spot_img
Homeຂ່າວການສຶກສາກະຊວງສຶກສາທິການ ແລະ ກີລາ ພ້ອມຄູ່ຮ່ວມ ໄຂກອງປະຊຸມຫາລືໜ່ວຍງານວິຊາການຂະແໜງການສຶກສາ

ກະຊວງສຶກສາທິການ ແລະ ກີລາ ພ້ອມຄູ່ຮ່ວມ ໄຂກອງປະຊຸມຫາລືໜ່ວຍງານວິຊາການຂະແໜງການສຶກສາ

Published on

ກະຊວງສຶກສາທິການ ແລະ ກີລາ ອົງການຈັດຕັ້ງສາກົນ ຄູ່ຮ່ວມພັດທະນາ ແລະ ຂະແໜງການທີ່ກ່ຽວຂ້ອງ ໄດ້ຮ່ວມເວທີສົນທະນາປຶກສາຫາລືໃນກອງປະຊຸມລະດັບວິຊາການ ຂອງໜ່ວຍງານຂະແໜງການສຶກສາຂຶ້ນໃນຕອນເຊົ້າວັນທີ 27 ພຶດສະພາ 2016 ທີ່ໂຮງແຮມລ້ານຊ້າງ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ລີຕູ້ ບົວປ່າວ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ທ່ານນາງ ເຄເມັນຊີ ໂອລິແພນ ເລຂາເອກ ຮັບຜິດຊອບວຽກງານການສຶກສາ ຈາກສະຖານທູດອົດສະຕຣາລີ ປະຈໍາ ສປປ.ລາວ ທ່ານ ໄບຣອັນ ຟຣໍນາຣີ ຫົວໜ້າດ້ານການຮ່ວມມືຈາກສະຫະພາບເອີຣົບ ປະຈໍາ ສປປ.ລາວ ມີຜູ້ຕາງໜ້າອົງການຈັດຕັ້ງສາກົນ ອົງການຈັດຕັ້ງທາງສັງຄົມ ກະຊວງ ສູນ ສະຖາບັນການສຶກສາ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ໄດ້ກ່າວໃນທີ່ປະຊຸມວ່າ ໃນໄລຍະທີ່ຜ່ານມາ ລັດຖະບານອົດສະຕຣາລີ ສະຫະພາບເອີຣົບ ແລະ ບັນດາຄູ່ຮ່ວມພັດທະນາຕ່າງໆ ໄດ້ເຮັດວຽກຮ່ວມ ແລະ ໃຫ້ການສະໜັບສະໜູນຕໍ່ຂະແໜງການສຶກສາ-ກີລາ ຂອງກະຊວງສຶກສາທິການ ແລະ ກີລາ ໃນຫຼາຍດ້ານເຊັ່ນ ໃຫ້ທຶນສະໜັບສະໜູນທາງດ້ານຊ່ຽວຊານ ເພື່ອສ້າງຄວາມອາດສາມາດໃຫ້ແກ່ວຽກງານການຕິດຕາມປະເມີນຜົນ ແລະ ວຽກງານແຜນການ-ການເງິນ ໃຫ້ທຶນຮ່ວມເຮັດວຽກກັບພາກສ່ວນກ່ຽວຂ້ອງເພື່ອພັດທະນາວຽກງານໃນຂະແໜງການສຶກສາໃນການຈັດຕັ້ງປະຕິບັດຫຼາຍໂຄງການ ໂດຍສະເພາະແມ່ນສຸມໃສ່ພັດທະນາວຽກງານການສຶກສາຂັ້ນພື້ນຖານ ຫຼັງການສຶກສາຂັ້ນພື້ນຖານ ແລະ ວຽກງານອື່ນໆທີ່ປິ່ນອ້ອມ ເຊິ່ງສາມາດເວົ້າໄດ້ວ່າ ເປັນໂຄງການໂຕແບບທີ່ດີໃຫ້ແກ່ການພັດທະນາຂະແໜງການສຶກສາ ແລະ ສາມາດບັນລຸຜົນສໍາເລັດໃນການແກ້ໄຂຄວາມແຕກໂຕນດ້ານການເຂົ້າເຖິງການສຶກສາຂັ້ນພື້ນຖານ ໂດຍສະເພາະໃນບັນດາເມືອງທີ່ຢູ່ເຂດຊົນນະບົດ ຫ່າງໄກສອກຫຼີກ ແລະ ໂຕເມືອງກໍມີການພັດທະນາ ສາມາດຫຽັບເຂົ້າຫາກັນເທື່ອລະກ້າວ ເຊິ່ງເປັນການຊ່ອຍເຫຼືອທີ່ີມີປະໂຫຽດໃຫຽ່ຫຼວງ ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາຂະແໜງການສຶກສາ ແລະ ກີລາ ຄັ້ງທີ VIII (2016-2020) ເພື່ອໃຫ້ບັນລຸຕາມແຜນການທີ່ວາງໄວ້.

          ກອງປະຊຸມລະດັບວິຊາການຂອງໜ່ວຍງານວິຊາການຂະແໜງການສຶກສາ (ESWG Meeting-Technical Level) ໃນຄັ້ງນີ້ ເປັນກອງປະຊຸມທີ່ມີຄວາມໝາຍຄວາມສໍາຄັນຫຼາຍ ເນື່ອງຈາກຈະໄດ້ຮັບຟັງການລາຍ ງານ ແລະ ຮັບຮອງເອົາບັນດາເນື້ອໃນເອກະສານສໍາຄັນຕ່າງໆ ປະກອບມີ 4 ເອກະສານເຊັ່ນ (1) ຂໍ້ຕົກລົງຮ່ວມກັນໃນບົດບັນທຶກຄວາມເຂົ້າໃຈຂອງການທົບທວນ ແລະ ຕິດຕາມປະເມີນຜົນ ລະຫວ່າງ ກະຊວງສຶກສາທິການ ແລະ ກີລາ ກັບບັນດາຄູ່ຮ່ວມພັດທະນາ ກໍຄືອົງການຕຈັດຕັ້ງສາກົນ ໃນການຈັດຕັ້ງປະຕິບັດວຽກງານການສຶກສາ ປະຈໍາປີ 2015 (2) ຜົນສໍາເລັດຂອງການຈັດຕັ້ງຜັນຂະຫຽາຍຜົນໄດ້ຮັບຂອງກອງປະຊຸມໂຕະມົນລະດັບສູງ ຄັ້ງທີ 12 ເຂົ້າໃນແຜນການຈັດຕັ້ງປະຕິບັດວຽກງານທີ່ກ່ຽວຂ້ອງໃນຂະແໜງການສຶກສາ ແລະ ກີລາ ໃຫ້ປາກົດຜົນເປັນຈິງ (3) ຜົນຂອງການປະເມີນກ່ຽວກັບແຜນພັດທະນາຂະແໜງການສຶກສາ-ກີລາ ແລະ (4) ໜ້າທີ່ ພາລະບົດບາດ ຂອງກອງປະຊຸມປະສານງານຂັ້ນແຂວງ ແລະ ວຽກງານອື່ນໆ ເຊິ່ງເນື້ອໃນຫຼັກທີ່ນໍາສະເໜີ ຄົ້ນຄວ້າ ປຶກສາຫາລື ແລະ ຮັບຮອງຢູ່ວາລະການດໍາເນີນກອງປະຊຸມໃນຄັ້ງນີ້ ແມ່ນຕິດພັນກັບພາລະບົດບາດ ສິດ ແລະ ໜ້າທີ່ຄວາມຮັບຜິດ ຊອບໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ແລະ ນໍາໃຊ້ທຶນການຊ່ອຍເຫຼືອເຂົ້າໃນການຈັດຕັ້ງປະຕິບັດວຽກງານຂະແໜງການສຶກສາໃຫ້ມີປະສິດທິພາບ ປະສິດທິຜົນ ແລະ ມີຄວາມຍືນຍົງ.

ຂ່າວ/ພາບ: ເທບພະວົງ

ບົດຄວາມຫຼ້າສຸດ

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...