spot_img
Homeຂ່າວທ້ອງຖິ່ນລັດຖະບານ ຢືນຢັນ ຈະຮັກສາອັດຕາການລອດຕາຍ ຂອງການປູກໄມ້ໃຫ້ໄດ້ 80%

ລັດຖະບານ ຢືນຢັນ ຈະຮັກສາອັດຕາການລອດຕາຍ ຂອງການປູກໄມ້ໃຫ້ໄດ້ 80%

Published on

ລັດຖະບານ ແຫ່ງ ສປ ລາວ ຢືນຢັນ ຈະສູ້ຊົນເຮັດໃຫ້ອັດຕາການລອດຕາຍຂອງເບ້ຍໄມ້ ທີ່ປູກໄປແລ້ວໃນແຕ່ລະປີ ໃຫ້ໄດ້ 80% ຂະນະທີ່ ສົກປີ 2015-2016 ຈະປູກໄມ້ ໃຫ້ໄດ້ 24 ພັນກວ່າເຮັກຕາ ໃນຂອບເຂດທົ່ວປະເທດ ເພື່ອໃຫ້ບັນລຸຕາມແຜນຍຸດທະສາດປ່າໄມ້ ຮອດປີ 2020 ປູກໄມ້ໃຫ້ໄດ້ 5 ແສນເຮັກຕາ, ປັດຈຸບັນ ສາມາດປູກໄມ້ໄດ້ 4 ແສນກວ່າເຮັກຕາ.

ທ່ານ ສົມຫວັງ ພິມມະສອນ ຫົວໜ້າພະແນກສົ່ງເສີມປູກໄມ້ ແລະ ການລົງທຶນປ່າໄມ້ ກະຊວງກະສິກຳ ແລະ ປ່າໄມ້ ໃຫ້ສຳພາດຕໍ່ນັກຂ່າວວ່າ: ສົກປີ 2015-2016 ນີ້, ກະຊວງກະສິກຳ ແລະ ປ່າໄມ້ ກໍຄື ລັດຖະບານແຫ່ງ ສປປ ລາວ ໄດ້ກຳນົດຄາດໝາຍສູ້ຊົນ ໃນຂອບເຂດທົ່ວປະເທດ ຜະລິດເບ້ຍໄມ້ໃຫ້ໄດ້ 19 ລ້ານກວ່າເບ້ຍ, ປູກໄມ້ໃຫ້ບັນລຸ 24 ພັນກວ່າເຮັກຕາ ແລະ ຮັກສາອັດຕາການລອດຂອງເບ້ຍໄມ້ທີ່ປູກໄປ ໃຫ້ໄດ້ 80%, ຟື້ນຟູປ່າທີ່ຊຸດໂຊມ ໃນເຂດປ່າຜະລິດ ດ້ວຍການປູກໃສ່ດິນເປົ່າຫວ່າງ ຫລື ດິນປອກໂຫລ້ນ ທີ່ຈັດສັນໄວ້, ສ່ວນແຜນການຟື້ນຟູປ່າແມ່ນເລັງໃສ່ຟື້ນຟູທຳມະຊາດ ໃຫ້ຄືນສູ່ຄວາມອຸດົມສົມບູນ ແລະ ຢືນຢົງ ໂດຍມີຫລາຍພາກສ່ວນ ເຂົ້າຮ່ວມ ສະນັ້ນ, ເພື່ອເຮັດໃຫ້ບັນລຸຕາມເປົ້າໝາຍທີ່ວາງໄວ້ນັ້ນ, ແມ່ນໃຫ້ພາກສ່ວນກ່ຽວຂ້ອງທຸກຂັ້ນ ໃນຂອບເຂດທົ່ວປະເທດ ຕ້ອງເປັນເຈົ້າການໂຄສະນາເຜີຍແຜ່ບັນດານະໂຍບາຍຕ່າງໆ ແລະ ຊຸກຍູ້ສົ່ງເສີມເຕັກນິກການປູກ, ບົວລະບັດ, ປົກປັກຮັກສາ ຕົ້ນໄມ້ທີ່ປູກແລ້ວໃຫ້ເຕີບໃຫຍ່, ຮັກສາອັດຕາການລອດຕາຍຂອງເບ້ຍໄມ້, ດຳເນີນ ການປູກທົດແທນຕົ້ນໄມ້ທີ່ຕາຍ ແລະ ອື່ນໆ ທັງນີ້, ກໍເພື່ອເຮັດໃຫ້ ສປປ ລາວ ມີເນື້ອທີ່ປ່າໄມ້ປົກຫຸ້ມ 70% ໃນປີ 2020.

ໃນຫລາຍຊຸມປີຜ່ານມາ ເຫັນວ່າ ການປູກໄມ້ເປັນຂະບວນຟົດຟື້ນ ແລະ ກວ້າງຂວາງ ແຕ່ຜົນໄດ້ຮັບມີໜ້ອຍ ຍ້ອນຂາດການບົວລະບັດຮັກສາ ແລະ ບໍ່ເອົາໃຈໃສ່ເບິ່ງແຍງແຕ່ເລີ່ມປູກຈົນໃຫຍ່. ຕາມສະຖິຕິ ເນື້ອທີ່ປົກຫຸ້ມປ່າໄມ້ ຢູ່ ສປປ ລາວ ໃນຊຸມປີ 1960 ມີປະມານ 70% ແຕ່ມາຮອດ ປັດຈຸບັນເນື້ອທີ່ປ່າປົກຫຸ້ມເຫລືອພຽງ 47% 

ຂ່າວຈາກ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...