Homeສຸຂະພາບ ແລະ ສີ່ງແວດລ້ອມອາການຂອງໂຣກເຍື້ອຫຸ້ມສະໝອງອັກເສບເປັນແນວໃດ?...ຢາກຮູ້!...ຕ້ອງອ່ານ

ອາການຂອງໂຣກເຍື້ອຫຸ້ມສະໝອງອັກເສບເປັນແນວໃດ?…ຢາກຮູ້!…ຕ້ອງອ່ານ

Published on

ສຸຂະພາບວັນນີ້ເຮົາຈະມາເວົ້າກ່ຽວກັບໂຣກເຍື້ອຫຸ້ມສະໝອງອັກເສບເຊິ່ງເປັນໂຣກໃກ້ຕົວທີ່ບໍ່ຄວນເບິ່ງຂ້າມ ສຳລັບຄົນທີ່ມັກເຈັບຫົວຢູ່ຕະຫຼອດຄວນອ່ານສຶກສາໄວ້ເພື່ອເປັນໂຫນດໃນວັນຂ້າງໜ້າ.

ອາການຂອງໂຣກເຍື້ອຫຸ້ມສະໝອງອັກເສບ:​ ຈະມີອາການໄຂ້ຂຶ້ນ, ປວດຫົວຮຸນແຮງ, ຮາກຫຼາຍຄັ້ງ ແລະ ຄໍແຂງ ຜູ້ປ່ວຍຈະຈົ່ມປວດຫົວ ໂດຍສະເພາະຈະປວດໃນເວລາທີ່ມີການເຄື່ອນໄຫວຫົວ ເຊັ່ນ: ການກົ້ມຫົວ, ເຊິ່ງຈະມີອາການປວດຫົວຕິດຕໍ່ກັນຫຼາຍວັນ ກິນຢາແກ້ປວດໃສ່ກໍ່ບໍ່ຫາຍດີ ສ່ວນອາກນໄຂ້ອາດມີລັກສະນະໄຂ້ສູງຕະຫຼອດເວລາ ຫຼື ໄຂ້ເປັນໄລຍະ ຖ້າເກີດຈາກພະຍາດອາດມີໄຂ້ຕ່ຳ ຫຼື ບໍ່ມີໄຂ້ກໍ່ເປັນໄປໄດ້ ແລະ ຜູ້ປ່ວຍໂຣກນີ້ຈະມີອາການກະວົນກະວາຍ ສັບສົນ ຊຶມລົງເລື່ອຍໆ ຈົນເຖິງຂັ້ນໝົດສະຕິ ນອກຈາກນີ້ນັງອາດມີອາການຢ້ານແສງ, ເຫັນພາບຊ້ອນ, ກິນລຳບາກ, ແຂນຂາເລີ່ມເປັນອຳມະພາດ ຫຼື ຊັກຕິດຕໍ່ກັນເປັນເວລາດົນໆ

ສຳລັບເດັກນ້ອຍອາຍຸຕ່ຳກວ່າ 2 ປີ ອາການອາດມີບໍ່ຄ່ອຍຊັດເຈນ ອາດມີໄຂ້ ກະວົນກະວາຍ ຮ້ອງໄຫ້ສຽງແຫຼມ ຮາກ, ຊັກ ອາດມີອາການຄໍແຂງ (ກົ້ມຄໍບໍ່ລົງ) ບາງຄົນຫາກເປັນເຍື່ອຫຸ້ມສະໝອງອັກເສບຈາກເຊື້ອເມນິງໂກຄັອກຄັສ ອາດຈະມີຜື່ນແດງຈ້ຳຂຽວຂຶ້ນຕາມຜິວໜັງຮ່ວມກັບມີອາການໄຂ້ຂຶ້ນສູງໄດ້ ປວດຫົວຮຸນແຮງ, ຮາກ, ຫຼັງແອ່ນ, ເບື່ອອາຫານ. ເຊິ່ງບາງກໍລະນີອາດຈະຮາກລຽນຕິດກ່ອນ 2-3 ອາທິດ ຈິ່ງມີອາການປວດຫົວຮຸນແຮງ, ຮາກຮຸນແຮງ ແລະ ມີອາການຊັກຮ່ວມຢູ່ໃນ

ທີ່ມາ: http://sukkapab.com/

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...