spot_img
Homeຂ່າວການພັດທະນາຄະນະຜູ້ແທນລາວ ສຳເລັດການເຂົ້າຮ່ວມກອງປະຊຸມສຸດຍອດໂລກວ່າດ້ວຍມະນຸດສະທຳ

ຄະນະຜູ້ແທນລາວ ສຳເລັດການເຂົ້າຮ່ວມກອງປະຊຸມສຸດຍອດໂລກວ່າດ້ວຍມະນຸດສະທຳ

Published on

ກອງປະຊຸມສຸດຍອດໂລກວ່າດ້ວຍມະນຸດສະທຳ, ຊຶ່ງຈັດຂຶ້ນລະຫວ່າງວັນທີ 23-24 ພຶດສະ ພານີ້, ທີ່ເມືອງອິສຕັນບຸນ, ປະເທດຕວກກີ, ໂດຍຫ້ອງການຜູ້ປະສານງານດ້ານມະນຸດສະທຳຂອງອົງການ ສປຊ (UNOCHA), ຮ່ວມກັບລັດຖະບານຕວກກີ ໃນຖານະເປັນປະເທດເຈົ້າພາບ ພາຍໃຕ້ຫົວຂໍ້: “One Humanities-Shared Responsibilities”, ກອງປະຊຸມສຸດຍອດໂລກຄັ້ງນີ້ ເກີດຂຶ້ນຈາກຂໍ້ລິເລີ່ມຂອງທ່ານ ເລຂາທິການໃຫຍ່ອົງການສະຫະປະຊາຊາດ ເພື່ອໃຫ້ມີການທົບທວນຄືນກ່ຽວກັບການດຳເນີນງານດ້ານມະນຸດສະທຳ ແລະ ການຕອບສະໜອງຕໍ່ບັນຫາສິ່ງທ້າທາຍຕ່າງໆ, ໂດຍຖືເອົາແນວທາງແກ້ໄຂບັນຫາຜ່ານຫລັກການຄວາມຮັບຜິດຊອບ ເພື່ອສ້າງແຮງບັນດານໃຈ ແລະ ຄຳໝັ້ນສັນຍາທາງດ້ານທາງມະນຸດສະທຳ ແລະ ຫລັກການມະນຸດສະທຳສາກົນໃຫ້ເປັນຮູບປະທຳ ແນໃສ່ຊ່ວຍເຮັດໃຫ້ບັນດາປະເທດ ແລະ ຊຸມຊົນຕ່າງໆ ມີການ

ກະກຽມຄວາມພ້ອມໃນການຮັບມືກັບວິກິດການຕ່າງໆ ແລະ ສ້າງຄວາມເຂັ້ມແຂງໃຫ້ຕອບໂຕ້ກັບຜົນກະທົບຈາກວິກິດການຕ່າງໆທີ່ເກີດຂຶ້ນ.

ຄະນະຜູ້ແທນລາວ ນຳໂດຍທ່ານຮອງລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ມີຜູ້ແທນລະດັບປະມຸກລັດ ແລະ ຫົວໜ້າລັດຖະບານເຂົ້າຮ່ວມຫລາຍກວ່າ 55 ປະເທດ ແລະ ຜູ້ຕາງໜ້າລະດັບຮອງນາຍົກລັດຖະ ມົນຕີ, ລັດຖະມົນຕີ ແລະ ເຈົ້າໜ້າທີ່ອາວຸໂສຈາກປະເທດຕ່າງໆ ເຂົ້າຮ່ວມຫລາຍກວ່າ 150 ປະເທດ. ນອກນັ້ນ ຍັງມີຜູ້ຕາງໜ້າໜ້າຈາກອົງການ ຈັດຕັ້ງສາກົນທີ່ກ່ຽວຂ້ອງ ລວມຜູ້ເຂົ້າຮ່ວມທັງໝົດຫລາຍກວ່າ 9.000 ຄົນ, ໃນພິທີເປີດກອງປະຊຸມ ທ່ານ ບັນ ກິ-ມູນ ເລຂາທິການໃຫຍ່ອົງການສະຫະປະຊາຊາດ ໄດ້ຂຶ້ນກ່າວບົດປາໄສ ໂດຍໄດ້ຮຽກຮ້ອງໃຫ້ປະເທດຕ່າງໆຮ່ວມມືກັນຢ່າງໃກ້ສິດເພື່ອແກ້ໄຂ ແລະ ຈັດຕັ້ງປະຕິບັດວຽກງານການຊ່ວຍເຫລືອດ້ານມະນຸດສະທຳໃລຍະຍາວ ແລະ ໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສຳຄັນ ແລະ ສິ່ງທ້າທາຍໃນການແກ້ໄຂວຽກງານມະນຸດສະທຳ ໃນນັ້ນ ທ່ານໄດ້ເນັ້ນໃສ່ບາງບັນຫາຫລັກຄື: ການປົກປ້ອງ ແລະ ແກ້ໄຂຂໍ້ຂັດແຍ່ງ,ການສ້າງຄວາມເຂັ້ມແຂງໃນການປົກປ້ອງພົນລະເຮືອນ ທີ່ຢູ່ພາຍໃຕ້ການໂຈມຕີ ແລະ ດ້ານມະນຸດສະທຳອື່ນໆອີກ.

ໃນກອງປະຊຸມດັ່ງກ່າວ ຄະນະຜູ້ແທນລາວ ກໍໄດ້ຂຶ້ນກ່າວຄຳປາໄສ ທີ່ໄດ້ເນັ້ນເຖິງຄວາມໝາຍຄວາມສຳຄັນຂອງກອງປະຊຸມສຸດຍອດໂລກວ່າດ້ວຍມະນຸດສະທຳຄັ້ງນີ້ ແມ່ນມີຄວາມຈຳເປັນໃນການສ້າງສະຖຽນລະພາບ ແລະ ຄວາມສຳຄັນຂອງການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ, ສັນຍາປາຣີວ່າດ້ວຍການປ່ຽນແປງດິນຟ້າອາກາດ ແລະ ການຄຸ້ມຄອງຊັບພະຍາກອນທຳມະ ຊາດທີ່ມີປະສິດທິຜົນ, ພ້ອມທັງຮຽກຮ້ອງໃຫ້ບັນດາປະເທດຕ່າງໆພ້ອມພາກັນຮ່ວມແຮງໃຈກັນດຳ ເນີນມາດຕະການອັນເໝາະສົມຂອງຕົນເພື່ອຮັບມືກັບໄພພິບັດ ແລະ ການປ່ຽນແປງດິນຟ້າອາກາດ ອັນເປັນສາເຫດໜຶ່ງຂອງການຮັບປະກັນວຽກງານດ້ານມະນຸດສະທຳ ພາຍໃຕ້ຫລັກການຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ. ສປປ ລາວ ສະໜັບສະໜູນຢ່າງແຂງແຮງຕໍ່ກັບວາລະຂອງສາກົນ ໃນວຽກງານການປ່ຽນແປງດິນຟ້າອາກາດ ແລະ ເນັ້ນໜັກເຖິງສິ່ງທ້າທາຍທີ່ເກີດຂຶ້ນ ແລະ ສົ່ງຜົນກະທົບອັນສຳຄັນຕໍ່ກັບການພັດທະນາ, ພ້ອມທັງ ໄດ້ເຊື່ອມສານວຽກງານການຄຸ້ມຄອງໄພພິບັດ ແລະ ການປ່ຽນແປງດິນຟ້າອາກາດ ແລະ ເປົ້າໝາຍການພັດທະນາແບບຍືນຍົງ ເຂົ້າໃນແຜນພັດທະນາເສດຖະ ກິດ-ສັງຄົມຂອງຕົ້ນ ເພື່ອໃຫ້ບັນລຸເປົ້າໝາຍການພັດທະນາແບບຍືນຍົງ. ໃນລະຫວ່າງການເຂົ້າຮ່ວມກອງປະຊຸມຄັ້ງນີ້, ຄະນະຜູ້ແທນລາວ ຍັງໄດ້ເຂົ້າຮ່ວມກອງປະຊຸມບໍ່ເປັນທາງການລະດັບລັດຖະມົນຕີດ້ານໄພພິບັດຂອງອາຊຽນ ເພື່ອເປັນເອກກະພາບກັບທັດສະນະຂອງອາຊຽນຕໍ່ວຽກງານມະນຸດສະ ທຳສາກົນ ແລະ ນຳສະເໜີຕໍ່ກອງປະຊຸມສຸດຍອດໂລກວ່າດ້ວຍມະນຸດສະທຳ.

ຂ່າວຈາກ: ລາວພັດທະນາລາວ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...