spot_img
HomeຊີວິດແລະຄວາມຮັກWedding-Sex-love“ການຊ່ວຍຕົວເອງ” ໃນການປົດປ່ອຍ ມີຜົນດີແນວໃດ! ຢາກຮູ້ຕ້ອງອ່ານ

“ການຊ່ວຍຕົວເອງ” ໃນການປົດປ່ອຍ ມີຜົນດີແນວໃດ! ຢາກຮູ້ຕ້ອງອ່ານ

Published on

ຄວາມຮັກ ກັບ ເຊັກສ໌ ວັນນີ້ເຮົາຈະມານຳສະເໜີກ່ຽວກັບຫົວຂໍ້ “ການຊ່ວຍຕົວເອງ”  ໃນສັງຄົມບ້ານເຮົານັ້ນອາດຈະຟັງແລ້ວຂັດຫູແນ่ຈັກໜ່ອຍ ແຕ່ເຊື່ອວ່າເລື່ອງແບບນີ້ເປັນເລື່ອງທຳມະຊາດ ແລະ ຄົນທີ່ຊ່ວຍຕົວເອງນັ້ນບໍ່ໄດ້ມີຄວາມຜິດແຕ່ຢ່າງໃດເລີຍ ແລະ “ການຊ່ວຍຕົວເອງ” ໃນການປົດປ່ອຍນັ້ນ ມີຜົນດີແນວໃດມາອ່ານກັນເລີຍ

1. ດີຕໍ່ສຸຂະພາບ

ນອກຈາກຄວາມຟີນທີ່ສຸດຍອດແລ້ວ ຮູ້ບໍ່ວ່າການຊ່ວຍຕົວເອງນັ້ນ ຈະຊ່ວຍເຮັດໃຫ້ຜິວພັນດີຂຶ້ນ ໂດຍສະເພາະແມ່ຍິງແລ້ວມັນຈະຊ່ວຍຫລຸດການປວດປະຈຳເດືອນໄດ້ອີກດ້ວຍ

2. ຫລຸດຜ່ອນຄວາມຄຽດ

ບໍ່ວ່າທ່ານຈະຮູ້ສຶກຽດກັບສິ່ງໃດຫຼາຍພຽງໃດກໍ່ຕາມການຊ່ວຍຕົວເອງຈະເຮັດໃຫ້ທ່ານຫລຸດຜ່ອນຄວາມຄຶງຄຽດໄດ້ ຮໍໂມນແຫ່ງຄວາມສຸກ endorphins ຈະຖືກປົດປ່ອຍອອກມາມັນຈະເຮັດໃຫ້ທ່ານຜ່ອຍຄາຍໄດ້ດີ

3. ເຮັດໃຫ້ທ່ານເຂົ້າໃຈຮ່າງກາຍຫຼາຍຂຶ້ນ

ເມື່ອເວລາທີ່ທ່ານກຳລັງຊ່ວຍຕົວເອງທ່ານຈະຮູ້ວ່າຈຸດໃດທີ່ເຮັດໃຫ້ທ່ານຮູ້ສຶກສຽວຊາບຊ້ານໄດ້ອີກ

4. ເຮັດໃຫ້ເຂົ້າໃຈຣົດນິຍົມ

ບໍ່ພຽງແຕ່ຮູ້ຈຸດທີ່ຕົນເອງສຽວເທົ່ານັ້ນ ແຕ່ທ່ານຍັງຈະຮູ້ຈັງຫວະການເຄື່ອນໄຫວແຮງຄ່ອຍ ຫຼື ຄວາມອ່ອນໂຍນຊ້ຳໃດທີ່ທ່ານມັກ

5. ດີຕໍ່ກ້າມເນື້ອ

ເມື່ອເຮັດການຊ່ວຍຕົວເອງແລ້ວ ມັນຈະເຮັດໃຫ້ກ້າມເນື້ອສ່ວນນັ້ນແຂງແຮງຂຶ້ນ ແລະ ຄວບຄຸມມັນໄດ້ຫຼາຍຂຶ້ນ

6. ປົດປ່ອຍ

ທ່ານຈະຮູ້ສຶກປົດປ່ອຍ ອິດສະຫຼະ ໂດຍບໍ່ຕ້ອງມີໃຜມາຮ່ວມເພດນຳກໍ່ໄດ້

7. ເພີ່ມຂີດຄວາມສາມາດໃນການຮັບຮູ້

ເມື່ອທ່ານມີຄວາມສຸກກັບຕົວເອງ ທ່ານຈະຮູ້ສຶກດີ ແລະ ຮັກຕົວເອງຫຼາຍຂຶ້ນ

ເລື່ອງແບບນີ້ມັນເປັນເລື່ອງທຳມະຊາດ ເມື່ອມີຄວາມຕ້ອງການກໍ່ຕ້ອງມີການປົດປ່ອຍ ການຊ່ວຍຕົວເອງມັນບໍ່ແມ່ນເລື່ອງຜິດ ແຕ່ຖ້າຢາກປົດປ່ອຍແລ້ວເຮັດໃຫ້ຄົນອື່ນເດືອດຮ້ອນ ໂດຍສະເພາະບໍ່ແມ່ນກັບຄົນຮັກຂອງຕົນເອງ ຫຼື ກັບຄົນທີ່ເຕັມໃຈຊ່ວຍປົດປ່ອຍຮ່ວມກັບຕົນເອງນັ້ນ ເຊັ່ນ: ການໄປຂົ່ມຂືນຄົນອື່ນ ເປັນຕົ້ນ ນັ້ນເປັນເລື່ອງທີ່ຜິດ.

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...