spot_img
HomeມູມໄອທີລາວSanDisk ເປິດໂຕ Ultra Dual Drive USB Type-C ໃຊ້ສຳລັບເຊື່ອມຕໍ່ກັບສະມາດໂຟນ ແລະ ຄອມພິວເຕີ

SanDisk ເປິດໂຕ Ultra Dual Drive USB Type-C ໃຊ້ສຳລັບເຊື່ອມຕໍ່ກັບສະມາດໂຟນ ແລະ ຄອມພິວເຕີ

Published on

ບໍລິສັດ SanDisk ໄດ້ປະກາດເປີດໂຕແຟລັດໄດຣ໌ Ultra Dual Drive USB Type-C ລຸ້ນໃໝ່ຫຼ້າສຸດໃນງານ Computex 2016.

ສຳລັບ Ultra Dual Drive USB Type-C ນັ້ນຈະມີ 2 ດ້ານໃຫ້ເລືອກໃຊ້ຄື: ດ້ານໜຶ່ງເປັນແບບ USB Type-C ໄວ້ເຊື່ອມຕໍ່ກັບສະມາດໂຟນ ຫຼື ແທັບເລັດທີ່ຮອງຮັບ OTG ແລະ ອີກດ້ານໜຶ່ງເປັນແບບ USB Type-A ຫຼື USB 3.1 (Gen 1) ໄວ້ສຳລັບເຊຶ່ອມຕໍ່ກັບ PC, ແລັບທ໋ອບ ແລະອຸປະກອນອື່ນໆ.

https://youtu.be/TUa3Sglti8U
ໃນດ້ານຂອງໂຕແຟລັດໄດຣ໌ ແມ່ນໄດ້ອອກແບບໃຫ້ສາມາດມ້ຽນເກັບໄວ້ໄດ້ເຮັດໃຫ້ມີຄວາມປອດໄພຫຼາຍຂຶ້ນ, ສຳລັບຂະໜາດແມ່ນ 9.4 x 38.10 x 20.07 ມມ ແລະ ໜັກ 9.1ກຣາມ. ສ່ວນຄວາມໄວໃນກາານອ່ານຂໍ້ມູນແມ່ນ 150 MB/s (ສະເພາະລຸ້ນ 16 GB ຄວາມໄວຈະຢູ່ພຽງ 130 MB/s). ໂດຍທາງ SanDisk ຍັງມີແອັບ SanDisk Memory Zone ໄວ້ໃຫ້ໃຊ້ສຳລັບສະມາດໂຟນເພື່ອງ່າຍໃນຈັດການຂໍ້ມູນຕ່າງໆອີກນຳ.

ສຳລັບ SanDisk Ultra Dual Drive USB Type-C ນັ້ນມີ 4 ລຸ້ນໃຫ້ເລືອກແລະລາຄາກໍແຕກຕ່າງກັນອອກໄປດັ່ງນີ້:

– ລຸ້ນ 16GB ລາຄາ $19.99 (160.000 ກີບ)
– ລຸ້ນ 32GB ລາຄາ $29.99 (240.000 ກີບ)
– ລຸ້ນ 64 GB ລາຄາ $39.99 (325.000 ກີບ)
– ລຸ້ນ 128 GB ລາຄາ $69.99 (670.000 ກີບ)

ນອກຈາກນີ້ແລ້ວສິນຄ້າຍັງຮັບປະກັນ 5 ປີຫຼັງຈາກທີ່ຊື້, ສ່ວນສິນຄ້ານັ້ນຈະເລີ່ມວາງຂາຍຜ່ານທາງ Amazon ແລະຮ້ານຄ້າໂຕແທນຈຳໜ່າຍໃນທົ່ວໂລກ.

image

ທີ່ມາ:fonearena

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...