HomeBaby-ແມ່ແລະເດັກສິ່ງທີ່ແມ່ຄວນບັນທຶກໃນເວລາລູກນ້ອຍເປັນໄຂ້ ກ່ອນສົ່ງເຖິງມືແພດ

ສິ່ງທີ່ແມ່ຄວນບັນທຶກໃນເວລາລູກນ້ອຍເປັນໄຂ້ ກ່ອນສົ່ງເຖິງມືແພດ

Published on

ເວລາທີ່ລູກເປັນໄຂ້ບໍ່ສະບາຍນັ້ນຂໍ້ມູນຈາກແມ່ ຫຼື ຄົນໃກ້ຊິດເດັກນ້ອຍ ເປັນສິ່ງທີ່ສຳຄັນຫຼາຍ ເພາະການທີ່ພໍ່-ແມ່ ສັງເກດເຫັນຄວາມຜິດປົກກະຕິຕ່າງໆ ຈະຊ່ວຍໃຫ້ແພດວິໄຈອາການ ແລະ ຮັກສາລູກນ້ອຍຂອງທ່ານໄດ້ຢ່າງຖືກຈຸດ ເຊິ່ງຂໍ້ມູນທີ່ຜູ້ເປັນພໍ່-ແມ່ ຄວນຈົດຈຳນັ້ນມີຫຍັງແນ່ເຮົາມາອ່ານກັນເລີຍ

 • ອາການໄຂ້

          ການສັງເກດວ່າລູກໄຂ້ສູງ, ໄຂ້ຕ້ຳຂະໜາດໃດ ມີລັກສະນະການໄຂ້ແບບໃດ ມີໄຂ້ສູງຕະຫຼອດເວລາ ຫຼື ມີໄຂ້ສູງບາງຄັ້ງ ສິ່ງເຫຼົ່ານີ້ເປັນຂໍ້ມູນເບື້ອງຕົນທີ່ສຳຄັນທີ່ຈະຊ່ວຍໃນການຮັກສາລູກນ້ອຍຂອງທ່ານ ຖ້າວັດແທກໄຂ້ ມີອຸນຫະພູມສູງກວ່າ 38 ອົງສາ ສະແດງວ່າມີໄຂ້ແລ້ວ ຊ່ວງນີ້ທ່ານອາດຈະວັດແທກໄຂ້ທຸກໆ 2-3 ຊົ່ວໂມງ ແຕ່ຖ້າໄຂ້ສູງເຖິງ 39-40 ອົງສາ ທ່ານຕ້ອງຟ້າວພາລູກນ້ອຍໄປພົບແພດດ່ວນ

 • ການກິນນົມ

          ແມ່ຕ້ອງບໍ່ລືມສັງເກດການກິນນົມຂອງລູກນ້ອຍເດັດຂາດ ຫາກລູກບໍ່ຄ່ອຍຢາກກິນນົມຕິດຕໍ່ກັນເກີນ 2 ມື້ ກໍ່ຄວນພາລູກໄປພົບແພດ ແຕ່ຖ້າລູກເລີ່ມກິນອາຫານເສີມແລ້ວກໍ່ຄວນບອກແພດໃຫ້ຮູ້

 • ຮາກ

          ຫາກລູກຮາກ ແມ່ຕ້ອງສັງເກດເບິ່ງວ່າລູກຮາກຈັກເທື່ອແລ້ວ ລູກຮາກອອກມາມີລັກສະນະແນວໃດ, ລູກຮາກໄດ້ຈັກມື້ແລ້ວ ສິ່ງນີ້ກໍ່ສຳຄັນຫຼາຍ

 • ລະບົບຂັບຖ່າຍ

          ບໍ່ວ່າຈະເປັນການປັດສະວະ ຫຼື ການຖ່າຍໜັກກໍ່ຕາມ ທ່ານຄວນສັງເກດວ່າມັນເປັນລັກສະນະແນວໃດ, ເກີດຂຶ້ນຈັກເທື່ອຕໍ່ມື້ ແລະ ເລີ່ມເປັນຕັ້ງແຕ່ມື້ໃດ

 • ຜື່ນ

         ອີກສິ່ງໜຶ່ງທີ່ບໍ່ຄວນລືມສັງເກດຄື ເວລາລູກບໍ່ສະບາຍນັ້ນ ຕາມຕົນຕົວລູກຈະມີຜື່ນຂຶ້ນ ທີ່ບໍລິເວນໃດ, ລັກສະນະຂອງຜື່ນ, ເວລາຜື່ນຂຶ້ນ ເຊັ່ນ: ເປັນຜື່ນຫຼັງກິນນົມ ບາງເທື່ອອາດເປັນໄປໄດ້ວ່າລູກແພ້ນົມງົວ

 • ອາການຜິດປົກກະຕິອື່ນໆ

          ເປັນເລື່ອງທີ່ຕ້ອງເກັບຂໍ້ມູນ ແລະ ຕ້ອງຊ່າງສັງເກດ ບໍ່ວ່າຈະເປັນອາການຊຶມຂອງລູກ ຊຶມຂະໜາດໃດ, ນອນຫຼາຍ ຫຼື ນອນໜ້ອຍເກີນໄປ ສຽງຫາຍໃຈ, ລູກເມື່ອຍ ຫຼື ບໍ່, ມີອາການຊັກ ຫຼື ບໍ່, ຊັກຈັກຄັ້ງ ຂີ້ຕາເປັນສີເຫຼືອງບໍ່, ໃສ້ບືມີເລືອດຊຶມ ຫຼື ບໍ່ ແລະ ອີກຫຼາຍໆອາການທີ່ຕ້ອງສັງເກດ

 • ຢາທີ່ກິນ

          ຊະນິດຂອງຢາ ປະລິມານທີ່ກິນ ແລະ ຈຳນວນວັນທີ່ກິນມາແລ້ວ ທ່ານກໍ່ຕ້ອງແຈ້ງແພດໃຫ້ຮູ້ ແລະ ຖືຕົວຢ່າງຢານັ້ນໄປໃຫ້ແພດເບິ່ງນຳ

           ຖ້າຂໍ້ມູນເບື້ອງຕົ້ນຄົບຖ້ວນແບບນີ້ ທ່ານໝໍກໍ່ຈະວິນິດໄສສາເຫດຂອງການເຈັບປ່ວຍຂອງລູກນ້ອຍໄດ້ຖືກຈຸດ ແລະ ຮັກສາອາການໃຫ້ຫາຍດີໄວຂຶ້ນໄດ້

ທີ່ມາ: http://baby.kapook.com/

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...