spot_img
HomeBaby-ແມ່ແລະເດັກ6 ວິທີຮັບມືບໍ່ໃຫ້ລູກເອົາແຕ່ໃຈຕົວເອງ

6 ວິທີຮັບມືບໍ່ໃຫ້ລູກເອົາແຕ່ໃຈຕົວເອງ

Published on

ເດັກນ້ອຍເກີດໃໝ່ຈົນເຖິງອາຍຸ 6 ປີ ໃນໄລຍະນີ້ລູກນ້ອຍຈະລອງຜິດລອງຖືກ ເຊິ່ງເດັກນ້ອຍຈະບໍ່ຮູ້ວ່າສິ່ງໃດຜິດສິ່ງໃດຖືກ ແລະ ພວກເຂົາຈະບໍ່ສາມາດໃຊ້ເຫດຜົນໃນການແກ້ໄຂບັນຫາ ແລະ ຈະຄອຍສັງເກດການຕອບສະໜອງຈາກຄົນອ້ອມຂ້າງທັງພໍ່ແມ່ ແລະ ຜູ້ດູແລ ຫາກພໍ່ແມບໍ່ເຄີຍຮູ້ມາກ່ອນເລີຍວ່າຊ່ວງໄລຍະນີ້ລູກກຳລັງລອງຜິດລອງຖືກຢູ່ ທ່ານຄວນຮຽນຮູ້ໄວ້ ເພື່ອຈະເປັນປະໂຫຍດໃນການລ້ຽງລູກນ້ອຍຂອງທ່ານ

  1. ທ່ານຕ້ອງທຳຄວາມເຂົ້າໃຈກ່ຽວກັບທຳມະຊາດຂອງລູກນ້ອຍໃນໄວ 6 ປີລົງມາ ຫາກພໍ່ແມ່ສອນ ຫຼື ຝຶກບໍ່ຕາມໃຈລູກທຸກຄັ້ງທີ່ເວລາລູກງໍແງຮ້ອງໄຫ້ເພື່ອຢາກໄດ້ສິ່ງຂອງ ເມື່ອລູກໃຫຍ່ຂຶ້ນມາຈະບໍ່ມີນິໄສເອົາແຕ່ໃຈ
  2. ໃຫ້ລູກຫັດຮຽນຮູ້ການຊ່ວຍເຫຼືອຕົນເອງເຊັ່ນ: ນັບແຕ່ລູກໄດ້ອາຍຸ 2ປີຂຶ້ນໄປ ພໍ່ແມ່ຄວນຝຶກໃຫ້ລູກນຸ່ງເຄື່ອງເອງ, ກິນເຂົ້າເອງ, ກີນນ້ຳເອງ ແລະ ອື່ນໆ ທີ່ບໍ່ສ່ຽງຫຼາຍ ແລະ ຄວນພາລູກໄປຫຼິ້ນກັບເພື່ອນໆ ເມື່ອລູກໄປພົບກັບໝູ່ເພື່ອນໃນໄວອາຍຸດຽວກັນລູກຈະຮຽນຮູ້ການແບ່ງປັນ ການໄດ້ຮັບ ແລະ ການໃຫ້
  3. ເລລາທີ່ລູກຮ້ອງໄຫ້ເມື່ອບໍ່ໄດ້ໃນສິ່ງທີ່ຕ້ອງການ (ປະເພດລົງໄປນັ່ງເກືອກກິ້ງຢູ່ພື້ນດິນ) ສິ່ງທຳອິດທີ່ພໍ່ແມ່ຕ້ອງເຮັດຄື: ການເຂົ້າໄປອຸ້ມລູກ, ກອດລູກໄວ້, ໂດຍບໍ່ຕ້ອງສະແດງອາການໂວຍວາຍ ຮ້າຍດ່າ, ແຕ່ຄວນກອດລູກໄວ້ເສີຍໆ ແລ້ວພາລູກອອກຈາກສິ່ງເຂົາຕ້ອງການເຊັ່ນ:​ ຮ້ານເຄື່ອງຫຼິ້ນ, ຮ້ານຂະໜົມ…
  4. ຈົ່ງຈື່ໄວ້ວ່າເຖິງແມ່ນວ່າລູກຈະນ້ອຍຈະບໍ່ເຂົ້າໃຈເຫດຜົນທີ່ທ່ານອະທິບາຍກໍ່ຕາມ ແຕ່ຖ້າພໍ່ແມ່ເຮັດແບບນີ້ໄປເລື່ອຍໆ ລູກກໍ່ຈະຊຶມຊັບການໃຊ້ເຫດຜົນ ບໍ່ແມ່ນການໃຊ້ອາລົມ
  5. ຫັດຕັ້ງຄຳຖາມກັບລູກເລື່ອຍໆ ຖາມລູກວ່າຮູ້ສຶກແນວໃດ ແລະ ລູກຄິດແນວໃດກັບສິ່ງທີ່ຕົວເອງເຮັດ ເປີດໂອກາດໃຫ້ລູກໄດ້ເວົ້າ ແລະ ຕັດສິນໃຈເອງແນ່ບາງເລື່ອງ ອາດຈະເປັນເລື່ອເລັກໆນ້ອຍໆ ເຊັ່ນ: ການເລືອກເຄື່ອງນຸ່ງເອງເປັນຕົ້ນ
  6. ເວົ້າກັບລູກເລື່ອຍໆ ເດັກນ້ອຍໃນຊ່ວງອາຍຸເທົ່ານີ້ ພໍ່ແມ່ຈະເປັນສິ່ງຍຶດໜ່ຽວຈິດໃຈ ແລະ ເປັນຂອງຫຼິ້ນທີ່ດີທີ່ສຸດຂອງລູກ ຫາກພໍ່ແມ່ເວົ້າກັບລູກເລື່ອຍໆ ຫຼິ້ນກັບລູກ ໃຫ້ຄວາມຮັກ ກອດລູກໃຫ້ຫຼາຍ ລູກຈະບໍ່ເປັນເດັກກ້າວຣ້າວ ແລະ ເອົາແຕ່ໃຈ

 

ທີ່ມາ: http://www.babytrick.com/childhood-period/how-to-protect-baby-self-willed.html

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...