Homeຂ່າວທ້ອງຖິ່ນກຽມ​ຈັດ​ງານ​ວາງສະ​ແດງ​ເຄື່ອງ​ເຮືອນ​ລາວ​ເປັນ​ຄັ້ງ​ທຳ​ອິດ

ກຽມ​ຈັດ​ງານ​ວາງສະ​ແດງ​ເຄື່ອງ​ເຮືອນ​ລາວ​ເປັນ​ຄັ້ງ​ທຳ​ອິດ

Published on

ປະທານສະມາຄົມ​ເຟີ​ນີ​ເຈີ​ລາວ ​ແຈ້ງ​ໃຫ້​ຮູ້​​ໃນງານ​ຖະ​ແຫລ​ງຂ່າວ​ຕໍ່​ສື່​ມວນ​ຊົນ​ເມື່ອວັນທີ 26 ພຶດສະພານີ້ວ່າ: ​ໃນ​ລະຫວ່າງ​ວັນ​ທີ 18-24 ກໍລະ​ກົດນີ້,ສະມາ​ຄົມ​ເຟີ​ນີ​ເຈີ​ລາວ ຈະ​ຈັດ​ງານ​ວາງສະ​ແດງ​ເຄື່ອງ​ໃຊ້​ໃນ​ເຮືອນ​ລາວ ​ເປັນ​ຄັ້ງ​ທຳ​ອິດ ປະຈຳ​ປີ 2016ນີ້, ຢູ່​ສູນ​ການ​ຄ້າ​ລາວ-​ໄອ​ເຕັກ ​ເພື່ອ​ແນ​ໃສ່​ສົ່ງ​ເສີມ ​ແລະສ້າງ​ຄວາມ​ເຂັ້ມ​ແຂງ​ທາງ​ດ້ານ​ສີ​ໄມ້​ລາຍ​ມື​ຄົນ​ລາວ​ເຮົາ, ຫົວໜ່ວຍ​ທຸລະ​ກິດ​ເຟີ​ນີ​ເຈີ​ໄມ້​ລາວ​ໃຫ້​ຂະຫຍາຍຕົວ ​ແລະ ສາມາດ​ເຊື່ອມ​ໂຍງ​ເຂົ້າ​ສູ່​ຕະຫລາດ​ພາກ​ພື້ນ​ ​ແລະ ສາກົນ​ໄດ້ ​ເພື່ອ​ສາມາດ​ຂະຫຍາຍ​ຕະຫລາດ​ເຟີ​ນີ​ເຈີ​​ໄມ້​ຈາກ​ລາວ ​ໃຫ້​ນັບ​ມື້​ກວ້າງຂວາງ ​ແລະ ທັງ​ເປັນ​ການ​ອະນຸລັກ​ຮັກສາ​ປ່າ​ໄມ້, ນຳ​ໃຊ້​ໄມ້​ໃຫ້​ເກີດ​ປະ​ໂຫຍ​ດສູງ​ສຸດ ​ແລະ ມີ​ໄມ້​ໄວ້​ຢ່າງ​ຢືນ​ຢົງ ​ແລະ ​ເປັນ​ການ​ເພີ່ມ​ມູນ​ຄ່າ​ຜະລິດ​ຕະພັນ​ໄມ້, ຫວາຍ ​ແລະ ​ໄມ້ປ່ອງ ​ໃຫ້​ສູງ​ຂຶ້ນ ຕາມ​ຄວາ​ມຕ້ອງ​ການ​ຂອງ​ສັງຄົມ.

ທ່ານ​​ປະທານ ກ່າວ​ວ່າ: ຄາດ​ວ່າ​ງານ​ວາງສະ​ແດງ​ດັ່ງກ່າວ​ຈະ​ມີ​ເຄື່ອງຮັບ​ໃຊ້​ວຽກ​ງານ​ກໍ່ສ້າງ ປ​ະ​ເພດ​ຕ່າງໆ, ​ເຄື່ອງ​ເຟີ​ນີ​ເຈີ​ທີ່​ເຮັດ​ດ້ວຍ​ໄມ້, ຫວາຍ, ​ໄມ້ປ່ອງ ​ແລະ ວັດ​ສະດຸ​ເສດ​ເຫລືອ​ຕ່າງໆ​ຈາກ​​ໄມ້, ຜະລິດ​ຕະພັນ​ຫັດຖະກຳ ​ແລະ​ເຄື່ອງ​ແກະສະຫລັກ​ຕ່າງໆ, ພ້ອມ​ມີ​ເຄື່ອງມື​ອຸປະກອນ​ ​ແລະ ​ເຄື່ອງ​ຈັກ​ສຳລັບ​ການ​ຜະລິດ​ເຄື່ອງ​ເຟີ​ນີ​ເຈີ, ​ໂດຍ​ຈະ​ມີ​ຜູ້​ປະກອບ​ການ​ເຟີ​ນີ​ເຈີ ​ແລະ ອຸປະກອນ​ຮັບ​ໃຊ້​ວຽກ​ງານ​ດັ່ງກ່າວ​ເຂົ້າ​ຮ່ວມ​ຫລາຍ​ກວ່າ 300 ຮ້ານ.

 

ຂ່າວຈາກ: http://laophatthananews.blogspot.com/

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...