spot_img
Homeຂ່າວຕ່າງປະເທດເຜີຍ​ວິທີ​ທີ່​ກອງ​ໜ້າ​ຊາວ​​ແມັກ​ຊິ​ໂກ​ເອົາ​ຕົວ​ລອດ​ຫຼັງ​ຖືກ​ລັກ​ພາ​ຕົວ

ເຜີຍ​ວິທີ​ທີ່​ກອງ​ໜ້າ​ຊາວ​​ແມັກ​ຊິ​ໂກ​ເອົາ​ຕົວ​ລອດ​ຫຼັງ​ຖືກ​ລັກ​ພາ​ຕົວ

Published on

ທາງ​ການ​ແມັກ​ຊິ​ໂກ​ເຜີຍ​ວິທີ​ທີ່ ອະລັນ ປູ​ລິ​ໂດ ກອງ​ໜ້າ​ດາວ​ຮຸ່ງ​ທີ​ມ​ໂອ​ລິ​ມ​ເປຍ​ກອສຂອງ​​ເກຣກ ​ເອົາ​ຕົວ​ລອດ ​ແລະ ​ໂທລະສັບ​ແຈ້ງ​ຕຳ​ຫຼວດ ຫຼັງ​ຈາກ​ຖືກ​ລັກ​ພາ​ຕົວ​ໃນ​ລັດ​ຕາ​ເມ​ລິ​ປັສ ຊຶ່ງ​ເປັນ​ລັດບ້ານ​ເກີດ​ທາງຕາ​ເວັນ​ອອກສຽງ​ເໝືອຂອງ​ປະ​ເທດ.

​ໄອຍະ​ການ​ໃຫ້​ສຳພາດ​ສະຖານີ​ວິທະຍຸ​ແຫ່ງ​ໜຶ່ງ​ວ່າ ປູ​ລິ​ໂດ ​ອາຍຸ 25 ປີ ຖືກ​ຄົນ​ຮ້າຍ 4 ຄົນ​ລັກ​ພາ​ຕົວ​ເມື່ອກາງຄືນ​ວັນ​ເສົາ ຂະນະ​ກັບ​ຈາກ​ງານ​ລ້ຽງ​ສັງ​ສັນ​ພ້ອມ​ແຟນສາວ ຄົນ​ຮ້າຍ​ປ່ອຍ​ຜູ້ຍິງ ​ແຕ່​ຈັບ​ອະດີດ​ນັກ​ເຕະ​ທີ​ມຊາດ​ແມັກ​ຊິ​ໂກ​ໄປ​ຂັງ​ໄວ້​ຢູ່​ບ້ານ​ຫຼັງ​ໜຶ່ງ ​ເຂົາ​ພະຍາຍາມ​ແກ້​ມັດ​ມື​ຕົວ​ເອງ​ຈົນ​ສຳ​ເລັດ ​ແລະ ສູ້​ກັບ​ຄົນ​ຮ້າຍ​ທີ່​ເຫຼືອ​ຢູ່​ຄົນ​ດຽວ ກ່ອນ​ລັກ​ເອົາໂທລະສັບ​ເຄື່ອນ​ທີ່​ຂອງ​ຄົນ​ຮ້າຍ​ໜີອອກ​ມາ​ຈາກ​ເຮືອນ​ຫຼັງ​ນັ້ນ ​ດ້ວຍ​ການ​ຊຸກ​ແວ່ນ​ປະຕູ​ເຮືອນ​ແຕກ ຂໍ້ມື​ຂວາ​ຈິ່ງ​ຖືກ​ບາດ ລະຫວ່າງ​ນັ້ນ​ໄດ້​ໂທລະສັບ​ແຈ້ງ​ຕຳຫຼວດ​ຜ່ານ​ໝາຍ​ເລກ​ສຸກ​ເສີນ 066 ຈົນ​ຕຳ​ຫຼວດ​ໄປ​ພົບ​​ເຂົາ​ທີ່​ເຮືອນ​ອີກ​ຫຼັງ​ໜຶ່ງ ​ເມື່ອ​ກາງ​​ເດິກ​ວັນ​ອາທິດ.

​ໄອ​ຍະ​ການ ກ່າວ​ວ່າ ​ເຫດການ​ທັງ​ໝົດ​ເກີດ​ຂຶ້ນ​ໄວ​ຫຼາຍ ຊ່ວງ​ທີ່​ໄດ້​ຍິນ​ສຽງ​​ແວ່ນ​ປະຕູ​ແຕກ ຕຳຫຼວດ​ຄິດ​ວ່າ​ເປັນ​ສຽງ​ປືນ ຂະນະ​ທີ່​ປູ​ລິ​ໂດ​ຄິດ​ວ່າ​ຕຳຫຼວດ​ທີ່​ບຸກ​ເຂົ້າ​ມາ​ເປັນ​ຄົນ​ຮ້າຍ​ທີ່​ເຫຼື​ອກັບ​ມາ​ແລ້ວ ຕຳຫຼວດ​ບຸກ​ເຂົ້າ​ໄປ​ໃນ​​ເຮືອນ​ນັ້ນ​ໂດຍ​​ໃຊ້​ເວລາ​ບໍ່​ເທົ່າ​ໃດ​ນາທີ ຈັບຕົວ​ຜູ້​ຕ້ອງ​ສົງ​ໄສ​ໄດ້ 1 ຄົນ ​ເປັນ​ຄົນ​ຈາກ​ລັດ​ເວຣາ​ກຣູຊ ຊຶ່ງ​ຢູ່​ຕິດ​ກັບ​ລັດ​ຕາ​ເມ​ລີ​ປັສ ​ແລະ ​ເປັນ​ສະມາຊິກ​ແກ້ງ​ທີ່​ເກີດ​ເຫດ​ໃນ​ເມືອງ​ຊິວ​ດັດ​ວິ​ໂຕ​ເຣຍ ​ເມືອງ​ເອກ​ຂອງ​ລັດ​ຕາ​ເມລິປັສ ຄົນ​ຮ້າຍ​ໄດ້​ໂທລະສັບ​ຫາ​ຄອບ​ຄົວ​ຂອງ​ປູ​ລິ​ໂດ 2 ຄັ້ງ ຮຽກ​ຄ່າ​ໄຖ່ 6 ລ້ານ​ເປ​ໂຊ ​ເຫດການ​ນີ້​ເຮັດ​ໃຫ້​ຫຼາຍ​ຄົນ​ນຶກ​ເຖິງ​ທ້າວ ຣູ​ເບ​ນ ​ໂອ​ມາ ​ໂຣມາ​ໂນ ​ຄູ​ຝຶກ​ຊາວ​ອາກຊັງ​ຕິນທີ່​ຖືກ​ລັກ​ພາ​ຕົວ​ໃນ​ນະຄອນຫຼວງ​ແມັກ​ຊິ​ໂກ ​ເມື່ອ​ປີ 2006 ຂະນະ​ທີ່​ໄປ​ຝຶກ​ສອນ​ທີ​ມບານ​ເຕະ​ທ້ອງ​ຖິ່ນ ​ເຂົ້າ​ຖືກ​ຈັບ​ໄວ້​ດົນ​ເຖິງ 65 ວັນ​ກວ່າ​ຈະ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ.

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...