Home​ຂ່າວບັນເທິງເຊີນເຂົ້າຮ່ວມປະກວດວົງດົນຕີ VIENTIANE CENTER SUPER BAND 2016

ເຊີນເຂົ້າຮ່ວມປະກວດວົງດົນຕີ VIENTIANE CENTER SUPER BAND 2016

Published on

ມະຫາກໍາດົນຕີຄັ້ງຍິ່ງໃຫຍ່ທີ່ເປີດໂອກາດໃຫ້ທຸກຄົນມາຮ່ວມ ມ່ວນ ! ມັນ !
ເພື່ອປົດປ່ອຍຄວາມສາມາດດ້ານດົນຕີກັບພວກເຮົາໃນງານ “ວຽງຈັນເຊັນເຕີຊຸບເປີແບນ 2016” ເພດຊາຍ ແລະ ຍິງ ອາຍຸຕັ້ງແຕ່ 15-25ປີ ,ຊິງເງິນລາງວັນມູນຄ່າຫຼາຍກວ່າ 10ລ້ານກີບ ,
ເປີດຮັບສະໝັກຕັ້ງແຕ່ວັນທີ 15 ພຶດສະພາ-15 ມິຖຸນາ 2016
*ຮອບຄັດເລືອກ ແມ່ນວັນທີ 18/06/2016
*ຮອບຊິງຊະນະເລີດແມ່ນວັນທີ 03/07/2016
ຕິດຕໍ່ ຫຼື ສົ່ງໃບສະໝັກໄດ້ທີ່
ສູນບໍລິການລູກຄ້າວຽງຈັນເຊັນເຕີຊັ້ນ1

ກະຕິກາ ແລະ ຂໍ້ປະຕິບັດໃນການປະກວດວົງດົນຕີ VIENTIANE CENTER SUPER BAND 2016

1,ກະຕິກາການປະກວດວົງດົນຕີ
-ມີສະມາຊິກລວມຕົວກັນເປັນກຸ່ມຕັ້ງແຕ່ 3-8 ຄົນ
-ຮອບຄັດເລືອກໃຊ້ເວລາໃນການປະກວດວົງລະບໍ່ເກີນ 25 ນາທີ
-ຮອບຊິງຊະນະເລີດໃຊ້ເວລາໃນການປະກວດວົງລະບໍ່ເກີນ 25 ນາທີ

2,ເພງທີ່ໃຊ້ໃນການປະກວດ
-ເພງທີ່ໃຊ້ໃນການປະກວດ ຮອບຄັດເລືອກ ມີຈຳນວນ 3 ເພງດັ່ງນີ້: (ເພງລາວສະຕິງ 2 ເພງ, ເພງສາກົນພາສາອັງກິດ 1 ເພງ)
– ເພງທີ່ໃຊ້ໃນການປະກວດ ຮອບຊິງຊະນະເລີດ ມີຈຳນວນ 3 ເພງດັ່ງນີ້: (ເພງລາວສະຕິງ 2 ເພງ, ເພງສາກົນພາສາອັງກິດ 1 ເພງ)
-ເລີ່ມຈັບເວລາຕັ້ງແຕ່ພິທີການກ່າວເຊີນວົງດົນຕີທີ່ເຂົ້າປະກວດ
-ແຕ່ລະວົງມີເວລາໃນການກຽມ ບໍ່ເກີນ 5 ນາທີ
-ວົງດົນຕີທຸກວົງຕ້ອງໃຊ້ຕູ້ແອມທີ່ທາງທີມງານຈັດກຽມໄວ້ເທົ່ານັ້ນ
-ວົງດົນຕີທຸກວົງຕ້ອງມີອຸປະກອນຫຼິ້ນດົນຕີຢ່າງໜ້ອຍ 3 ຢ່າງ ແລະ ບໍ່ເກີນ 8 ຢ່າງ
-ການປະກວດຈະຈັດທັງໝົດ 2 ມື້ ໂດຍແບ່ງເປັນວັນຄັດເລືອກ 1 ມື້ ແລະ ວັນຊິງຊະນະເລີດ 1 ມື້
-ວົງດົນຕີທຸກວົງຕ້ອງນຳເຄື່ອງດົນຕີມາເອງ
-ວົງດົນຕີທຸກວົງຕ້ອງໃຊ້ກອງຊຸດທີ່ທາງທີມງານຈັດກຽມໄວ້ເທົ່ານັ້ນ

3,ເງື່ອນໄຂໃນການຕັດສິນການປະກວດວົງດົນຕີ
-ຄວາມສາມາດໃນການຫຼິ້ນດົນຕີ 20 ຄະແນນ
-ການແຕ່ງກາຍ 20 ຄະແນນ
-ຄວາມຄິດສ້າງສັນ 20 ຄະແນນ
-ຄວາມສະໜຸກສະໜານ 20 ຄະແນນ
-ຄວາມພ້ອມຂອງວົງ ແລະ ທີມ 20 ຄະແນນ
ລວມຄະແນນ 100 ຄະແນນ

4,ຄະແນນສຳລັບນັກຮ້ອງນຳ POPPULAR VOTE ຈຳນວນ 1 ລາງວັນ
-ຄະແນນຈາກຜູ້ເຂົ້າຊົມການແຂ່ງຂັນຂອງການ VOTE ໜ້າງານ
-ຄະແນນຈາກຄະນະກຳມະການ 3 ທ່ານ

5,ເອກະສານປະກອບໃນການຍື່ນສະໝັກ
-ໃບສະໝັກ
– ຮູບຖ່າຍນັກດົນຕີ (ພາບຖ່າຍລວມ)
– ລາຍຊື່ນັກດົນຕີ
– ສຳເນົາບັດປະຈຳຕົວ ຫຼື ບັດນັກຮຽນ, ນັກສຶກສາ

6,ຄຸນສົມບັດຜູ້ເຂົ້າສະໝັກ
-ຕ້ອງມີອາຍຸບໍ່ເກີນ 25 ປີ
-ສາມາດຮ່ວມກຸ່ມເປັນວົງອິດສະລະບໍ່ຈາກັດ
-ສະຖາບັນການສຶກສາ, ກຸ່ມບຸກຄົນ ແລະ ທຸກພາກສ່ວນສາມາດສົ່ງວົງດົນຕີເຂົ້າຮ່ວມການປະ ກວດໄດ້ຫຼາຍວົງ
ບໍ່ຈຳກັດທີມ
-ນັກດົນຕີແຕ່ລະຄົນມີສິດສະໝັກເຂົ້າຮ່ວມໄດ້ພຽງວົງດຽວເທົ່ານັ້ນ

7,ໄລຍະເວລາໃນການປະກວດວົງດົນຕີ
– ມື້ສຸດທ້າຍຂອງການສົ່ງໃບສະໝັກການປະກວດວົງດົນຕີ ແມ່ນ ວັນທີ 15 ມິຖຸນາ 2016
– ຮອບຄັດເລືອກ ວັນທີ 18 ມິຖຸນາ 2016
– ຮອບຊິງຊະນະເລີດ ວັນທີ 03 ກໍລະກົດ 2016
– ສະຖານທີ່ປະກວດ ໂຊນກາງຊັ້ນ 1 ສູນການຄ້າວຽງຈັນເຊັນເຕີ

8,ເງິນລາງວັນການປະກວດລວມມູນຄ່າຫຼາຍກວ່າ 10 ລ້ານກີບ

ສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່: ສູນການຄ້າວຽງຈັນເຊັນເຕີ ຖະໜົນ ຄູວຽງ ເມືອງ ສີສັດຕະນາກ ນະຄອນຫຼວງວຽງຈັນ
ທີ່ ເຄົາເຕີປະຊາສຳພັນຊັ້ນ 1 ແລະ ສູນບໍລິການລູກຄ້າ ຊັ້ນ 2 ສອບຖາມຂໍ໊ມູນເພີ່ມເຕີມໂທ:
020 5635 0999 / 021 228000

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...