Homeນານາສາລະ4 ວິທີເລີກດື່ມສິ່ງມຶນເມົາ ຕົວຊ່ວຍຢຸດເມົາຂອງນັກດື່ມກັບໃຈ

4 ວິທີເລີກດື່ມສິ່ງມຶນເມົາ ຕົວຊ່ວຍຢຸດເມົາຂອງນັກດື່ມກັບໃຈ

Published on

ນັກດື່ມຫຼາຍຄົນຈະງົດການດື່ມສິ່ງມຶນເມົາໃນຊ່ວງເຂົ້າພັນສາເປັນເວລາ3 ເດືອນໄດ້ ແຕ່ບາງຄົນຢາກເຮັດພັດອົດໃຈບໍ່ໄດ້ ຍອມໃຈອ່ອນທຸກຄັ້ງ ວັນນີ້ພວກເຮົາເລີຍມີວິທີເລີກດື່ມສິ່ງມຶນເມົາ ຕົວຊ່ວຍຢຸດເມົາຂອງນັກດື່ມກັບໃຈ ມາໃຫ້ລອງເຮັດເບິ່ງ ເຊິ່ງຈະມີວິທີໃດແນ່ນັ້ນເຮົາມາເບິ່ງກັນເລີຍ

1. ປັບຕົວກັບສະພາບແວດລ້ອມ

ສະພາບແວດລ້ອມອ້ອມຂ້າງຖືວ່າສຳຄັນຫຼາຍ ເພາະບາງຄົນສາມາດເລີກດື່ມເຫຼົ້າ, ເບຍໄດ້ແລ້ວ ແຕ່ກໍ່ຍັງກັບມາດື່ມອີກຄັ້ງ ເພາະມີສະພາບແວດລ້ອມກະຕຸ້ນເຮັດໃຫ້ທ່ານເກີດຢາກດື່ມອີກຄັ້ງເຊັ່ນ: ກຸ່ມເພື່ອນນັກດື່ມ, ສະຖານທີ່ອາໃສຢູ່ໃກ້ແຖວຮ້ານທີ່ມັກໄປດື່ມ, ໃຈອ່ອນກັບຂໍ້ອ້າງທີ່ໝູ່ຊວນໄປດື່ມແບບເດີມໆ ຖ້າທ່ານຍັງກັບເຂົ້າສູ່ສັງຄົມປະເພດນີ້ເໝືອນທີ່ຜ່ານມາ ທ່ານກໍ່ຈະກັບໄປສູພຶດຕິກຳການດື່ມສິ່ງມຶນເມົາຄືເກົ່າໄດ້ງ່າຍ

2. ປັບຮ່າງກາຍ

ກຸ່ມຄົນທີ່ດື່ມຈະແບ່ງອອກເປັນ 2 ກຸ່ມຄື: ຄືດື່ມເປັນປະຈຳຈົນຕິດ ແລະ ກຸ່ມທີ່ດື່ມເປັນບາງຄັ້ງຄາວ ເຊິ່ງກຸ່ມທຳອິດຕ້ອງໃຫ້ຄວາມສຳຄັນ ແລະ ຊ່ວຍເຫຼືອ ເຊິ່ງການດື່ມແອລກໍຮໍຖືເປັນການເສບຕິດປະເພດໜຶ່ງ ຫຼາຍຄົນຕິດຈົນບໍ່ສາມາດຢຸດດື່ມໄດ້ງ່າຍໆ ເມື່ອເລີກດື່ມແລ້ວຈະມີອາການຂ້າງຄຽງ ການດື່ມສິ່ງມຶນເມົາຢ່າງຕໍ່ເນື່ອງຈະສົ່ງຜົນເສຍຕໍ່ສຸຂະພາບ ຈິ່ງຕ້ອງພັກຜ່ອນໃຫ້ພຽງພໍ ກິນອາຫານໃຫ້ຄົບ 5 ໝູ່ ແລະ ອອກກຳລັງກາຍເປັນປະຈຳ

3. ຝຶກຈິດໃຈໃຫ້ເຂັ້ມແຂງ

ສູ້ດ້ວຍຕົນເອງ ຕັ້ງໃຈດີແລ້ວກໍ່ເຮັດຕໍ່ໄປ ທີ່ສຳຄັນແມ່ນກຳລັງໃຈຈາກຄອບຄົວຈະມີສ່ວນຊ່ວຍໃຫ້ນັກດື່ມມີກຳລັງໃຈ ແລະ ກ້າຕັດສິນໃຈປ່ຽນແປງຕົວເອງ ອົດດື່ມມື້ລະໜ້ອຍ, ອົດດື່ມທຸກວັນມັນກໍ່ກາຍເປັນສິນເຄີຍ ແລະ ໃນທີ່ສຸດກໍ່ຈະສຳເລັດ

4. ຫາແຮງຈູງໃຈ

ຖ້າໃຜສາມາດເລີກດື່ມແອລກໍຮໍໃນຊ່ວງເຂົ້າພັນສາ 3 ເດືອນໄດ້ໂອກາດທີ່ທ່ານຈະບໍ່ຄິດກັບໄປດື່ມກໍ່ມີສູງຫຼາຍ ເພາະຜ່ານໄລຍະ 3 ເດືອນນັ້ນທ່ານຕ້ອງຜ່ານສິ່ງລໍ້ຕາລໍ້ໃຈຕ່າງໆນາໆແຕ່ທ່ານກໍ່ຜ່ານມັນໄປໄດ້ ແລະ ແຮງຈູງໃຈຂອງທ່ານອີກຢ່າງຄືທ່ານຕ້ອງຄິດເຫັນຄວາມສຸກຂອງຄອບຄົວ, ຄວາມກ້າວໜ້າຂອງຕົວເອງ,​ ຄິດເຖິງໂຣກພະຍາດທີ່ຈະເກີດຂຶ້ນກັບຕົວເອງ ແລະ ອື່ນໆໃຫ້ຫຼາຍ

ການເລີກດື່ມສິ່ງມຶນເມົາ ນອກຈາກຈະຊ່ວຍໃຫ້ຮ່າງກາຍຂອງທ່ານແຂງແຮງແລ້ວ ຍັງຊ່ວຍທ່ານປະຫຍັດເງິນ ແລະ ຍັງຊ່ວຍຫຼຸດບັນຫາສັງຄົມໃນເລື່ອງຕ່າງໆທີ່ເກີດຂຶ້ນຍ້ອນຄວາມເມົາໄດ້ອີກດ້ວຍ

ທີ່ມາ: http://health.kapook.com/view133282.html

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...