spot_img
Homeຂ່າວຕ່າງປະເທດທູດພິເສດ ສປຊ ຢືນຢັນ ບໍ່ມີກຳນົດ ເຈລະຈາສັນຕິພາບຊີຣີ ຮອບໃໝ່ ຫລັງການເຈລະຈາມື້ນີ້ ຍັງບໍ່ມີຜົນ!

ທູດພິເສດ ສປຊ ຢືນຢັນ ບໍ່ມີກຳນົດ ເຈລະຈາສັນຕິພາບຊີຣີ ຮອບໃໝ່ ຫລັງການເຈລະຈາມື້ນີ້ ຍັງບໍ່ມີຜົນ!

Published on

ສຳນັກຂ່າວ vovworld ລາຍງານໃນວັນທີ 26 ພຶດສະພາຜ່ານມານີ້ວ່າ ທ່ານ ສະເຕຟານ ເດີ ມິສຸຣາ ທູດພິເສດຂອງອົງການສະຫະປະຊາຊາດ ກ່ຽວກັບຊີຣີ ໄດ້ກ່າວມີຄວາມເຫັນໃນກອງປະຊຸມ ຄະນະມົນຕີຄວາມໝັ້ນຄົງ ແຫ່ງ ສະຫະປະຊາຊາດວ່າ ທ່ານບໍ່​ມີ​ແຜນຮຽກ​ໂຮມ ການເຈ​ລະ​ຈ​າ​​ຮອບໃໝ່​ກ່ຽວ​ກັບ​ຊີ​ຣີ ໃນອີກ​ 2 ຫຼື 3 ອາ​ທິດ​ຈະ​ມາ​ເຖິງນີ້ເທື່ອ ໂດຍທ່ານຖືວ່າ ຈະຕ້ອງ​ມີຄວາມ​ຄືບ​ໜ້າກວ່ານີ້​ອີກເສຍກ່ອນ ໃນ​ການຈັດຕັ້ງປະຕິບັດ​ຄຳ​ສັ່ງ​ຢຸດ​ຍິງ ​ແລະ ເຄື່ອນ​ໄຫວ​ມະ​ນຸດ​ສະ​ທຳ​ ກ່ອນ​ທີ່​ຈະ​ດຳ​ເນີນການ​ເຈ​ລະ​ຈາ​ຮອບ​ຕ່າງໆ​ຄືນ​ໃໝ່.

ທັງນີ້ ເນື່ອງຈາກໃນ​ວັນ​ທີ 27 ພຶດສະພາ 2016 ນີ້ ການ​ເຈ​ລະ​ຈາ​ສັນ​ຕິ​ພາບຢູ່ນະຄອນເຊີແນວ ປະເທດສະ​​ວິດ ໂດຍ​ມີອົງການສະ​ຫະ​ປະ​ຊາ​ຊາດ ເປັນ​​ຄົນກາງ​ໄກ່​ເກ່ຍ ລ​ະ​ຫວ່າງ ລັດ​ຖະ​ບານ​ຊີ​ຣີ ແລະ ບັນ​ດາ​ກຸ່ມ​​ກົງ​ກັນ​ຂ້າມ ໄດ້​ສີ້ນ​ສຸດ​ລົງ ແຕ່ບໍ່​ມີ​ບາດ​ກ້າວ​ບຸກ​ທະ​ລຸ​ໃດ​ໆເທື່ອ.

 

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...