ຈະຍືດເວລານຳໃຊ້ແບັດເຕີຣີຂອງໂນດບຸກ Windows 7 ໃຫ້ດົນທີ່ສຸດໄດ້ຈັ່ງໃດ?

ມີລາຍງານຂ່າວວ່າ ຄອມພິວເຕີທີ່ໃຊ້ຣັນ Windows 7 ຊ່ວຍໃຫ້ສຳນັກງານ, ອົງການປະຢັດຄ່າໄຟຟາຟ້າໄດ້ຫລາຍກວ່າ 320.000 ກີບຕໍ່ເຄື່ອງຕໍ່ປີ ເຊຶ່ງຜົນປະໂຫຍດນີ້ ຍັງສົ່ງຜົນເຖິງການບໍລິຫານຈັດການພະລັງງານຂອງຄອມພິວເຕີໂນດບຸກທີ່ມີປະສິດທິພາບຂື້ນນຳ ແຕ່ທັງນີ້ຜູ້ໃຊ້ຈະຕ້ອງມີຄວາມເຂົ້າໃຈພື້ນຖານຂອງລະບົບກ່ອນ ຈິ່ງສາມາດດຶງເອົາພະລັງງານຈາກແບັດເຕີຣີໂນດບຸກທີ່ຣັນ Wimdows 7 ໄດ້ຢ່າງເຕັມເມັດເຕັມໜ່ວຍ.

ທ່ານຮູ້ບໍ່ວ່າ ນອກຈາກສ່ວນສະແດງຜົນຂອງໂນດບຸກທີ່ນຳໃຊ້ພະລັງງານໄຟຟ້າຫລາຍກວ່າໝູ່ແລ້ວ ຍັງມີອຸປະກອນສ່ວນໃດຂອງເຄື່ອງອີກແດ່? ທີ່ນຳໃຊ້ພະລັງງານຈາກແບັດເຕິຣີທຽບເທົ່າກັນ ໂປຣເຊດເຊີສ? Wi-Fi ແລະ Bluetooth? ຫຼື ລຳໂພງ? ຂ້າພະເຈົ້າວ່າບໍ່ຕ້ອງເດົາດີກວ່າ ກຣາບວົງມົນຂ້າງລຸ່ມນີ້ຈະເຮັດໃຫ້ທ່ານຜູ້ອ່ານໄດ້ຮູ້ຄວາມຈິງວ່າ ໃນໂນດບຸກໜຶ່ງເຄື່ອງມີການນຳໃຊ້ພະລັງງານໄຟຟ້າທີ່ສ່ວນໃດຫລາຍ-ໜ້ອຍແບບໃດ ? ເພື່ອໃຊ້ເປັນພື້ນ ຖານໃນການເລືອກລະບົບຈັດການພະລັງງານທີ່ຈະເຮັດໃຫ້ນຳໃຊ້ໂນດບຸກຈາກແບດເຕິຣີທີ່ເຫລືອຢູ່ໄດ້ດົນທີ່ສຸດນັ້ນເອງ.

16.1

ໃນສ່ວນຂອງ Windows Vista ຈະຖືກວິຈານຢ່າງໜັກພໍສົມຄວນສຳລັບລະບົບຈັດການ ພະລັງງານແບດເຕີຣີທີ່ພົບວ່າມັນຍັງໝົດອ່າວໄວ ໂດຍເຫັນໄດ້ເຖິງບັນຫາດັ່ງກ່າວ ທາງໄມໂຄຣຊ໋ອບຈິ່ງໄດ້ພະຍາຍາມຢ່າງໜັກໃນການ
ພັດທະນາປະສິດທິພາບການຈັດການພະລັງງານຂອງແບດເຕີຣີເທິງລະບົບປະຕິບັດການ Windows 7 ເຖິງຢ່າງໃດກະຕາມ ຫາກແບດເຕີຣີຂອງໂນດບຸກຂອງທ່ານເກົ່າເຫລືອເກີນ ຈັງໃດມັນກໍໝົດໄວໂດຍບໍ່ຕ້ອງສົງໄສ ແລະ ນັ້ນ ເປັນສັນຍານໃຫ້ຮູ້ເຖິງເວລາທີ່ຈະຕ້ອງຊື້ແບັດເຕີຣີກ້ອນໃໝ່ໄດ້ແລ້ວແຕ່ຖ້າແບັດເຕີຣີຂອງທ່ານຍັງຄຸນນະພາບດີຢູ່ ສາລະໜ້າຮູ້ເຫລົ່ານີ້ຈະຊ່ວຍຍືດອາຍຸການນຳໃຊ້ແບັດເຕິຣີໄດ້.

ກັບມາເບິ່ງທີ່ປະເດັນຫລັກຂອງບົດນີ້ ຊຶ່ງຈະເວົ້າເຖິງໂນດບຸກທີ່ຣັນ Windows 7 ເປັນສຳຄັນ ກ່ອນອື່ນໝົດຕ້ອງບອກວ່າ ແຜງຄວບຄຸມການຈັດການພະລັງງານຂອງ Windows 7 ສ້າງຂຶ້ນມາໄດ້ດີສົມຄວນ ໂດຍມັນເປິດໂອກາດໃຫ້ຜູ້ໃຊ້ສາມາດປັບແຕ່ງຄວາມແຈ້ງຂອງໜ້າຈໍ ແລະ ເລືອກແຜນການໃຊ້ພະລັງງານໄວ້ໃຊ້ໄດ້ເລີຍໂດຍຜູ້ໃຊ້ສາມາດເຂົ້າເຖິງລະບົບການຈັດການພະລັງງານຂອງWindows 7 ໄດ້ໂດຍການກົດປຸ່ມ Windows+X ຊຶ່ງໃນນີ້ ຈະເປິດໂອກາດໃຫ້ທ່ານປັບປ່ຽນໄດ້ທຸກຢ່າງຕັ້ງແຕ່ ຄວາມແຈ້ງໄປຈົນເຖິງການກຳນົດແຜນການໃຊ້ພະລັງງານ ຖ້າທ່ານຕ້ອງການຕົວເລືອກທີ່ລະອຽດກວ່າທ່ານກໍສາມາດຄລິກທີ່ໄອຄ້ອນ Battery ໃນ System Tray ເທິງ
Taskbar ຂອງທ່ານແລ້ວເລືອກ More power options.

42857077470627190334

ຕໍ່ຈາກນີ້ທ່ານຜູ້ອ່ານກໍສາມາດປ່ຽນແປງການໃຊ້ພະລັງງານຂອງໂນດບຸກໄດ້ເມື່ອຕ້ອງການແລ້ວ ບໍ່ວ່າຈະເປັນການຫລຸດຄວາມສະຫວ່າງ ເມື່ອໃດເຖິງຈະເຂົ້າsleep mode ຫຼື ສາມາດກຳນົດຄວາມແຈ້ງ ຂອງໜ້າຈໍກ່ອນສຽບປັກໄຟ
ແລະ ຫລັງຈາກສຽບປັກໄຟ ນອກຈາກການປັບຫລຸດຄວາມແຈ້ງຂອງໜ້າຈໍເພື່ອປະຢັດພະລັງງານແລ້ວ ທ່ານຍັງສາມາດເຂົ້າໄປວາງແຜນການໃຊ້ພະລັງງານໄດ້ທີ່ CHANGE ADVANCED POWER SETTINGS ທ່ານສາມາດປ່ຽນຄ່າການໃຊ້ພະລັງງານຕ່າງໆ ໄດ້ຢ່າງລະອຽດນັບຕັ້ງແຕ່ຄວາມໄວຂອງ processor ( ຊ້າລົງກໍໃຊ້ໄຟໜ້ອຍລົງ ເອົາໄວ້ເລືອກໃຊ້ຕອນທີ່ແບັດເຕີຣີເຫລືອໜ້ອຍສຸດໆ ) ລະບົບຄວາມເຢັນ ( ກໍລະນີນັ່ງເຮັດວຽກໃນຫ້ອງທີ່ມີແອເຢັນໆ ) ຕະຫລອດຈົນການກຳນົດການເຮັດວຽກຂອງປຸ່ນ Power.

16914343302868925313

ນອກຈາກຈະຫລຸດການໃຊ້ພະລັງງານໂດຍອຸປະກອນທີ່ກິນໄຟຫລັກໆເຊັ່ນໜ້າຈໍ ຊີພີຢູ ຊິບເຊັດ ແລ້ວ ຍັງມີ Wi-Fi ຊຶ່ງຖ້າຫາກບໍ່ໄດ້ເຊື່ອມຕໍ່ແຕ່ເປີດສະວິດນີ້ປະໄວ້ ມັນກໍຈະພະຍາຍາມຊອກຫາເນັດເວີກຢູ່ຕະຫລອດເວລາ ເພື່ອເຊື່ອມຕໍ່ກັບເຄື່ອຂ່າຍ ຊຶ່ງກິນໄຟບໍ່ແມ່ນໜ້ອຍ ຫາກທ່ານກຳລັງພິມເອກະສານ ຫຼື ອ່ານອີບຸກ ປີດສະວິດ Wi-Fi ໄວ້ເລີຍຈະເປັນການດີກວ່າ ສ່ວນໂປຣແກຣມທີ່ບໍ່ໄດ້ໃຊ້ແຕ່ນອນແຊ່ຢູ່ໃນ Taskbar ກໍເປືອງພະລັງງານຄືກັນ ອັນໃດທີ່ບໍ່ໃຊ້ກໍຄວນປິດໄວ້ດີກວ່າ ໃນກໍລະນີທີ່ເຄື່ອງຂອງທ່ານມີ RAM ໜ້ອຍ ແລະ ທ່ານຕ້ອງການຣັນໂປຣແກຣມຢ່າງໜ້ອຍ2-3 ໂປຣແກຣມພ້ອມກັນຢູ່ເປັນປະຈຳ ເຮັດໃຫ້ຕ້ອງສະຫລັບການເຮັດວຽກໄປມາ ແນ່ນອນວ່າ ພາລະສ່ວນໜຶ່ງຈະຕ້ອງໄປຢູ່ທີ່ຮາດດິສຄ໌ທີ່ຕ້ອງໃຊ້ເຮັດໜ້າທີ່ແທນໜ່ວຍຄວາມຈຳ ແລະ ແນວໃດກໍລົງທ້າຍດ້ວຍການໃຊ້ພະລັງງານແບັດເຕີຣີທີ່ມີຫລາຍໂດຍບໍ່ຕັ້ງໃຈ ກໍລະນີນີ້ແນະນຳວ່າລົງທຶນຊື້ RAM ມາເພີ່ມຕື່ມ.

ຮຽບຮຽງໂດຍ: ປານີນາ ຈັນທະນະຄອນ

ທີ່ມາ: http://www.vtetoday.la/