spot_img
Homeນານາສາລະ8 ສິ່ງຄວນເຮັດຫຼັງຖືກໄລ່ອອກຈາກວຽກ ລົ້ມແລ້ວຕ້ອງລຸກໃໝ່!

8 ສິ່ງຄວນເຮັດຫຼັງຖືກໄລ່ອອກຈາກວຽກ ລົ້ມແລ້ວຕ້ອງລຸກໃໝ່!

Published on

ສຳລັບມະນຸດເງິນເດືອນທຸກຄົນ ສິ່ງທີ່ບໍ່ຢາກພົບທີ່ສຸດກໍ່ຄືການຕົກງານ ຫຼື ການຖືກເລີກຈ້າງ ເພາະນອກຈາກຈະໃຫ້ເສຍລາຍຮັບ ແລະ ເສຍໂອກາດແລ້ວ ເພາະປັດຈຸບັນນີ້ວຽກດີໆກໍ່ບໍ່ໄດ້ຫາກັນໄດ້ງ່າຍໆ ແຕ່ຖ້າຫາກທ່ານພົບກັບເຫດການເຫຼົ່ານີ້ຂຶ້ນມາໂດຍທີ່ທ່ານບໍ່ທັນໄດ້ຕັ້ງຕົວ ສິ່ງທີ່ຄວນເຮັດບໍ່ແມ່ນການນັ່ງເສຍໃຈ ແຕ່ສິ່ງທີ່ຄວນເຮັດແມ່ນ

ww5

1 ຄວບຄຸມອາລົມຂອງຕົວເອງໃຫ້ໄດ້

ແນ່ນອນວ່າຄົງຈະບໍ່ມີໃຜສາມາດເຮັດໃຫ້ຕົວເອງໃຈເຢັນລົງໄດ້ ແຕ່ການຄວບຄຸມອາລົມຕົວເອງໃຫ້ໄດ້ຫຼາຍທີ່ສຸດກໍ່ເປັນວິທີໜຶ່ງທີ່ຈະເຮັດໃຫ້ທ່ານຕັ້ງສະຕິໄດ້ໄວຂຶ້ນ ເມື່ອທ່ານມີສະຕິທ່ານຈະເບິ່ງເຫັນຫົນທາງດີໆໄດ້ໄວຂຶ້ນ

2. ຮັກສາສິດຂອງຕົວເອງ

ເຖິງແມ່ນວ່າຈະຖືກເລີກຈ້າງແລ້ວ ແຕ່ກໍ່ບໍ່ໄດ້ໝາຍຄວາມວ່າທ່ານຈະບໍ່ມີສິດໃນຖານະລູກຈ້າງ ແລ້ວປ່ອຍໃຫ້ເລື່ອງມັນຈົບໄປເສີຍໆ ທ່ານຄວນກັບໄປອ່ານສັນຍາການຈ້າງງານທີ່ທ່ານເຄີຍເຊັນຕອນເລີ່ມວຽກທຳອິດ ແລະ ກັບມາຖາມເອົາໃນສິ່ງທີ່ທ່ານຄວນໄດ້ເຊັ່ນ: ໃບຜ່ານງານ, ກອງທຶນສຳຮອງ, ເງິນຊົດເຊີຍ ເປັນຕົ້ນ ທ່ານຕ້ອງຖາມໃຫ້ລະອຽດ

ww2

3. ຢ່າມົວແຕ່ຕຳນິຄົນອື່ນ ແຕ່ຈົ່ງເບິ່ງຄວາມຜິດພາດຂອງຕົນເອງ

ຫຼາຍຄົນທີ່ຖືກປົດອອກຈາກວຽກມັກຈະເອົາແຕ່ຄິດ ແລະ ຕຳນິຫົວໜ້າ ຫຼື ບ່ອນເຮັດວຽກເກົ່າສະເໝີ ຮວມທັງເບິ່ງຫາຂໍ້ຜິດພາດຂອງພວກເຂົາເຫຼົ່ານັ້ນເພື່ອເປັນການປອບໃຈຕົວເອງ ແຕ່ຖ້າເຮັດແບບນີ້ທ່ານຈະບໍ່ມີວັນປັບປຸງ ຫຼື ປ່ຽນແປງຕົວເອງ ແລະ ຖ້າຫາກທ່ານໄດ້ວຽກໃໝ່ກໍ່ອາດຈະເຮັດໃຫ້ທ່ານມີຈຸດຈົບແບບເດີມໆ ດັ່ງນັ້ນທ່ານຄວນນຳຈຸດອ່ອນ ຫຼື ຂໍຜິດພາດນັ້ນມາປັບປຸງຕົວເອງ ແລ້ວເລີ່ມຕົ້ນເຮັດສິ່ງໃໝ່ທີ່ດີກວ່າ

4. ສົ່ງຈົດໝາຍຂອບໃຈເພື່ອນຮ່ວມງານ

ເຖິງແມ່ນວ່າທ້າຍສຸດລະຫວ່າງທ່ານກັບເພື່ອນຮ່ວມງານຈະຈົບກັນແບບບໍ່ດີປານໃດ ແຕ່ມັນກໍ່ບໍ່ແມ່ນເຫດຜົນທີ່ທ່ານຈະບໍ່ໃຍດີໃນສິ່ງທີ່ຜ່ານມາ ລອງໃຊ້ເວລາຄິດດີໆເຖິງສິ່ງທີ່ທ່ານເຄີຍໄດ້ຮັບຈາກຫົວໜ້າ ແລະ ເພື່ອນຮ່ວມງານ ແລະ ຂຽນອີເມວໄປຂອບໃຈພວກເຂົາ ການເຫຼືອມີດຕະພາບດີໆໄວ້ນັ້ນເປັນສິ່ງທີ່ດີ ບໍ່ແນ່ວ່າວັນໜຶ່ງເພື່ອນຮ່ວມງານຂອງທ່ານອາດຈະເປັນຢື່ນໂອກາດໃໝ່ໃນການເຮັດວຽກທີ່ດີໃຫ້ທ່ານອີກກໍ່ໄດ້

ww4

5. ປັບປຸງຊີວະປະຫວັດ

ກ່ອນທີ່ທ່ານຈະເລີ່ມຊອກວຽກໃໝ່ ທ່ານຄວນໃຫ້ເວລາປັບປຸງຊີວະປະຫວັດຂອງທ່ານກ່ອນ ເພີ່ມເຕີບຂໍ້ມູນຂອງວຽກທີ່ຜ່ານມາ ບໍ່ວ່າຈະເປັນຂອບເຂດຂອງວຽກ ຜົນງານທີ່ເຄີຍເຮັດ ຖ້າຄິດຢາກຈະປ່ຽນແປງສິ່ງໃໝ່ໆ ກໍ່ຢ່າລືມຕື່ມຄວາມສົນໃຈໃໝ່ໆລົງໄປນຳ ຫຼື ຫາທ່ານຄິດວ່າຊີວະປະຫວັດເກົ່າຂອງທ່ານມັນລ້າສະໄໝໄປແລ້ວ ທ່ານກໍ່ຄວນຈະຂຽນໃໝ່ເລີຍ ເພື່ອຈະເປັນການເພີ່ມໂອກາດໃຫ້ທ່ານຫາວຽກໃໝ່ໄດ້ງ່າຍຂຶ້ນ

6. ຈັດລະບຽບລາຍຮັບ-ລາຍຈ່າຍໃໝ່

ໃນຊ່ວງທີ່ທ່ານກຳລັງຕົກງານການໃຊ້ຈ່າຍເງິນຂອງທ່ານກໍ່ຈະປ່ຽນໄປ ເພາະທ່ານຈະບໍ່ສາມາດໃຊ້ຈ່າຍເງິນຟຸມເຟືອຍເໝືອນເມື່ອກ່ອນໄດ້ແລ້ວ ທ່ານຄວນມີແຜນການຈ່າຍທີ່ຮັດກຸມຫຼາຍຂຶ້ນກ່ວາເກົ່າ

ww3

7. ເບິ່ງຫາໂອກາດໃໝ່ໆ

ສຳລັບບາງຄົນການອອກຈາກວຽກເກົ່າມັນກໍ່ບໍ່ແມ່ນເລື່ອງຮ້າຍແຮງສະເໝີໄປ ເພາະມີຄົນຈຳນວນບໍ່ໜ້ອຍທີ່ໄດ້ວຽກເຮັດໃນວັນດຽວກັນກັບວັນທີ່ຕົກງານ ສຳລັບຄົນທີ່ວ່າງທ່ານຕ້ອງມີຄວາມກະຕືລືລົ້ນຊອກຫາວຽກໃໝ່ ທ່ານຕ້ອງແລ່ນເຂົ້າໄປຫາວຽກ ແລ່ນຫາໂອກາດ ບໍ່ແມ່ນຖ້າໂອກາດແລ່ນມາຫາທ່ານຝ່າຍດຽວ

8. ຂຶ້ນທະບຽນໄວ້ກັບກົມຈັດຫາງານ

ຫາກທ່ານກຳລັງຢູ່ໃນຊ່ວງມໍລະສຸມຊີວິດ ພະຍາຍາມຊອກວຽກເຮັດແລ້ວແຕ່ຍັງຊອກບໍ່ໄດ້ ຂໍແນະນຳໃຫ້ທ່ານໄປຈົດຂຶ່ນທະບຽນກັບກົມຈັດຫາງານໄວ້ ເພາະໜ່ວຍງານນີ້ຈະເປັນຕົວຊ່ວຍໃນການຊອກວຽກໃໝ່ໃຫ້ທ່ານອີກແຮງໜຶ່ງ ບໍ່ແນ່ວ່າບາງເທື່ອທ່ານອາດຈະໄດ້ຄວາມຮູ້ກ່ຽວກັບອາຊີບໃໝ່ ຫຼື ອາດໄດ້ຮັບໂອກາດເຮັດວຽກດີໆຈາກບ່ອນນີ້ກໍ່ໄດ້

 

ທີ່ມາ: http://money.kapook.com/

 

ບົດຄວາມຫຼ້າສຸດ

ຮັດແໜ້ນການພົວພັນຮ່ວມມື ລັດຖະມົນຕີກະຊວງການຕ່າງປະເທດລາວໄດ້ເດີນທາງຢ້ຽມຢາມປະເທດບຣູໄນ ພ້ອມໄດ້ພົບປະລັດຖະມົນຕີກະຊວງການຕ່າງປະເທດບຣູໄນ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ດາໂຕະ ເອີຣິວານ ເປຮິນ ຢູສອບ (Dato Erywan Pehin Yusof) ລັດຖະມົນຕີກະຊວງການຕ່າງປະເທດ ຜູ້ທີ 2 ແຫ່ງ...

ຖືກສົ່ງກັບປະເທດ! ພົນລະເມືອງ ສ.ເກົາຫຼີ 64 ຄົນ ທີ່ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີ ໃນປະເທດ ກຳປູເຈຍ

ພົນລະເມືອງ ສ.ເກົາຫຼີ 64 ຄົນ ຖືກສົ່ງຕົວກັບປະເທດ ເນື່ອງຈາກເປັນເປັນຜູ້ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີໃນປະເທດ ກຳປູເຈຍ. ອີງຕາມສຳນັກຂ່າວ AFP ລາຍງານໃນວັນທີ 18 ຕຸລາ 2025 ຜ່ານມາ, ຈາກກໍລະນີປະຊາຊົນ...

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...

ເສຍຊີວິດສອງຄົນ ເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ລຸດອອກນອກລັນເວ ທີ່ສະໜາມບິນຮົງກົງ

ອຸບັດຕິເຫດເຮືອບິນຂົນສົ່ງສິນຄ້າ ເອມິເຣດ ໄຫຼອອກນອກລັນເວ ທີ່ສະໜາມບິນຮົງກົງ ເຮັດໃຫ້ເສຍຊີວິດສອງຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ຕຸລາ 2025 ນີ້ວ່າ: ເກີດເຫດເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ໄຫຼອອກນອກລັນເວຕຳກັບລົດຈົນຕົກທະເລ ທີ່ສະໜາມບິນຮົງກົງ ເຊິ່ງເຫດການດັ່ງກ່າວມີເຈົ້າທີ່ເສຍຊີວິດສອງຄົນ. ຕາມການລາຍງານລະບຸວ່າ:...