Homeຂ່າວການສຶກສາທຶນຝຶກອົບຮົມພາສາອັງກິດດ້ານວິຊາສະເພາະໃຫ້ພະນັກງານລັດຂອງລາວ ຫຼື GOLPET

ທຶນຝຶກອົບຮົມພາສາອັງກິດດ້ານວິຊາສະເພາະໃຫ້ພະນັກງານລັດຂອງລາວ ຫຼື GOLPET

Published on

ລັດຖະບານອົດສະຕາລີພູມໃຈປະກາດເປີດຮັບຄໍາຮ້ອງສະໝັກທຶນຮອບໃໝ່ ສໍາລັບໂຄງການ GOLPET ສົກປີ 2016-17. ການຝຶກອົບຮົມພາສາອັງກິດດ້ານວິຊາສະເພາະໃຫ້ພະນັກງານລັດຂອງລາວ ຫຼື GOLPET ເຊິ່ງເປັນຫຼັກສູດໂຄງການຮຽນພາສາອັງກິດແບບເລັ່ງລັດ ໃຊ້ເວລາ 20 ອາທິດ ຮຽນເຕັມເວລາ ຢູ່ໂຮງຮຽນ Vientiane College. ໂຄງການນີ້ອອກແບບມາເພື່ອຍົກລະດັບຄວາມສາມາດດ້ານພາສາໃຫ້ພະນັກງານລັດຂອງລາວໂດຍສະເພາະ.

ຂໍ້ມູນເພີ້ມເຕີມໃນການສະໝັກສາມາດເຂົ້າເບິ່ງໄດ້ທີ່ນີ້:http://laos.embassy.gov.au/

Enquiries:

Email: infoawards@laosaustraliainstitute.org

Tel: +856 21 265721-2

ທີ່ມາ: Australia in Laos

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...