spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມມອບ-ຮັບໜ້າທີ່ ລັດຖະມົນຕີກະຊວງສາທາລະນະສຸກ

ມອບ-ຮັບໜ້າທີ່ ລັດຖະມົນຕີກະຊວງສາທາລະນະສຸກ

Published on

ວັນທີ 31 ພຶດສະພາ 2016 ຜ່ານມານີ້, ຢູ່ກະຊວງສາທາລະນະສຸກ ໄດ້ມີພິທີ ມອບ-ຮັບ ໜ້າທີ່ລັດຖະມົນຕີກະຊວງສາທາລະນະສຸກ ລະຫວ່າງ ທ່ານ ຄຳພອນ ພຸດທະວົງ ຮັກສາການລັດຖະມົນຕີກະຊວງສາທາລະນະສຸກ ແລະ ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ຜູ້ໃໝ່ ໂດຍມີທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍບັນດາລັດຖະມົນຕີ, ຮອງລັດຖະມົນຕີ ແລະ ຜູ້ຕາງໜ້າຈາກກົມ, ສູນ, ສະຖາບັນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ ເປັນສັກຄີພິຍານ.

ການ ມອບ-ຮັບ ໜ້າທີ່ ໃນຄັ້ງນີ້, ແນໃສ່ປັບປຸງກົງຈັກການຈັດຕັ້ງໃຫ້ມີຄວາມສອດຄ່ອງ ແລະ ຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການ ໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງໄລຍະໃໝ່, ທັງເປັນການປະຕິບັດຕາມການປັບປຸງກົງຈັກການຈັດຕັ້ງຂອງລັດຖະບານ.

ໂອກາດດັ່ງກ່າວ, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ລັດຖະມົນຕີກະຊວງສາທາລະນະສຸກ ຜູ້ເກົ່າ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການປະຕິບັດໜ້າທີ່ຂອງຕົນ ດ້ວຍຄວາມຮັບຜິດ ຊອບສູງ ອັນໄດ້ເຮັດໃຫ້ວຽກງານສາທາລະນະສຸກ ມີທ່ວງທ່າຂະຫຍາຍຕົວຢ່າງຕໍ່ເນື່ອງ, ລະບົບສາທາລະນະສຸກ ໄດ້ເຂົ້າເຖິງຊຸມຊົນ ແລະ ເຂດຫ່າງໄກສອກຫລີກຫລາຍຂຶ້ນ, ພໍ່ແມ່ປະຊາຊົນ ໄດ້ເຂົ້າເຖິງພື້ນຖານດ້ານສາທາລະ ນະສຸກ ອັນໄດ້ເຮັດໃຫ້ຕົວເລກການຕິດເຊື້ອພະຍາດຕ່າງໆ ຫລຸດຜ່ອນລົງຕາມລຳດັບ, ພ້ອມນັ້ນ, ທ່ານນາຍົກລັດຖະ ມົນຕີ ຍັງຮຽກຮ້ອງໃຫ້ລັດຖະມົນຕີ ຜູ້ໃໝ່ ສືບຕໍ່ເສີມຂະຫຍາຍມູນເຊື້ອຜົນງານອັນດີເລີດ ແລະ ປັບປຸງແກ້ໄຂບັນຫາທີ່ຄົງຄ້າງ ແນໃສ່ເຮັດໃຫ້ວຽກງານຂົງເຂດສາທາລະນະສຸກ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ສ້າງຄວາມໜ້າເຊື່ອຖືຈາກປະຊາຊົນບັນດາເຜົ່າ, ຍົກລະດັບການບໍລິການຂອງໂຮງໝໍສູນກາງ-ທ້ອງຖິ່ນ ໃຫ້ດີຂຶ້ນ, ລວມທັງການສ້າງບຸກຄະລາກອນ ທາງການແພດ ທີ່ມີປະສົບການ ແລະ ຈັນຍາບັນສູງ ເພື່ອໃຫ້ການບໍລິການດ້ານສາທາລະນະສຸກ ຂອງປະເທດເຮົາ ທຽບເທົ່າກັບພາກພື້ນ ແລະ ສາກົນ ໃນອະນາຄົດ

ຂ່າວຈາກ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ບໍ່ແມ່ນແຂ້ວແມງ ສັງເກດດີໆກ່ອນ ກະແສສັກລາຍໃສ່ແຂ້ວກຳລັງເປັນທີ່ນິຍົມຢ່າງແຜ່ຫຼາຍໃນກຸ່ມໄວລຸ້ນຈີນ ມີໃຜຢາກລອງເຮັດບໍ່?

ໃນວັນທີ 23/09/2025, ລາຍງານຈາກສຳນັກຂ່າວໃນປະເທດຈີນ ໃຫ້ຮູ້ວ່າ ກະແສການສັກແຂ້ວ ຫຼື ກາານຕົກແຕ່ງເຄືອບແຂ້ວດ້ວຍລວດລາຍຕ່າງໆທີ່ມີຄວາມງາມ ກຳລັງເປັນກະແສນິຍົມໃນກຸ່ມໄວລຸ້ນຂອງຈີນ ຖືວ່າເປັນການສະແດງຕົວຕົນຜ່ານຮອຍສັກຢູ່ແຂ້ວ ເປັນອີກວິທີທີ່ທັນສະໄໝ ແລະ ແຕກຕ່າງຈາກຮອຍສັກເທິງຜົວໜັງ. ການແກະສະຫຼັກແຂ້ວ ຫຼື ສັກແຂ້ວ...

ສສກ ຊີ້ແຈງຄວາມເປັນມາ ແລະ ຄວາມເປັນຈິງກ່ຽວກັບໂຄງການອາຫານທ່ຽງໃນໂຮງຮຽນ

ກະຊວງສຶກສາທິການ ແລະ ກິລາ ຂໍຊີ້ແຈງອະທິບາຍ ກ່ຽວກັບຄວາມເປັນມາ ແລະ ສະພາບຄວາມເປັນຈິງ ຂອງໂຄງການອາຫານທ່ຽງໃນໂຮງຮຽນ ທີ່ໄດ້ຮັບການຈັດຕັ້ງປະຕິບັດ ຢູ່ ສປປ ລາວ ໃນໄລຍະຜ່ານມາ 20...

ຂາຍໄດ້ແທ້ບໍ່? ລູກອັນທະຂ້າງລະ 175.000ໂດລາ (ປະມານ 3,6ຕື້ກີບ) ຊື້ໄປເຮັດຫຍັງ ແລະ ຜົນທີ່ຕາມມາຖ້າບໍ່ມີມັນ

ຈາກກະແສໃນໂລກອອນລາຍກ່ຽວກັບການຂາຍລູກອັນທະ ລາຄາຂ້າງລະ 175.000 ໂດລາ ຫຼື ປະມານ 3,6 ຕື້ກີບ. ເຮັດຫຼາຍຄົນແຕກຕື່ນ ໂດຍສະເພາະທ່ານຊາຍ ແລະ ມີຄວາມສົນໃຈກ່ຽວກັບກະແສດັ່ງກ່າວ ເພື່ອຢາກຮູ້ວ່າສາມາດຂາຍໄດ້ແທ້ບໍ, ລາຄາສູງເເທ້ບໍ່...

ປະຊາຊົນຟິລິປິນອອກມາຕັ້ງກຸ່ມປະທ້ວງລັດຖະບານທີ່ສໍ້ໂກງ

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 21/09/2025 ທີ່ຜ່ານມາ ໄດ້ມີເຫດປະທ້ວງທີ່ ນະຄອນຫຼວງມະນີລາ ປະເທດຟິລິປິນ. ເຫດການດັ່ງກ່າວມີຜູ້ປະທ້ວງຫຼາຍກວ່າ 50.000 ຄົນ ແລະ 1 ໃນນັ້ນແມ່ນ Catreona...