spot_img
Homeຂ່າວການພັດທະນາ6 ບໍ­ລິ­ສັດ ເຊັນ​ສັນ­ຍາ​ຮ່ວມ​ທຸ­ລະ​ກິດກັບ​ວຽງ​ຈັນ​ເຊັນ​ເຕີ

6 ບໍ­ລິ­ສັດ ເຊັນ​ສັນ­ຍາ​ຮ່ວມ​ທຸ­ລະ​ກິດກັບ​ວຽງ​ຈັນ​ເຊັນ​ເຕີ

Published on

ຖື​ວ່າ​ເປັນ​ບາດ­ກ້າວ​ໃໝ່​ຂອງ​ວົງການ​ທຸ­ລະ​ກິດ​ໃນ​ນະ­ຄອນ­ຫຼວງ​ວຽງ​ຈັນ ທີ່ 6 ບໍ­ລິ­ສັດ​ຊັ້ນ​ນຳ​ໂດຍ​ມີ​ພື້ນ­ຖານ​ດ້ານເສດ­ຖະ­ກິດ ແລະ​ມີ​ຊື່​ສຽງ​ໂດ່ງ​ດັງ​ຂອງຕ່າງ­ປະ­ເທດ​ໄດ້​ຕົກ­ລົງ​ເລືອກ​ເອົາ​ສູນການ​ຄ້າ​ວຽງ​ຈັນ​ເຊັນ​ເຕີ​ເປັນ​ບ່ອນ​ດຳເນີນ​ທຸ­ລະ​ກິດ ແລະ​ໄດ້​ຮ່ວມ​ລົງ​ນາມ​ເຊັນສັນ­ຍາ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 30 ພຶດ­ສະ­ພາ 2016 ທີ່​ສູນ​ການ​ຄ້າ​ວຽງ​ຈັນເຊັນ​ເຕີ ນະ­ຄອນ­ຫຼວງ​ວຽງ​ຈັນ.

ທ່ານ ຫວູ ຊັ່ງ ຫົ່ວ ໃນ​ນາມ​ຮຸ້ນ​ສ່ວນສູນ​ການ​ຄ້າ​ວຽງ​ຈັນ​ເຊັນ​ເຕີ ​ຝ່າຍ​ລາວກ່າ​ວວ່າ: ການ​ເຊ​ັນສັນ​ຍາ​ຂອງ​ບັນ​ດາ 6 ບໍ­ລິ­ສັດ​ຊັ້ນ​ນຳ ແລະ​ມີ​ຊື່​ສຽງ​ຂອງ​ຕ່າງປະ­ເທດ​ເປັນ­ຕົ້ນ​ແມ່ນ ບໍ­ລິ­ສັດ APSTAR, ບໍ­ລິ­ສັດ China International Water & Electric Corp, ບໍ­ລິ­ສັດ AVIC INTL, ບໍ­ລິ­ສັດ ZTE, ບໍ­ລິ­ສັດ BŒhipLao Sole Co., LTD, DQ ກະ​ແລັມ ໄດ​ລີ ຄຣີນ (DQ) ຊຶ່ງເປັນ​ເຄື່ອງ­ໝາຍ​ບົ່ງ​ບອກ​ເຖິງ​ການ​ພັດທະ​ນາ ແລະ​ເປີດ​ກວ້າງ​ຂອງ​ພວກ​ເຮົາ, ທີ່​ສາ­ມາດ​ດຶງ​ດູດ​ການ​ລົງ­ທຶນ​ເຂົ້າ​ໃນການ​ພັດ​ທະ​ນາ​ໃນ​ໄລ­ຍະ​ໃໝ່, ພ້ອມກັນນັ້ນ​ກໍ​ເປັນ​ການ​ບົ່ງ​ບອກ​ເຖິງ​ຄວາມ​ເຊື່ອໝັ້ນ​ທີ່ລູກຄ້າ​ໄວ້ວາງ­ໃຈ ແລະ​ຕັດ​ສິນ​ໃຈເຂົ້າມາ​ຮ່ວມ​ລົງ­ທຶນ​ຢູ່​ທີ່​ສູນ​ການ​ຄ້າ​ວຽງຈັນ​ເຊ​ັນ​ເຕີ ແລະ​ສິ່ງ​ເຫຼ​ົ່ານັ້ ນ​ກໍເປ​ັນ​ໂສມໜ້າ​ໃໝ່​ຂອງ​ການ​ພັດ­ທະ­ນາ​ຂອງ​ນະຄອນ​ຫຼວງ​ວຽງ​ຈັນ​ກໍ​ຄື ສູນ​ການ​ຄ້າ​ວຽງຈັນ ເຊ​ັນ​ເຕີ ໂດຍ​ທາງ​ພວກ​ເຮ​ົາ​ເຊ​ື່ອວ່າ ການ​ເຊັນ​ສັນ­ຍາ​ໃນ​ຄັ້ງ​ນີ້​ແມ່ນ​ຈຸດ​ເລີ່ມຕົ້ນ​ຂອງ​ການ​ຮ່ວມ​ມື ແລະ​ພວກ​ເຮົາ​ຈະໃຊ້ຄວາມ​ພະ­ຍາ​ຍາມ​ຢ່າງ​ສູງ​ສຸດ, ພ້ອມທັງ​ໃຫ້­ການ​ສະ­ໜັບ­ສະ­ໜູນ​ຢ່າງ​ສຸດ​ກົກສຸດ​ປາຍ​ໃນ​ການ​ໃຫ້­ການ​ຊີ້​ແນະ​ຢ່າງ​ໃກ້ຊິດ​ບໍ່​ໃຫ້​ຂາດ​ຕົກ​ບົກ­ພ່ອງ, ບໍ່​ເປັນ​ການແຊກ​ແຊງ ແລະ​ຊ່ວຍ​ເຮັດ​ໃຫ້​ບໍ­ລິ­ສັດ​ຫຼຸດຜ່ອນ​ຕົ້ນ​ທຶນ ແຕ່​ປະ​ສິດ­ທິ​ຜົນ​ສູງ​ທີ່​ສຸດພ້ອມ​ທັງ​ມີ​ພົນ​ກຳ­ໄລ​ໄວ​ທີ່​ສຸດ.

ຮ່ວມ​ລົງ​ນາມ​ໃນ​ສັນ­ຍາ​ເທ​ື່ອ​ນີ້ ມີທ່ານ ຫຼີ ຊ໋ຽວ ຕົ່ງ ຜູ້­ອຳ­ນວຍ­ການ​ບໍ​ລິສັດ​ພັດ­ທະ­ນາ​ສູນ​ເສດ­ຖະ­ກິດ​ການ​ຄ້າຄົບ​ວົງ​ຈອນ​ໜອງ​ຈັນ​ຕອນ​ເໜືອ ຈຳ­ກັດ ທ່ານ ດວງ​ດີ ພັນ​ດາ​ນຸ​ວົງ ຮອງ​ຜູ້​ອຳນວຍ​ການ​ບໍ­ລິ­ສັດ APSTAR, ທ່ານ ຫວ້າງ ເມີງ​ເທ້ ບໍ­ລິ­ສັດ China International Water & Electric Corp, ທ່ານ ຈ້ານ​ຫົງ ຫຍວນ ບໍ­ລິ­ສັດ AVICINTL, ທ່ານ ລີ້​ຈຽງ ບໍ­ລິ­ສັດ ZTE, ທ່ານ Michael shafel ຈາກ​ບໍ­ລິ­ສັດ BhipLao Sole Co., LTD ແລະ​ທ່ານ Mattieu ຈາກ (DQ) ກະ​ແລັມ ໄດ​ລີຄຣີນ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...