spot_img
Homeຂ່າວການສຶກສາເສັງຈົບມັດທະຍົມປີນີ້ ສຶກສາເຄັ່ງຄັດ ຫຼີກຫົວບົດຮົ່ວຊໍ້າຮອຍ

ເສັງຈົບມັດທະຍົມປີນີ້ ສຶກສາເຄັ່ງຄັດ ຫຼີກຫົວບົດຮົ່ວຊໍ້າຮອຍ

Published on

ການ​ສອບ­ເສັງ​ຈົບ​ຊັ້ນ​ມັດ­ທະ­ຍົມສົກ­ຮຽນ​ນີ້​ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ ເນັ້ນ​ເຄັ່ງ​ຄັດ​ກ່ຽວ​ກັບ​ຫົວ​ບົດ­ສອບເສັງ​ໂດຍ​ໄດ້​ມີ​ການ​ປັບ­ປຸງ​ຂະ​ບວນ​ການບໍ­ລິ­ຫານ ແລະ ​ຮັກ­ສາ​ຫົວ​ບົດ​ສອບ­ເສັງເພື່ອ​ຫຼີກ­ເວັ້ນ​ບັນ­ຫາ​ຊ້ຳ​ຮອຍ​ຫົວ​ບົດ​ຮົ່ວປີ​ແລ້ວ ຊຶ່ງ​ປີ​ນີ້​ການ​ສອບ­ເສັງ​ຈະ​ເລີ່ມຂຶ້ນ​ກາງ​ເດືອນ​ນີ້ໂດຍ​ທົ່ວ​ປະ­ເທດ​ມີ​ນັກສອບ­ເສັງ​ທັງ​ໝົດ 94,7 ພັນ​ຄົນ ໃນ​ຊັ້ນ ມ.4 ແລະ ມ.7.

ທ່ານ ນາງ ສີ​ສຸກ ວົງ​ວິ­ຈິດ ຫົວ­ໜ້າກົມ​ມັດ­ທະ­ຍົມ​ກະ­ຊວງ​ສຶກ​ສາ​ທິ​ການ ແລະ​ກີ­ລາໃຫ້​ສຳ­ພາດ​ຕໍ່​ສື່​ມວນ​ຊົນ​ວັນ​ທີ 31 ພຶດ­ສະ­ພາ​ຜ່ານ​ມາ​ໃຫ້​ຮູ້​ວ່າ: ສຳ­ລັບການ​ສອບ­ເສັງ​ຈົບ​ຊັ້ນ​ມັດ­ທະ­ຍົມ​ຕອນຕົ້ນ ແລະ​ປາຍ​ທັງ​ພາກ​ລັດ ແລະ​ ເອ­ກະຊົນໃນ​ທົ່ວ​ປະ­ເທດ​ແມ່ນ​ໄດ້​ແນະ­ນຳ​ລະບຽບ​ການ​ສອບ­ເສັງ ແລະ​ ວິ­ທີ​ການ​ຈັດຕັ້ງ​ປະ­ຕິ­ບັດ​ການ​ສອບ­ເສັງ​ໃຫ້​ທຸກ ແຂວງ​ເພື່ອ​ເປັນ​ເອ­ກະ​ພາບ​ກັນ​ໃນ​ການຈັດ​ຕັ້ງ​ປະ­ຕິ­ບັດກະ­ກຽມ​ສະ­ຖິ­ຕິ​ນັກ​ສອບ­ເສັງ​ເຊັ່ນ: ບຸກຄະ­ລາ​ກອນ, ອາ­ຄານ​ສະ­ຖານ­ທີ່​ສູນ​ສອບເສັງ ແລະ​ກະ­ກຽມ​ຫົວ​ບົດ​ສອບ­ເສັງ​ໃຫ້​ມີຄຸນ​ນະ​ພາບ ແລະ​ກວມ​ເອົາ​ເນື້ອ​ໃນ​ສຳ ຄັນ​ຂອງ​ຫຼັກ­ສູດ.

ການ​ສອບ­ເສັງ​ສົກ­ຮຽນ 2015-2016 ນີ້ ມີ​ນັກ​ສອບ­ເສັງ​ທັງ​ໝົດ 94.774 ຄົນ, ຍິງ 44.944 ຄົນ ມີ 663 ສູນ​ສອບ­ເສັງ ແລະ 4.343 ຫ້ອງ ສອບ­ເສັງ ຖ້າ​ທຽບ­ໃສ່​ສົກ­ຮຽນ​ຜ່ານ​ມາ 2014-2015 ຈຳ­ນວນ​ນັກ​ສອບ­ເສັງ ເພີ່ມ​ຂຶ້ນ 5.551 ຄົນ ສູນ​ສອບ­ເສັງ​ເພີ່ມ ຂຶ້ນ 220 ສູນ, ຫ້ອງ​ສອບ­ເສັງ​ເພີ່ມ​ຂຶ້ນ 366 ຫ້ອງ.

ໃນ​ນັ້ນ ສຳ­ລັບ​ຊັ້ນ​ມັດ­ທະ­ຍົມ​ຕອນ​ຕົ້ນ (ມ.4) ແມ່ນ​ຈະ​ເລີ່ມ​ຂຶ້ນ​ລະ­ຫວ່າງ​ວັນ​ທີ 14-16 ມິ­ຖຸ­ນາ ເສັງ​ທັງ​ໝົດ5 ວິ­ຊາ​ພາ ສາ​ລາວ-ວັນ­ນະ­ຄະ­ດີ, ຄະ­ນິດ­ສາດ, ສຶກ ສາ​ພົນ­ລະ­ເມືອງ, ວິ­ທະ­ຍາ­ສາດ​ທຳ​ມະ ຊາດ ແລະ​ວິ­ທະ­ຍາ­ສາດ​ສັງ­ຄົມ​ໂດຍ​ມີ ນັກ­ຮຽນ​ສອບ­ເສັງ​ທັງ​ໝົດ 11.976 ຄົນ, ຍິງ 5.930 ຄົນ​ມີ​ສູນ​ສອບ­ເສັງ ມີ28 ສູນ​ສອບ­ເສັງ ແລະ600 ຫ້ອງ.

ສ່ວນ​ຊັ້ນ​ມັດ­ທະ­ຍົມ​ຕອນ​ປາຍ (ມ.7) ແມ່ນ​ຈະ​ເລີ່ມ​ສອບ­ເສັງ​ວັນ​ທີ 21-22 ມິ­ຖຸ­ນາ​ໂດຍ​ຈະ​ສອບ­ເສັງ 4 ວິ ຊາ​ວິ­ຊາ​ພາ­ສາ​ລາວ-ວັນ­ນະ­ຄະ­ດີ, ຄະ ນິດ​ສາດ, ຊີ­ວະ​ວິ­ທະ­ຍາ ແລະ​ປະ­ຫວັດ ສາດ, ຊຶ່ງ​ມີ​ນັກ​ສອບ­ເສັງ​ທັງ​ໝົດ 58.091 ຄົນ,ຍິງ26.982 ຄົນ, ມີ 271 ສູນ​ສອບ ເສັງ ແລະ2.785 ຫ້ອງ ຖ້າ​ທຽບ­ໃສ່​ປີ ຜ່ານ​ມາ​ເພີ່ມ​ຂຶ້ນ 4.347 ຄົນ ສູນ​ສອບ ເສັງ​ເພີ່ມ​ຂຶ້ນ 30 ສູນ ແລະ​ຫ້ອງ​ສອບ ເສັງ​ເພີ່ມ​ຂຶ້ນ 365 ຫ້ອງ.

ແນວ­ໃດ​ກໍ​ດີທ່ານ​ຫົວ­ໜ້າ​ກົມ​ຍັງ​ເນັ້ນໃຫ້​ຮູ້​ຕື່ມ​ອີ​ກວ່າ: ເພື່ອ​ເຮັດ​ໃຫ້­ການ​ສອບເສັງ​ຈົບ​ຊັ້ນ​ມັດ­ທະ­ຍົມ​ສຶກ​ສາ​ໃນ​ທົ່ວ​ປະ ເທດ​ມີ​ຄວາມ​ໂປ່ງ​ໃສ​ທາງ​ກະ­ຊວງ​ໄດ້​ມີມາດ​ຕະ­ການ ແລະ​ສ້າງ​ນິ​ຕະ​ກຳ​ກ່ຽວກັບ​ລະ­ບຽບ​ການ​ສອບ­ເສັງ​ພ້ອມ​ທັງ​ໄດ້ ຈັດ​ຕັ້ງ​ເຜີຍ­ແຜ່​ລະ­ບຽບ​ດັ່ງ­ກ່າວ​ໃຫ້​ທຸກ ແຂວງ ແລະ​ນະ­ຄອນ­ຫຼວງ​ມີ​ຄວາມ​ເຂົ້າ ໃຈ​ເປັນ​ເອ­ກະ​ພາບ​ໃນ​ການ­ຈັດ­ຕັ້ງ​ປະຕິ​ບັດ, ປັບ­ປຸງ​ຂະ​ບວນ​ການ​ບໍ­ລິ­ຫານ ການ​ສອບ­ເສັງ ແລະ​ຮັກ­ສາ​ຫົວ​ບົດ­ສອບເສັງ​ໂດຍ​ຄູ​ຍາມ​ປະ­ຈຳ​ຫ້ອງ ແລະ​ນັກ ຮຽນ​ແມ່ນ​ບໍ່​ໃຫ້​ໃຊ້​ໂທລະ­ສັບ​ໃນ​ເວ­ລາ ສອບ­ເສັງ ນອກ​ນີ້​ຍັງ​ຮ່ວມ​ມື​ກັບ​ກະ­ຊວງ ປກສ ແລະ​ກະ­ຊວງ​ໄປ­ສະ­ນີ​ໂທລະ​ຄົມ ແລະ​ການ​ສື່­ສານ ເພ​ື່ອ​ປຶກ­ສາ​ຫາ­ລື​ວິ­ທີ ການ​ຕ້ານ ແລະ​ສະ­ກັດ​ກັ້ນ​ປາ­ກົດ­ການ ຫຍໍ້­ທໍ້​ທີ່​ອາດ​ເກີດ​ຂຶ້ນ​ໃນ​ໄລ­ຍະ​ສອບ­ເສັງ ເພື່ອ ເປັນ​ການ​ເຄັງ​ຄັດ​ຕິດ­ຕາມ​ເຄື່ອນ ໄຫວ່​ຂອງ​ກຸ່ມ​ຄົນ​ບໍ່​ຫວັງ​ດີ​ທີ່​ປອມ​ແປງ ຫົວ​ບົດ​ສອບ­ເສັງ​ຖ້າ​ຫາກ​ຈັບ ໄດ້​ແມ່ນ ຖືກ​ປະ­ຕິ­ບັດ​ຕາມ​ລະ­ບຽບ​ກົດ­ໝາຍ​ຢ່າງເດັດ­ຂາດ.

ທີ່ມາ: logo

ບົດຄວາມຫຼ້າສຸດ

ການສຳຫຼວດ-ອອກແບບ ເສັ້ນທາງວົງແຫວນອ້ອມຮອບນະຄອນ ຫຼວງພະບາງ ແລະ ເມືອງຈອມເພັດ ພ້ອມຂົວຂ້າມນໍ້າຂອງ 1 ແຫ່ງ

ສຳຫຼວດ-ອອກແບບ ເສັ້ນທາງວົງແຫວນອ້ອມຮອບນະຄອນ ຫຼວງພະບາງ ແລະ ເມືອງຈອມເພັດ ແຫຼ່ງຂ່າວຈາກ ແຂວງຫຼວພະບາງ ໃຫ້ຮູ້ວ່າ: ພິທີເຊັນສັນຍາໃນການສຳຫຼວດ-ອອກແບບ, ຄິດໄລ່ປະເມີນມູນຄ່າໂຄງການ, ຂຽນບົດວິພາກເສດຖະກິດ-ເຕັກນິກ, ສຶກສາຜົນກະທົບສິ່ງແວດລ້ອມ-ສັງຄົມ ເສັ້ນທາງວົງແຫວນອ້ອມຮອບນະຄອນ ຫຼວງພະບາງ ແລະ...

ຝູງສິງໂຕລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ຂະນະທີ່ເພື່ອນຮ່ວມງານເປີດເຜີຍຜູ້ເສຍຊີວິດບໍ່ເຄີຍລະເມີດກົດລະບຽບມາກ່ອນ

ສະຫຼົດ! ຝູງໂຕສິງລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ທີ່ສວນສັດແຫ່ງໜຶ່ງໃນກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານ ວັນທີ 10 ກັນຍາ 2025 ຜ່ານມາ, ກ່ຽວກັບເຫດການສຸດສະຫຼົດ ເມື່ອເຈົ້າທີ່ດູແລສວນສັດ ຖືກຝູງໂຕສິງລຸມກັດກິນ ຢູ່ສວນສັດຊາຟາລີເວີດ ໃນກຸງເທບມະຫານະຄອນ...

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...

ລາວກຽມພ້ອມພັດທະນາ ແບບຈຳລອງປັນຍາປະດິດ ເພື່ອໃຫ້ AI ປະມວນຜົນພາສາລາວໄດ້ຢ່າງຖືກຕ້ອງ

ເພື່ອພັດທະນາກໍ່ສ້າງແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ສໍາລັບ ສປປ ລາວ ແລະ ກໍ່ສ້າງຖານຂໍ້ມູນພາສາລາວໃຫ້ຄົບຖ້ວນ, ຖືກຕ້ອງ, ຊັດເຈນ ແລະ ສາມາດນໍາໃຊ້ເປັນພື້ນຖານສໍາລັບ AI ແລະ ການນໍາໃຊ້ດີຈີຕອນໃນ ສປປ...