spot_img
Homeຂ່າວພາຍ​ໃນວັນ​ປູກ​ໄມ້​ປີ​ນີ້ ນະຄອນຫລວງ​ວຽງ​ຈັນ ຈະສູ້​ຊົນ​ປູກ​ໄມ້ໃຫ້​ໄດ້ 300 ເຮັກຕາ

ວັນ​ປູກ​ໄມ້​ປີ​ນີ້ ນະຄອນຫລວງ​ວຽງ​ຈັນ ຈະສູ້​ຊົນ​ປູກ​ໄມ້ໃຫ້​ໄດ້ 300 ເຮັກຕາ

Published on

ຕາມ​ການ​ລາຍ​ງານ​ຂອງ​ພະ​ແນ​ກກະສິກຳ ​ແລະ ປ່າ​ໄມ້​ນະ ຄອນຫລວງ​ວຽງຈັນ​ໃຫ້​ຮູ້​ວ່າ: ວັນ​ປູກ​ຕົ້ນ​ໄມ້​ແຫ່ງ​ຊາດ (ວັນ​ທີ 1 ມີ​ຖຸນານີ້), ທີ່​ນະຄອນຫລວງ​ວຽງ​ຈັນ​ຈະ​ສູ້​ຊົນ​ປູກ​ໄມ້​ໃຫ້​ໄດ້ 300 ເຮັກຕາ ​ແລະ ​ຟື້ນ​ຟູ​ປ່າ​ໄມ້​ທຳ​ມະ​ຊາດ​ໃຫ້​ໄດ້ 4.343 ເຮັກຕາ. ເພື່ອ​ແນ​ໃສ່​ເຮັດ​ໃຫ້ການ​ຈັດ​ຕັ້ງ​ປະຕິບັດ​ຄຳ​ຂວັນ ສ ສີຂຽວ ປາກົດ​ຜົນ​ເປັນ​ຈິງ​ຫລາຍ​ຂຶ້ນ ແລະ ​ເພື່ອ​ບັນລຸ​ເປົ້າ​ໝາຍ​ດັ່ງ ກ່າວ​ທາງ​ຂະ​ແໜງ​ກ່ຽວຂ້ອງ​ໄດ້ມອບ​ຄວາມ​ຮັບຜິດຊອບ​ໃຫ້​ອຳນາດ​ການ​ປົກຄອງ​ບ້ານ ແລະ ​ປະຊາຊົນ​ຮ່ວມກັນ​ເຮັດ ​ແລະ ມາຮອດ​ປັດຈຸບັນ​ທົ່ວນະ​ຄອນ​ຫຼວງ​ວຽງ​ຈັນ ສາມາດ​ຜະລິດ​ເບ້ຍ​ໄມ້ ໄວ້​ແລ້ວ​ຫລາຍ​ກ່ວາໄດ້​ທັງ​ໝົດ 33,55 ລ້ານ ເບ້ຍ,  ເພື່ອ ສະໜອງ​ຄວາມ​ຕ້ອງການ​ປູກ​ໄມ້​ດັ່ງກ່າວ ແລະ ​ເພື່ອ​ເພີ່ມ​ອັດຕາ​ຄວາມ​ປົກ​ຫຸ້ມຂອງ​ປ່າ​ໄມ້ ຮອດ​ປີ 2020 ໃຫ້​ໄດ້ 70%.

 

​​ໃນ​ຊຸມ​ປີຜ່ານມາ, ພັກ​ ​ແລະ ລັດຖະບານ​ກໍ​ໄດ້​ເອົາ​ໃຈ​​ໃສ່​ວາງ​ນະ​ໂຍບາຍ​ສົ່ງ​ເສີມ​ການ​ປູກ​ໄມ້ ຢ່າງ​ເປັນ​ຂະ​ບວນກ້ວາງ​ຂວາງ ແລະ ຂະຫຍາຍດີ​ພໍ​ສົມຄວນ. ເພື່ອ​ເປັນ​ການ​ປົກ​ປັກ​ຮັກສາ​ສະ ພາບ​ແວດ​ລ້ອມ ​ແລະ ປູກ​​ໄມ້​ເພື່ອ​ເປັນ​ສິນຄ້າ, ຊຶ່ງ​ສະ​ແດງ​ອອກ​​ໃຫ້​ເຫັນ​ວ່າ ມາ​ຮອດ​ປັດຈຸບັນ ​ທົ່ວ​ນະຄອນຫລວງ​ວຽງຈັນ ສາ ມາດປູກ​ໄມ້​ອຸດ​ສາ​ຫະກຳ​ໄດ​້​ແລ້ວ 17.000 ກວ່າ​ເຮັກຕາ ​ແລະ ສຳລັບ​ໃນ​ປີ 2014, ຈະ​ສູ້​ຊົນປູກ ໃຫ້​ໄດ້ 300 ເຮັກຕາ. ນັບ​ທັງ​ການ​ປູກ​ເປັນ​ສວນ, ​ປູກ​ໃນ​ເຂດ​ດິນ​ຫວ່າງ ​ແລະ ປູກ​ເພື່ອ​​ໃຊ້​ສອຍ, ເປັນ​ສິນຄ້າ ​ແລະ ຮັກສາ​ສິ່ງ​ແວດ​ລ້ອມ, ຫລຸດຜ່ອນ​ບັນຫາ​ໂລກ​ຮ້ອນ ແລະ ມົນ​ລະ​ພິດ​ທາງ​ອາ ກາດ, ​ເຮັດ​ໃຫ້​ນະຄອນຫລວງ​ວຽງ​ຈັນ ເປັນ​ຕົວ​ເມືອງສີຂຽວ ສວຍ​ສົດ​ງົດ​ງາມ ​ແລະ ຄຽງ​ຄູ່​ກັນ ການ​ປູກ​ແລ້ວ​ພວກ​ເຮົາ​ຈະ​ຕ້ອງ​ໄດ້ ເພີ່ມ​ທະວີ​ໃນການ​ບົວລະບັດ​ປົກ​ປັກ​ຮັກສາ​ໄມ້ປູກ​ໃໝ່, ຟື້ນ​ຟູ​ປ່າ​ໄມ້​ທີ່​ມີ​ຢູ່​ແລ້ວ​​ໃຫ້​ຫລາຍ ແລະ ​​ໃຫ້​ປ່າ​ໄມ້​ເຫລົ່າ​ນັ້ນ​ຢືນ​ຢົງ​ຕະ ຫລອດ​ໄປ ​ແລະ ນີ້​ກໍ​ແມ່ນ​ໜ້າ​ທີ່ ​ແລະ ພັນທະ​ຂອງ​ໝົດ​ທຸກ​ຄົນ​ດັ່ງ​ຄຳ​ຂັວນທີ່​ວ່າ: “ຂາດ​ປ່າ- ຂາດ​ນ້ຳ-ຂາດ​ຊີວິດ”, ສະ​ເພາະ​ວັນ​ປູກ​ຕົ້ນ​ໄມ້​ແຫ່ງ​ຊາດ​ນີ້ ນະ ຄອນຫລວງ​ວຽງ​ຈັນ ຈະ​ຈັດ​ຂື້ນ​ໃນ​ວັນ​ທີ 30 ພຶດສະພາ​ນີ້, ​ໂດຍ​ຮ່ວມ​ກັບກະຊວງ​ຊັບພະ ຍາກອນ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ ລົງສົມທົບ​ກັບ ຫ້ອງການ​ກະສິ ກຳ ​​ແລ​ະ ປ່າ​ໄມ້​ເມືອງ​ສັງ​ທອງ ເພື່ອ​ຈັດ​ຕັ້ງ​ການ​ປູກ​ໄມ້ ​ຢູ່ເຂດ​ຊາຍ​​ແດນລະຫວ່າງ​ເມືອງ​ສັງ​ທອງ​ ແລະ ເມືອງ​ສີ​ໂຄດ​ຕະບອງ​.

ທີ່ມາ http://laophatthananews.blogspot.com/2014/05/300.html

ບົດຄວາມຫຼ້າສຸດ

ໂຣກລິດຊີດວງຖາມຫາ! ເຂົ້າຫ້ອງນໍ້າພ້ອມຫຼິ້ນໂທລະສັບໄປນໍາ ສ່ຽງເປັນໂຣກລິດສີດວງ

ພຶດຕິກຳໃນແຕ່ລະມື້ຶອາດສົ່ງຜົນໃຫ້ເກີດໂຣກຕ່າງໆໄດ້.ເຊິ່ງຫຼາຍຄົນໃນຍຸກປັດຈຸບັນກຳລັງເຮັດຢູ່ຄື ການເຂົ້າຫ້ອງນໍ້າ, ນັ່ງຢູ່ຊັກໂຄກເປັນເວລາດົນ ພ້ອມກັບກັບຫຼິ້ນໂທລະສັບໄປນຳ ໂດຍບໍ່ຄຳນຶກເຖິງຄວາມສ່ຽງທີ່ຈະຕາມມາ. ສໍາລັບໂຣກລິດສີດວງທະວານໜັກ ເກີດຈາກເສັ້ນເລືອດດຳທະວານໜັກ ຫຼື ສ່ວນປາຍສຸດຂອງລໍາໄສ້ໃຫ່ຍເກີດອາການບວມ ຫຼື ຂະຫຍາຍໂຕໃຫ່ຍຂຶ້ນ ມີອາການນູນເປັນຕິ່ງອອກມາຈາກຮູທະວານ ເຮັດໃຫ້ມີອາການເຈັບ ແລະ ຂັບຖ່າຍເປັນເລືອດປະປົນອອກມາ. ນັກວິໄຈພົບວ່າການຫຼິ້ນໂທລະສັບໃນຫ້ອງນໍ້າເປັນປະຈໍາມີຄວາມສ່ຽງເປັນໂຣກລິດສີດວງທະວານ...

ກຳປູເຈຍ ເປີດນຳໃຊ້ສະໜາມບິນສາກົນເຕໂຊ ຢ່າງເປັນທາງການແລ້ວ

ເປີດນຳໃຊ້ຢ່າງເປັນທາງການແລ້ວ ສະໜາມບິນສາກົນເຕໂຊ ຂອງປະເທດກຳປູເຈຍ ມູນຄ່າ 1.5 ພັນລ້ານໂດລາ ພ້ອມກ້າວໜ້າສູ່ການເປັນສູນກາງການບິນ ແລະ ໂລຈິດຕິກແຫ່ງໃໝ່ຂອງໂລກ. ສຳນັກຂ່າວຕ່າງປະເທດລາຍາງນໃນວັນທີ 9 ກັນຍາ 2025 ນີ້, ກຳປູເຈຍໄດ້ມີການເປີດນຳໃຊ້ສະໜາມບິນສາກົນເຕໂຊ...

ໝໍຫວຽດນາມຟິວຂາດ ກໍລະນີໝໍມີການທຳຮ້າຍຮ່າງກາຍ ແລະ ຊັບສິນຄົນເຈັບໃນຄລີນິກແຂ້ວ

ເຊິ່ງກຳລັງເປັນກະແສຮ້ອນແຮງໃນຫວຽດນາມ ແລະ ຖືກແຊສອອກໄປເປັນວົງກ້ວາງ ກໍລະນີວີດີໂອໝໍແຂ້ວ (ທັນຕະເເພດ) ໄດ້ທຳຮ້າຍຮ່າງກາຍຄົນເຈັບ. ອີງຕາມການລາຍງານຈາກສຳນັກຂ່າວຈາກປະເທດຫວຽດນາມລາຍງານໃຫ້ຮູ້ວ່າ ໃນວັນທີ 03/09/2025 ທີ່ຜ່ານມາ, ເກີດເຫດການ ທ່ານໝໍທຳຮ້າຍຮ່າງກາາຍຄົນເຈັບ ຢູ່ຄີນິກປົວແຂ້ວແຫ່ງໜຶ່ງໃນປະເທດຫວຽດນາມ ໂດຍມີສາເຫດຄື: ຄົນເຈັບແມ່ນໃຊ້ບໍລິການຢູ່ຄລິນິກດັ່ງກ່າວ,...

ຂໍສະແດງຄວາມຍ້ອງຍໍ-ຊົມເຊີຍຕໍ່ທ່ານທູດ ມໍລະກົດ ສີສະຫວັດ ທີ່ໄດ້ສໍາເລັດໜ້າທີ່ການທູດ ຢູ່ ສປປ ລາວ

ລັດຖະບານແຫ່ງ ສປປ ລາວ ມອບຫລຽນກາມິດຕະພາບໃຫ້ແກ່ ທ່ານ ນາງ ມໍລະກົດ ສີສະຫວັດ ເອກອັກຄະຣາຊະທູດແຫ່ງ ຣາຊະອານາຈັກໄທ ໃນຕອນບ່າຍວັນທີ 8 ກັນຍາ 2025 ຢູ່ກະຊວງການຕ່າງປະເທດ,...