spot_img
Homeນານາສາລະເຜີຍ 7 ທັກສະທີ່ນັກສຶກສາຮຽນຈົບໃໝ່ຄວນມີ ເຮັດໄດ້ແບບນີ້ແລ້ວຈະບໍ່ຕົກງານ

ເຜີຍ 7 ທັກສະທີ່ນັກສຶກສາຮຽນຈົບໃໝ່ຄວນມີ ເຮັດໄດ້ແບບນີ້ແລ້ວຈະບໍ່ຕົກງານ

Published on

ການທີຈະຊອກວຽກເຮັດໃນຍຸກປັດຈຸບັນນີ້ແມ່ນຍາກລຳບາກຫຼາຍ ໂດຍສະເພາະແມ່ນນັກສຶກສາຈົບໃໝ່ທີ່ຍັງບໍ່ເຄີຍມີປະສົບການມາກ່ອນ ນັກສຶກສາຈົບໃໝ່ທັງຫຼາຍຕ້ອງພັດທະນາຕົນເອງໃຫ້ກາຍເປັນທີ່ຍອມຮັບຕັ້ງແຕ່ກ້າວທຳອິດຄືຕັ້ງແຕ່ເວລາຮຽນ ແລະ ຕອນລົງຝຶກງານ ເພື່ອກຽມພ້ອມເຂົ້າສູ່ສະໜາມແຂ່ງຂັນໃນການຊອກວຽກເຮັດ ວັນນີ້ພວກເຮົາເລີຍມີ  7 ທັກສະທີ່ນັກສຶກສາຮຽນຈົບໃໝ່ຄວນມີ ມາຝາກກັນ ຖ້າຫາກໃຜພັດທະນາຕົນເອງຕາມວິທີທີ່ຈະກ່າວຕໍ່ໄປນີ້ໄດ້ ຮັບຮອງເລີຍວ່າໂອກາດທີ່ທ່ານຈະໄດ້ວຽກເຮັດແມ່ນມີສູງຫຼາຍ

1. ເບິ່ງທຸກຢ່າງຄືການຮຽນຮູ້ 

ມີຄວາມກະຕືລີລົ້ນທີ່ຈະຮຽນຮູ້ສິ່ງໃໝ່ໆ ຢູ່ສະເໝີ ແລະ ນຳຄວາມຮູ້ທີ່ໄດ້ນຳມາປັບໃຊ້ໃນວຽກງານດ້ວຍຄວາມຫ້າວຫັນ ແລະ ສ້າງສັນຜົນງານໃຫ້ເຕີບໃຫຍ່ຂຶ້ນເລື່ອຍໆ

2. ເຮັດໄດ້ທຸກບົດບາດ

ສາມາດເປັນໄດ້ທັງຜູ້ນຳ, ຜູ້ຕາມ ແລະ ຜູ້ຊ່ວຍ ໃນທຸກສະພາບການ ແລະ ສາມາດຮຽນຮູ້ວຽກຢ່າງຮອບດ້ານໄດ້ຢ່າງວ່ອງໄວ ພ້ອມທີ່ຈະເຮັດວຽກທີ່ທ້າທາຍໂດຍເບິ່ງເຫັນປະໂຫຍດຂອງທີມ ແລະ ອົງກອນຫຼາຍກ່ວາປະໂຫຍດຂອງຕົນເອງ

3. ຄິດເອງໄດ້ ເຮັດເອງເປັນ

ຄວາມເຊື່ອໝັ້ນເປັນສິ່ງທີ່ຂາດບໍ່ໄດ້ໃນທັກສະຂອງພະນັກງານ ຕ້ອງສາມາດຄິດ ແລະ ເຮັດເອງໄດ້ໂດຍບໍ່ຕ້ອງຖ້າຄຳສັ່ງທຸກຢ່າງ ແລະ ຫາກພົບບັນຫາກໍ່ຕ້ອງສາມາດຮຽນຮູ້ທີ່ຈະແກ່ໄຂບັນຫາໃນເບື້ອງຕົ້ນໂດຍການຄົ້ນຄ້ວາດ້ວຍຕົວເອງ

Work_2

4. ສະແດງອອກເຖິງຄວາມຢາກສຳເລັດ 

ມີຄວາມມຸ່ງໝັ້ນ ແລະ ທະເຍີທະຍານທີ່ຈະເຮັດວຽກໃຫ້ສຳເລັດ ແລະ ໄດ້ຜົນຮັບຕາມທີ່ຕັ້ງເປົ້າໝາຍທີ່ວາງໄວ້ ສາມາດກະຕຸ້ນຕົນເອງເພື່ອຂັບເຄື່ອນໃຫ້ເກີດຜົນງານທີ່ດີອອກມາໄດ້ ແລະ ຄົ້ນຫາປັດໃຈແຫ່ງຄວາມສຳເລັດຜ່ານການຮຽນຮູ້ຈາກຄວາມລົ້ມເລວ

5. ດັດແກ້ເປັນ, ປະສົມປະສານເປັນ

ມີທັກສະໃນການໃນການດັດແກ້ຄວາມຮູ້ທີ່ໄດ້ຈາກການຮຽນມາປະສົມປະສານເຂົ້າໃນການເຮັດວຽກ ເຂົ້າໃຈເຖິງລັກສະນະຂອງວຽກ ສາມາດຕິໂຈດຄວາມຕ້ອງການຂອງອົງກອນໄດ້ ໂດຍສາມາດເຂົ້າໃຈໄດ້ວ່າປັດໃຈໜຶ່ງທີ່ສົ່ງຜົນຕໍ່ອີກປັດໃຈໜຶ່ງໄດ້ແນວໃດ ມັນຈະນຳໄປສູ່ຄວາມສາມາດໃນການແກ້ໄຂບັນຈາກພາບລວມໄດ້

6. ມືອາຊີບ

ທ່ານຕ້ອງມີຄຸນສົມບັດຂອງການເຮັດວຽກແບບມືອາຊີບ ຄື: ມີຄວາມສຳພັນທາງສັງຄົມທີ່ດີ ມີຄວາມຕົງຕໍ່ເວລາ ຮັກສາມາລະຍາດໃນການເຮັດວຽກຢູ່ສະເໝີ ແລະ ມີຄວາມອົດທົນອົດກັ້ນ ສາມາດແຍກແຍະເລື່ອງທີ່ບໍ່ກ່ຽວກັບວຽກອອກໄດ້ ມຸ່ງເນັ້ນຜົນຮັບຂອງວຽກ

7. ສື່ສານຖືກໃຈ, ຊັດເຈນ

ທ່ານຕ້ອງມີຄວາມສາມາດໃນການສື່ສານຢ່າງເປັນລະບົບ ຮູ້ຈັກລຳດັບຄວາມສຳຄັນໃນການສື່ສານເພື່ອເຮັດໃຫ້ຜູ້ຮັບສາມາດເຂົ້າໃຈທ່ານໄດ້ງ່າຍຂຶ້ນ ແລະ ສາມາດໂນ້ມນ້າວຜູ້ຮັບສານໃຫ້ຄ້ອຍຕາມເຮົາໄດ້ ແລະ ທ່ານຕ້ອງມີຄວາມສາມາດທາງດ້ານພາສາຕ່າງປະເທດອີກດ້ວຍ

ສິ່ງທີ່ກ່າວມາຂ້າງເທິງນີ້ມັນກໍ່ແມ່ນພຽງທິດສະດີໜຶ່ງທີ່ຈະຊ່ວຍເປັນແນວທາງໃນການພັດທະນາຕົວເອງໃຫ້ດີຂຶ້ນ ແຕ່ສິ່ງສຳຄັນທີ່ສຸດນັ້ນ ກໍ່ແມ່ນຕົວທ່ານເອງວ່າທີ່ເລືອກປະຕິບັດ ຫຼື ບໍ່ ແຕ່ຢ່າງໃດກໍ່ຕາມພວກເຮົາກໍ່ຂໍເປັນກຳລັງໃຈໃຫ້ນັກສຶກສາຈົບໃໝ່ ແລະ ຜູ້ທີ່ຫວ່າງງານທຸກຄົນຈົ່ງຢ່າທໍ້ແທ້ໃນການຕາມຫາຄວາມຝັນ ຈົ່ງສູ້ຕໍ່ໄປ ຫວັງວ່າຈະມີວັນໜຶ່ງທີ່ເປັນຂອງທ່ານແນ່ນອນ

ທີ່ມາ: http://money.kapook.com/

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...