Homeຂ່າວຕ່າງປະເທດເປີດເກາະຂະໜາດໃຫຍ່ກາງທະເລ ສ້າງໂດຍຝີມືມະນຸດ ແຫ່ງທຳອິດຂອງປະເທດຈີນ!

ເປີດເກາະຂະໜາດໃຫຍ່ກາງທະເລ ສ້າງໂດຍຝີມືມະນຸດ ແຫ່ງທຳອິດຂອງປະເທດຈີນ!

Published on

ສຳນັກຂ່າວຊິນຫົວຂອງຈີນ ລາຍງານໃນວັນທີ 28 ພຶດສະພາຜ່ານມານີ້ວ່າ ເມື່ອວັນສຸກທີ 27 ພຶດສະພາ 2016 ໄດ້ມີການເປີດນຳໃຊ້ ຂົວອູ່ເຊື່ອມຕໍ່ລະຫວ່າງ ເກາະຊວງອີ໋ ແລະ ແຜ່ນດິນໃຫຍ່ຂອງຈີນ ໃນເມືອງຈາງໂຈ ແຂວງຟູຈ້ຽນ ເຮັດໃຫ້ມີນັກທ່ອງທ່ຽວ ຫລັ່ງໄຫລກັນຂ້າມຂົວດັ່ງກ່າວ ເພື່ອເຂົ້າທ່ຽວຊົມເກາະຊວງອີ໋ ຊຶ່ງເປັນເກາະຂະໜາດໃຫຍ່ ທີ່ສ້າງຂຶ້ນໂດຍຝີມືຂອງມະນຸດ.

ເກາະຊວງອີ໋ ຕັ້ງຢູ່ບໍລິເວນເຂດພັດທະນາເສດຖະກິດ ແລະ ເຕັກໂນໂລຊີ ເມືອງຈາງໂຈ ແຂວງຟູຈ້ຽນ ເລີ່ມກໍ່ສ້າງໃນປີ 2010 ໂດຍມີພື້ນທີ່ທັງໝົດປະມານ 2.2 ຕາລາງກິໂລແມັດ ໃຊ້ເງິນລົງທຶນທັງໝົດ 3.5 ຕື້ຢວນ, ປັດຈຸບັນ ກຳລັງກໍ່ສ້າງສະຖານທີ່ທ່ອງທ່ຽວ, ອາຄານການຄ້າ ແລະ ສະຖານທີ່ພັກອາໄສ ສຳລັບຜູ້ປະກອບການ ທີ່ຈະເຂົ້າໄປດຳເນີນທຸລະກິດ ພາຍໃນເກາະດັ່ງກ່າວ.

559000005543502 559000005543503 559000005543504

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...