Homeປະເພນີ-ວັດທະນະທຳພະພຸດ, ພະທຳ ແລະພະສົງ

ພະພຸດ, ພະທຳ ແລະພະສົງ

Published on

 ແຕ່​ລະ​ມື້​ແຕ່​ລະ​ວັນ​ຊາວ ພຸດ​ທະ​ບໍ­ລິ­ສັດ​ທັງ­ຫຼາຍ​ພາ­ກັນ​ທຳ ບຸນ​ໃສ່​ບາດ​ພະ­ສົງ, ໄປ​ກາບ​ໄຫວ້ ສັກ­ກະ​ຫຼັກ​ບູ­ຊາ​ພະ­ພຸດ­ທະ­ເຈົ້າ​ຢູ່ ບໍ່​ໄດ້​ຂາດ​ບາງ​ຄົນ​ກະ​ໄປ​ດ້ວຍ​ຈິດ ບໍ­ລິ­ສຸດ​ບາງ​ຄົນ​ກໍ​

ໄດ້​ດ້ວຍ​ຄວາມ ເຊື່ອ​ຂອງ​ບຸກ­ຄົນ ແລະ​ໄປ​ຕາມ​ການ ຊັກ​ຊວນ​ຂອງ​ໝູ່​ເພື່ອນ ແຕ່​ອາດ​ມີ ຫຼາຍໆ​ຄົນ​ບໍ່​ທັນ​ຮູ້​ຄວາມ​ໝາຍ ຂອງ​ພະ­ພຸດ­ທະ­ເຈົ້າ, ພະ​ທຳ ແລະ ພະ­ສົງ ວ່າ​ທັງ 3 ສິ່ງ​ນັ້ນ​ມີ​ຄວາມ​ໝາຍ​ມີ​ຄຸນ­ຄ່າ​ແກ່​ເຮົາ​ຢ່າງ­ໃດ.

3 ຢ່າງ​ທີ່​ຈະ​ກ່າວ​ໃຫ້​ຮູ້​ຕໍ່​ໄປ​ນີ້​ລ້ວນ​ແຕ່​ແມ່ນ​ຮາກ​ເຫງົ້າ​ຂອງ​ພຸດ ທະ​ສາ­ສະ­ໜາ ແນວ­ໃດ​ກໍ​ດີ ເພື່ອ ເປັນ​ການ​ຮັກ­ສາ​ປະ­ເພ­ນີ​ວັດ­ທະ­ນະ­ທຳ​ອັນ​ດີ­ງາມ​ນີ້​ໄວ້​ຄຽງ​ຄູ່​ກັບ​ຊາດ​ລາວ ຂໍ​ໃຫ້​ທຸກ​ຄົນ​ຈົ່ງ​ຕັ້ງ​ໝັ້ນ​ໝັ່ນ ປະ­ຕິ­ບັດ​ແຕ່​ສິ່ງ​ດີໆ​ເພື່ອ​ວ່າ­ຄວາມ ດີ​ນັ້ນ​ຈະ​ຫວນ​ກັບ​ມາ​ຕອບ​ສະ ໜອງ​ໃນ​ບໍ່​ຊ້າ​ນີ້.

  • ພະ­ພຸດ­ທະ­ເຈົ້າ ຄື​ພະ​ອົງ​ເປັນ​ຜູ້​ຮູ້​ດີ​ເຫັນ​ຊອບ​ດ້ວຍ​ຕົນ​ເອງ​ກ່ອນ​ຈິ່ງ​ສອນ​ໃຫ້​ຜູ້​ອື່ນ​ປະ­ຕິ­ບັດ​ໃນ​ສິ່ງ​ທີ່​ດີໆ​ເພື່ອ​ໃຫ້​ນຳ​ເອົາ​ໄປ​ສອນ​ຜູ້​ອື່ນ ດ້ວຍ​ຈິດ​ເມດ​ຕາ.
  • ພະ​ທຳ​ຄື: ຄຳ​ສອນ​ຂອງ​ພະ ພຸດ­ທະ­ອົງ​ມີ​ຄຸນ­ຄ່າ​ໃນ​ການ​ປະ­ຕິ ບັດ​ຕາມ​ສອນ​ໃຫ້​ຄົນໆ​ນັ້ນ​ປະ­ຕິ­ບັດ ໄປ​ໃນ​ທາງ​ທີ່​ດີ​ສອນ​ໃຫ້​ຜູ້​ປະ­ຕິ­ບັດ ບໍ່​ປະ­ພຶດ​ຕົນ​ຊົ່ວ, ນອກ­ຈາກ​ຈະ​ບໍ່ ເຮັດ​ຄວາມ​ຊົ່ວ​ແລ້ວ​ຂະ​ເຈົ້າ​ອາດ ສາ­ມາດ​ບັນ­ລຸ​ເຖິງ​ຄວາມ­ສຸກ​ໄດ້.
  • ພະ­ສົງ ຄື: ຜູ້​ປະ­ຕິ­ບັດ​ດີ​ປະ­ຕິ­ບັດ​ຕາມ​ຫຼັກ​ທຳ​ຄຳ​ສອນ​ຂອງ​ພະ­ພຸດ­ທະ­ເຈົ້າ ເມື່ອ​ປະ­ຕິ­ບັດ​ຕາມ ແລ້ວ​ຍັງ​ສອນ​ໃຫ້​ຜູ້​ອື່ນ​ປະ­ຕິ­ບັດ​ຕາມ ພະ­ສົງ​ມີ­ໜ້າ​ທີ່​ເຜີຍ­ແຜ່​ພະ​ທັມ ແລະ​ຫຼັກ​ທຳ​ຄຳ​ສອນ​ຂອງ​ພຸດ​ທະ ສາ­ສະ­ໜາ​ອອກ​ໄປ​ໃຫ້​ຍາວ​ນານ​ຊົ່ວ​ກາ­ລະ​ນານ ປະ­ຈຸ​ບັນ​ນີ້ ພະ­ສົງ ສຳ​ມະ​ເນນ​ຍັງ​ຊ່ວຍ​ກັນ​ປະ­ຕິ­ບັດ ຮັກ­ສາ​ສຶບ​ທອດ​ວັດ­ທະ­ນະ­ທຳ ຈາກ​ບັນ­ພະ­ບຸ­ລຸດ​ລາວ​ເຜີຍ­ແຜ່​ສິນ​ລະ​ທຳ ແລະ​ສິ່ງ​ດີໆອອກ​ສູ່​ຊາວ​ໂລກ ໂດຍ​ສະ­ເພາະ​ແມ່ນ​ສ້າງ​ດ້ານ​ຈິດ­ໃຈ​ໃຫ້​ຂາວ​ສະ­ອາດ​ເພື່ອ​ໃຫ້ ທຸກ​ຄົນ​ຢູ່​ຮ່ວມ​ກັນ​ຢ່າງ​ມີ​ຄວາມ­ສຸກ.

 

ທີ່ມາ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...