Home​ຂ່າວທ່ອງທ່ຽວໝູ່ບ້ານຊົນເຜົ່າ ແຂວງ ຈຳປາສັກ

ໝູ່ບ້ານຊົນເຜົ່າ ແຂວງ ຈຳປາສັກ

Published on

ທ່ອງທ່ຽວກັບລາວໂພສຕ໌ວັນນີ້ ເຮົາຈະພາທຸກທ່ານມາທ່ຽວທີ່ແຂວງຈຳປາສັກ ເຊິ່ງສະຖານທີ່ທີ່ເຮົາຈະໄປທ່ຽວວັນນີ້ແມ່ນ ໝູບ້ານຊົນເຜົ່າ ແຂວງ ຈຳປາສັກ

85.1

ການເດີນທາງ: ອອກຈາກຕົວເມືອງ ປາກເຊ ປະມານ 40 ກິໂລແມັດ ຂັບລົດໄປຕາມເສັ້ນທາງເລກ 13 ຈະຜ່ານທາງແຍຫໄປຄອນພະເພັງຈຸດຫຼັກ ກມ.ທີ 8 (ບໍ່ຕ້ອງລ້ຽວ) ຂັບໄປສື່ໆຕາມຫຼັກ ກມ.ທີ 21 ໃຫ້ລ້ຽວຊ້າຍມືໄປອີກ 3 ກມ. ກໍ່ຈະເຖິງບໍລິເວນອຸກທະຍານບາຈຽງ ນ້ຳຕົກຕາດຜາສ້ວມ

ສະຖານທີ່ທ່ຽວແຫ່ງນີ້ກິດຈະການແມ່ນເປັນຂອງທ່ານ ວິມົນ ກິດບຳລຸງ (ຄົນໄທ) ທີ່ແຕ່ງງານກັບສາວລາວ ແລະ ໄດ້ມີຄວາມຫຼົງໄຫຼໃນມົນສະເໜ່ຂອງເມືອງລາວໂດຍສະເພາະແມ່ນສະຖານທີ່ນີ້ ລາວເລີຍມີການສ້າງສະຖານທີ່ແຫ່ງນີ້ຂຶ້ນມາໃຫ້ກາຍເປັນບ່ອນທ່ອງທ່ຽວທີ່ສວຍງາມແລະສຳຄັນຂອງແຂວງຈຳປາສັກ ແລະ ຍັງລວບລວມຊົນເຜົ່າຕ່າງໆເຂົ້າມາໄວ້ເຖິງທີ່ນີ້ເຖິງ 8 ຊົນເຜົ່າ

1353770392 1354 1355.1

ໝູ່ບ້ານຊົນເຜົ່າເປັນສ່ວນໜຶ່ງຂອງອຸດທະຍານບາຈຽງ ເຊິ່ງຢູ່ບໍ່ໄກຈາກນ້ຳຕົກຜາສ້ວມ ແລະ ນ້ຳຕົກແກ່ງສົ້ມແມວ ພາຍໃນໂຄງການໄດ້ຮວບຮວມໝູ່ບ້ານບູຮານຫຼາຍຊົນເຜົ່າທີ່ມີເອກະລັກເຫຼືອຢູ່ເຊັ່ນ: ເຮືອນເຜົ່າກະລ່ຽງ, ເຮືອນເຜົ່າອາລັກ, ເຮືອນເຜົ່າ ກະຕູ, ເຮືອນເຜົ່າລະແວ, ເຮືອນເຜົ່າຕະໂອ່ຍ, ເຮືອນເຜົ່າຍະເຫີນ, ເຮືອນເຜົ່າແງະ, ພ້ອມທັງຈັກພິພິດທະພັນຊົນເຜົ່າໄວ້ອີກດ້ວຍ ບ້ານພັກຂອງໂຄງການຖືກດັດແປງ ຈາກບ້ານຕົ້ນແບບຂອງຊົນເຜົ່າ ໄວ້ຕ້ອນຮັບນັກທ່ອງທ່ຽວ

ໜ້າທາງເຂົ້າອຸດທະຍານຊົນເຜົ່າທ່ານຈະເຫັນ

146.2

146.1

146.3

ຕາມທາງຍ່າງເຂົ້າໄປຮົ່ມເຢັນສວຍງາມ ທັງສອງຝາກທາງປະດັບດ້ວຍກົກໜໍ່ສາງໄພ ແລະ ຕົ້ນດອກໄມ້

145.4

ເຮືອນຊົນເຜົ່າຫຼັງທຳອິດທີ່ເຮົາຈະພາໄປເບິ່ງແມ່ນເຮືອນຊົນເຜົ່າ ກະລຽງ ຫຼັງຄາຈະເປັນຮູບໂຄ້ງມົນ ຊົນເຜົ່ານີ້ມີການຕ່ຳຜ້າພື້ນເມືອງເປັນຫຼັກ

ເຮືອນຊົນເຜົ່າ ອາລັກ ຈະສູງຂຶ້ນເລັກໜ້ອຍມີຂັນໄດຂຶ້ນເຮືອນ ຫຼັງຄາມີລັກສະນະຄ້າຍກາແລ ຕົ້ນເສົາໜ້າເຮືອນມີການແກະສະຫັກ ແລະ ມີການຕ່ຳຜ້າເຊັ່ນດຽວກັນ

ເຮືອນເຜົ່າກະຕູ ແມ່ນຈະທະນັດໃນການຫຼິ້ນດົນຕີ ແລະ ຮັດຂອງຫຼິ້ນຈາກໄມ້ ນົກທີ່ເອົາມາຕັ້ງໄວ້ເທິງດັງ ຜູ້ຊາຍຊົນເຜົ່ານີ້ສາມາດມີເມຍໄດ້ຫຼາຍຄົນ ແຕ່ຈະມີໄດ້ນັ້ນຕ້ອງແມ່ນເມຍຫຼວງໄປສູ່ຂໍໃຫ້ເທົ່ານັ້ນ

ເຮືອນຊົນເຜົ່າລະແວ ເປັນເຮືອນຍົກພື້ນສູງ ຈະມີການເຈາະປ່ອງໄວ້ຕາມຝາເຮືອນຂະໜາດພໍມືລອດໄດ້ ຈະເຈາະໄວ້ຢູ່ບໍລິເວນເຮືອນລູກສາວ ຊ່ອງນີ້ມີໄວ້ໃຫ້ຊາຍໜຸ່ມຈົກມີຫາຍິງສາວ ເປັນປະເພນີ ກິ້ງຄົກຈົກສາວ

123.1

ເຮືອນເສົາດຽວຂອງເຜົ່າລະແວ ເຮືອນນີ້ເຂົາບອກໄວ້ວ່າມີໄວ້ສຳລັບເປັນຫໍເຝົ້າລະວັງ ຫຼື ໄວ້ສຳລັບຕ້ອນຮັບແຂກ ແລະ ໄວ້ສຳລັບໜຸ່ມສາວເຜົ່າລະແວທຳຄວາມຮູ້ຈັກຄຸ້ນເຄີຍກັນປະມານ 2-3 ວັນ ໂດຍຕ້ອງບໍ່ລ່ວງເກີນກັນ ຖ້າຈະຕົກລົງປົງໃຈແຕ່ງານກັຍຕ້ອງຢູ່ເຮືອນຫຼັງນີ້ດ້ວຍກັນສາມວັນສາມຄືນກ່ອນແຕ່ງງານ

8.22

ເຜົ່າຕະໂອຍ ຊົນເຜົ່ານີ້ພາສາທີ່ໃຊ້ຈະບໍ່ມີວັນນະຍຸດ ແລະ ລັກສະນະນ້ຳສຽງເປັນພາສາໃນຕະກູນເຜົ່າກະຕູ ທີ່ມີການປ່ຽນແປງຈາກພາສາກະຕູບູຮານຫຼາຍກ່ວາພາສາອື່ນໆ ພະຍັນຊະນະຕົ້ນມີທັງໝົດ 19 ສຽງ

exita4428

ເຮືອນເຜົ່າຍຍະເຫີນ (ຕອນນີ້ຍັງບໍ່ມີຂໍ້ມູນ)

ເຮືອນເຜົ່າແງະ (ຕອນນີ້ຍັງບໍ່ມີຂໍ້ມູນ)

896.1

ການສະແດງສີລະປະຂອງຊົນເຜົ່າ

85.2

ການທ່ອງທ່ຽວຍັງອີກຍາວໄກ ແລະ ໂອກາດໜ້າເຮົາຈະໄປທ່ຽວສະຖານທີ່ໃດນັ້ນຕ້ອງຕິດຕາມຕອນຕໍ່ໄປ

ທີ່ມາຂໍ້ມູນ: http://www.annaontour.com/

 

 

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...