spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມສັບພະຄຸນຂອງໝາກມອນທາງການຢາ ທີ່ທ່ານອາດບໍ່ເຄີຍຮູ້

ສັບພະຄຸນຂອງໝາກມອນທາງການຢາ ທີ່ທ່ານອາດບໍ່ເຄີຍຮູ້

Published on

ເຄີຍໄດ້ຍິນທີ່ຜູ້ເຖົ້າຜູ້ແກ່ເພິ່ນເວົ້າປະໂຫຍກທີ່ວ່າ ປູກມອນ ລ້ຽງໄຫມ ກັນແດ່ບໍ່? ເຄີຍສົງໄສກັນ ຫຼືບໍ່ວ່າ ໝາກມອນ ທີ່ວ່ານັ້ນມັນແມ່ນຫຍັງ

ມັນແມ່ບໃບໝາກມອນທີ່ມີການສົ່ງເສີມໃຫ້ປູກກັນຢູ່ບາງພາກ ໂດຍສະເພາະບ້ານທີ່ຢູ່ເຂດນອກ ທີ່ມັກຈະນຳໃບໝາກມອນມາໃຊ້ເປັນອາຫານຂອງມອນໄຫມ ແຕ່ມອນບໍ່ໄດ້ມີປະໂຫຍດພຽງແຕ່ໃບເທົ່ານັ້ນ ໝາກມອນ ຫຼືຊື່ພາສາອັງກິດແບບໄຮໂຊ ຮຽກວ່າ Mulberry ກໍ່ມີປະໂຫຍດດີໆ ທີ່ທ່ານອາດບໍ່ເຄີຍຮູ້ມາກ່ອນ ສະນັ້ນເຮົາໄປເບິ່ງນຳກັນ.

1 ໝາກມອນສາມາດຊ່ວຍບຳລຸງຫົວໃຈໄດ້

2 ດັບຮ້ອນ ເຮັດໃຫ້ຊຸ່ມຄໍ ບັນເທົາອາການຢາກນໍ້າໄດ້ດີ

3 ອຸດົມໄປດ້ວຍແຮ່ທາດ ແລະກົດໂຟລິກ ເໝາະສຳລັບແມ່ຍິງທີ່ກຳລັງຖືພາ

4 ມີສານຕ້ານອະນຸມູນອິດສະຫຼະ ຫຼຸດຄວາມສ່ຽງໃນການເກີດໂລກມະເຮັງໄດ້

5 ຫຼຸດນໍ້າຕານໃນເລືອດ ເໝາະສຳລັບຜູ້ທີ່ເປັນໂລກເບົາຫວານ

6 ໝາກມອນຕົ້ມ ຊ່ວຍແກ້ໂລກໄຂຂໍ້ອັກເສບໄດ້ເປັນຢ່າງດີ

7 ມີວິຕາມິນບີ 6 ຊ່ວຍບຳລຸງເລືອດ, ຕັບ ແລະໄຕຂອງທ່ານໃຫ້ແຂງແຮງ

8 ຫຼຸດການເກີດສິວ ແລະປວດປະຈຳເດືອນໄດ້

9 ມີວິຕາມິນຊີສູງ ປ້ອງກັນເປັນຫວັດ, ພູມແພ້ ແລະປອດ

10 ຊ່ວຍແກ້ອາການຖອກທ້ອງ ເພາະເປັນຢາລະບາຍອ່ອນໆ

11 ມີວິຕາມິນເອ ຊ່ວຍບຳລຸງສາຍຕາ ປ້ອງກັນການເກີດຄວາມຄຽດໄດ້

12 ແກ້ອາການເມົາຄ້າງ ແລະຍັງສາມາດຫຼຸດຜ່ອນຄາຍຄວາມຄຽດໄດ້

13 ຊ່ວຍບຳລຸງເສັ້ນຜົມໃຫ້ດຳງາມ, ສຸຂະພາບດີ, ປ້ອງກັນຜົມຫງອກກ່ອນໄວ

ໝາກມອນສາມາດປູກໄດ້ເອງທີ່ບ້ານ ແຖມຍັງປູກງ່າຍໆ ນອກຈາກໝາກແລ້ວ ໃບຂອງໝາກມອນຍັງເປັນສະໝຸນໄພທີ່ດີອີກດ້ວຍ ທຳປະໂຫຍດໄດ້ອີກຫຼາຍຢ່າງ ໃຜຢາກລອງກິນໝາກມອນກໍ່ລອງຊອກຊື້ມາກິນລອງເບິ່ງ.

ທີ່ມາ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...