spot_img
Homeຄວາມຮູ້ກ່ຽວກັບ AECສປປ ລາວໄດ້ແລ້ວຕົວແທນ 3 ຄົນເຂົ້າຮ່ວມການແຂ່ງຂັນຖາມ-ຕອບອາຊຽນຄັ້ງທີ VII

ສປປ ລາວໄດ້ແລ້ວຕົວແທນ 3 ຄົນເຂົ້າຮ່ວມການແຂ່ງຂັນຖາມ-ຕອບອາຊຽນຄັ້ງທີ VII

Published on

ສປປ ລາວໄດ້ແລ້ວຕົວແທນ 3 ຄົນ ແລະ ສຳຮອງ 1 ຄົນເຂົ້າຮ່ວມການແຂ່ງຂັນຖາມ-ຕອບຄວາມຮູ້ກ່ຽວກັບອາຊຽນລະດັບພາກພື້ນຄັ້ງທີ VII ( 7th Regional ASEAN Quiz ) ເຊິ່ງຈະໄດ້ຂຶ້ນໃນທ້າຍເດືອນສິງຫາ 2016 ນີ້ທີ່ນະຄອນຫລວງວຽງຈັນ ຂະນະທີ່ ຈຳນວນນັກຮຽນລາວຜູ້ທີ່ໄດ້ຮັບຄັດເລືອກຄັ້ງນີ້ຕັ້ງຄວາມຫວັງໄວ້ວ່າຈະສູ້ຊົນຍາດເອົາລາງວັນໃດໜຶ່ງເພື່ອເປັນຂອງຂວັນໃຫ້ຊາດຕົນເອງໃນນາມເປັນເຈົ້າພາບ.

ພິທີເປີດການແຂງຂັນຖາມ-ຕອບຄວາມຮູ້ກ່ຽວກັບອາຊຽນລະດັບຊາດຄັ້ງທີ VII ໄດ້ໄຂຂຶ້ນໃນວັນທີ 27 ພຶດສະພາ 2016 ທີ່ຫໍວັດທະນະທຳແຫ່ງຊາດໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສະຫວັນຄອນ ຣາຊະມົນຕີ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ ທະນະທຳ ແລະ ທ່ອງທ່ຽວ ພ້ອມດາຫົວໜ້າກົມ ແລະ ເຈົ້າໜ້າທີ່ກ່ຽວຂ້ອງເຂົ້າຮ່ວມ.
ການແຂງຂັນຖາມ-ຕອບຄວາມຮູ້ກ່ຽວກັບອາຊຽນລະດັບຊາດຄັ້ງທີ VII ມີນັກຮຽນ 30 ຄົນທົ່ວປະເທດເຂົ້າຮ່ວມ ແຕ່ຄັດເລືອກເອົາພຽງ 3 ຄົນ ແລະ ສຳຮອງ 1 ຄົນ ເຊິ່ງເປັນຕົວແທນນັກຮຽນເກັ່ງຂອງປະເທດລາວເພື່ອໄປແຂ່ງຂັນລະດັບພາກພື້ນຮ່ວມກັບອີກ 9 ປະເທດສະມາຊິກອາຊຽນໃນເດືອນສິງຫານີ້ທີ່ ສປປ ລາວຈະເປັນເຈົ້າພາບ.
ໃນໂອກາດດັ່ງກ່າວນີ້ ທ່ານ ສະຫວັນຄອນ ຣາຊະມົນຕີ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ ທະນະທຳ ແລະ ທ່ອງທ່ຽວໄດ້ກ່າວວ່າ: ການແຂ່ງຂັນດັ່ງກ່າວຖືວ່າເປັນໜຶ່ງໃນຫລາຍໆກິດຈະກຳທີ່ສຳຄັນຂອງອາຊຽນ ໂດຍມີຈຸດປະສົງເປົ້າໝາຍຫລັກແມ່ນແນ່ໃສ່ເພື່ອໂຄສະນາເຜີຍແຜ່ ແລະ ສົ່ງເສີມນ້ຳໃຈອັນດີງາມຂອງການແຂ່ງຂັນເພື່ອມິດຕະພາບ ແລະ ຄວາມສາມັກຄີລະຫວ່າງບັນດາຊາວໜຸ່ມນັກຮຽນ-ນັກສຶກສາອາຊຽນໂດຍຜ່ານການແຂ່ງຂັນຖາມ-ຕອບ ເຊິ່ງຈະເຮັດໃຫ້ຮັບຮູ້ ແລະ ເຊື່ອມຊຶມໃຫ້ນັບມື້ນັບເລິກເຊິ່ງກ່ຽວກັບຄວາມເປັນມາ ແລະ ການເຄື່ອນໄຫວພາຍໃນຄອບຄົວອາຊຽນພວກເຮົາ ລວມທັງວິວັດທະນາການທາງດ້ານປະຫວັດສາດ, ສັງຄົມ, ວັດທະນະທຳ, ການເມືອງ ແລະ ເສດຖະກິດຂອງບັນດາປະເທດພາຍໃນຂົງເຂດອາຊີຕະເວັນອອກສ່ຽງໃຕ້ຂອງພວກເຮົາ. ດັ່ງທີ່ບັນດາທ່ານຮັບຮູ້ນຳກັນວ່າປີ 2016 ນີ້ ສປປ ລາວຂອງພວກເຮົາໄດ້ຮັບກຽດເປັນປະທານໝູນວຽນອາຊຽນ ເຊິ່ງຈະຕ້ອງມີພາລະໜ້າທີ່ຈັດຫລາຍໆກອງປະຊຸມ ແລະ ກິດຈະກຳທີ່ປິ່ນອອ້ມຕ່າງໆທີ່ກ່ຽວພັນກັບທັງສາມເສົາຄ້ຳຂອງປະຊາຄົມອາຊຽນຂອງເຮົາຄື: ເສົາຄ້ຳການເມືອງ-ຄວາມໝັ້ນຄົງ, ເສົຄ້ຳເສດຖະກິດ ແລະ ເສົາຄ້ຳວັດທະນະທຳ-ສັງຄົມ.

ໃນການຮັບເປັນປະທານໝູນວຽນອາຊຽນຂອງ ສປປ ລາວນີ້, ໜຶ່ງໃນບັນດາວຽກທີ່ສຳຄັນຄືການຈັດກອງປະຊຸມສຸດຍອດບັນດາຜູ້ນຳອາຊຽນໃນເດືອນກັນຍາທີ່ຈະມາເຖິງນີ້ ລວມທັງກອງປະຊຸມຂອງສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ ເຊິ່ງແມ່ນໜຶ່ງກອງປະຊຸມລະດັບສູງທີ່ມີຄວາມໝາຍສຳຄັນຫລາຍໃນສາມເສົາຄ້ຳຂອງປະຊາຄົມອາຊຽນໂດຍລັດຖະບານເຮົາໄດ້ມອບໝາຍໃຫ້ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວເປັນຕົວແທນຕາງໜ້າໃຫ້ທັງໝົດ 14 ຂະແໜງການໃນປີກວັດທະນະທຳ-ສັງຄົມຂອງປະເທດເຮົາເປັນເຈົ້າການໃນການເປັນຈຸດປະສານງານຫລັກ ແລະ ທັງເປັນເຈົ້າການໃນການກະກຽມ ແລະ ຈັດກອງປະຊຸມຂອງສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນຄັ້ງທີ 15 ຈະຈັດຂຶ້ນເປັນຮອບທຳອິດທີ່ແຂວງຫລວງພະບາງລະຫວ່າງວັນທີ 1-5 ມິຖຸນາ 2016 ນີ້ ແລະ ອື່ນໆ.

ພາບ-ຂ່າວ: ຮັກຊາດ

ທີ່ມາ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...