂດຍ​ມີ​ຜູ້​ປະ­ກອບ​ການໄທ​ເຂົ້າ​ຮ່ວມ​ທັງ​ໝົດ 50 ຮ້ານ ຊຶ່ງ​ປະກອບ​ດ້ວຍ​ສິນ­ຄ້າ​ອຸ­ປະ­ໂພກ ແລະ​ບໍ­ລິ­ໂພກ ໂດຍ​ງານ​ດັ່ງ­ກ່າວ​ໄດ້​ເລີ່ມ​ວາງ­ສະ­ແດງມາ​ແຕ່​ວັນ​ທີ 1 ມິ­ຖຸ­ນາ​ຈົນ​ເຖິງ​ວັນ​ທີ 6 ຂອງ​ເດືອນ​ດຽວ​ກັນ.

ໂອ­ກາດ​ດຽວ​ກັນ​ນັ້ນ ທ່ານ ທະ​ນົງ​ສິນ ກັນ­ລະ­ຍາ ໄດ້​ກ່າວ​ວ່າ: ໂຄງ­ການ​ພັດ​ທະນາ​ພູມ​ປັນ­ຍາ​ໂອ​ດັອບ ສູ່​ເສດ­ຖະ­ກິດ​ສ້າງສັນ​ກິດ­ຈະ­ກຳ​ທີ 3 ສົ່ງ­ເສີມ​ຕະ­ຫຼາດ​ອາ ຊຽນ ພາຍ​ໃຕ້​ໂອ​ດັອບ ໄທ​ແລນ ແຟຣ 2016 ເທື່ອ​ນີ້​ຖື​ໄດ້​ວ່າ​ເປັນ​ນິ­ມິດ​ໝາຍ​ອັນ ສຳ­ຄັນ​ຫຼາຍ​ທີ່​ຈະ​ເປີດ​ໂອ­ກາດ​ໃຫ້​ກັບ​ບັນດາ​ນັກ­ທຸ­ລະ­ກິດ​ທັງ​ສອງ​ປະ­ເທດ​ລາວ-ໄທ ໄດ້​ຖື​ໂອ­ກາດ​ນີ້​ແລກ­ປ່ຽນ​ບົດ­ຮຽນ, ຂໍ້​ມູນ​ຂ່າວ­ສານ​ອັນ​ແປກ​ໃໝ່ ເພື່ອ​ກ້າວເຂົ້າ​ສູ່​ການ​ສ້າງ​ຄວາມ​ເຂັ້ມ­ແຂງ​ໃນ​ການດຳ­ເນີນ​ທຸ­ລະ​ກິດ ແລະ​ທີ່​ສຳ­ຄັນ​ໄປ​ກວ່ານັ້ນ​ແມ່ນ​ເປັນ​ການ​ເພີ່ມ​ທະ­ວີ​ຄວາມ​ສຳ­ພັນທະ​ໄມ­ຕີ​ລະ­ຫວ່າງ​ສອງ​ຊາດ​ລາວ-ໄທ​ໃຫ້ນັບ​ມື້​ມີ​ຄວາມ​ໜັກ​ແໜ້ນ​ຫຼາຍ​ກວ່າ​ເກົ່າ.

ທີ່ມາ: logo

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...